ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ສະຫາຍຫົວໜ້າການເມືອງທະຫານແຂວງຫົວພັນ ໂອ້ລົມພະນັກງານ-ນັກຮົບ ກອງບັນຊາການທະຫານເມືອງແອດ ແລະ ກອງຮ້ອຍທະຫານຊາຍແດນ 212.
ເວລາອອກຂ່າວ: 2021-05-27 12:18:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2192 | ຄວາມນິຍົມ:



ວັນທີ 26 ພຶດສະພານີ້, ສະຫາຍ ພົນຈັດຕະວາ ສຸລິນພອນ ຄຳພະຈັນ ກຳມະການຄະນະປະຈຳພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫົວພັນ ພ້ອມດວ້ຍຄະນະ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມພະນັກງານ-ນັກຮົບ ຢູ່ກອງບັນຊາການທະຫານເມືອງແອດ ແລະ ກອງຮ້ອຍທະຫານຊາຍແດນ 212, ເຂົ້າຮ່ວມມີສະຫາຍ ທອງສຸກ ສົມພາວັນ ກຳມະການພັກແຂວງ ເຈົ້າເມືອງ ເມືອງແອດ ຜູ້ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ມີຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບ ເຂົ້າຮ່ວມ. ການລົງຢ້ຽມຢາມ ແລະ ໂອ້ລົມ ໃນຄັ້ງນີ້ ສະຫາຍ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫົວພັນ ໄດ້ໃຫ້ທິດຊີ້ນຳຫຼາຍບັນຫາທີ່ສຳຄັນ ເພື່ອເປັນທິດເຂົ້າໃນການປັບປຸງ ບັນດາແຜນວຽກງານ ຂອງກົມກອງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໃນນີ້ ວຽກງານຕົ້ນຕໍຕ້ອງໄດ້ສຸມໃສ່ ເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ທຸກສະຫາຍເຊີດຊູຄວາມຮັບຜິດຊອບ ເປັນເຈົ້າການຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ ໃຫ້ມີຜົນສຳເລັດ ຕາມການມອບໝາຍ, ເປັນເຈົ້າການຕິດຕາມກວດກາ ພ້ອມທັງຮັບປະກັນ ໃຫ້ມີຄວາມສະຫງົບປອດໄພ 100%, ຍົກສູງບົດບາດໃນການຊີ້ນຳ-ນຳພາ ກໍ່ສ້າງພັກ, ກໍ່ສ້າງພະນັກງານ,ການປັບປຸງກົມກອງ ໃຫ້ເຂົ້າສູ່ແບບແຜນທັນສະໄໝ ພ້ອມທັງເອົາໃຈໃສ່ຕໍ່ວຽກງານຫັນລົງກໍ່ສ້າງຮາກຖານ ດ້ວຍຮູບການສ້າງບ້ານແຮກສ່ຽວ, ສ້າງຄວາມສາມັກຄີ ເຊິ່ງກັນ ແລະ ກັນ ກັບພື້ນຖານບ້ານໃກ້ຄຽງ ກັບກົມກອງ ເພື່ອເປັນການຈັດຕັ້ງປະຕິບັດຕາມມູນເຊື້ອຂອງກອງທັບ ແລະ ຄຳຂວັນທີ່ວ່າ: ກອງທັບກັບປະຊາຊົນ ຄືປາກັບນ້ຳ ແລະ ສຸມໃສ່ໃນການສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ ພາຍໃນກົມກອງ ຕາມທິດກຸ້ມຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ຂ່າວ: ໄຜ່ຄຳ ແກ້ວສອນພຽນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ