ສະຫາຍ ພົນຈັດຕະວາ ສຸລິນພອນ ຄຳພະຈັນ ລົງຊຸກຍູ້ ແລະ ຊີ້ນຳ ວຽກງານການເມືອງ-ແນວຄິດ ຢູ່ບັນດາກົມກອງ
ເວລາອອກຂ່າວ: 2021-05-27 12:19:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 790 | ຄວາມນິຍົມ: ![]()
ລະຫວ່າງວັນທີ 25-26 ພຶດສະພາ 2021, ສະຫາຍ ພົນຈັດຕະວາ ສຸລິນພອນ ຄໍາພະຈັນ ກຳມະການຄະນະປະຈຳພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງຫົວພັນ ພ້ອມຄະນະ ໄດ້ລົງຊຸກຍູ້ ແລະ ຊີ້ນຳວຽກງານການເມືອງ-ແນວຄິດ ຢູ່ກອງບັນຊາການທະຫານເມືອງສົບເບົາ, ຊຽງຄໍ້,ເມືອງແອດ ແລະ ກອງຮ້ອຍທະຫານຊາຍແດນ 212, 213, 214 ເຊີ່ງມີຄະນະພັກ-ຄະນະບັນຊາ,ພະນັກງານ-ນັກຮົບ ແຕ່ລະກົມກອງເຂົ້າຮວ່ມ.
ການລົງເຄື່ອນໄຫວຊີ້ນຳວຽກງານການເມືອງ-ແນວຄິດຄັ້ງນີ້ ແມ່ນປະຕິບັດຕາມທິດຊີ້ນຳຂອງທ່ານ ເຈົ້າແຂວງໆຫົວພັນ ກໍ່ຄືຄວາມເປັນເອກະພາບພາຍໃນ ຄະນະພັກກອງບັນຊາການທະຫານແຂວງຫົວພັນ ແລະ ເປັນການສູງຍົກໃນການປັບປຸງ ວຽກງານຮອບດ້ານ ໃນກົມກອງທະຫານໃຫ້ນັບມື້ມີຄວາມເຂັ້ມແຂງຂື້ນເລື່ອຍໆ ເຊີ່ງສະຫາຍໄດ້ຍົກໃຫ້ເຫັນເຖິງສະພາບການຂອງໂລກ, ພາກພື້ນ ແລະ ພາຍໃນປະເທດຂອງພວກເຮົາ ທີ່ພວມຜັນແປໄປຢ່າງສັບສົນ ໂດຍສະເພາະແມ່ນການແຜ່ລະບາດຂອງພະຍາດ ໂຄວິດ 19 ອັນໄດ້ສົ່ງຜົນສະທ້ອນເຖິງການພັດທະນາ ແລະ ບັນຫາອື່ນໆອີກຫຼາຍດ້ານ ພ້ອມນີ້ໄດ້ຮຽກຮ້ອງໃຫ້ພະນັກງານ-ນັກຮົບ ຈົ່ງເປັນເຈົ້າການ ໃນການປ້ອງກັນ,ຄວບຄຸມ ແລະ ສະກັດກັ້ນ ພະຍາດຮ້າຍດັ່ງກ່າວ ບໍ່ໃຫ້ແຜ່ລາມ, ຍົກສູງວຽກງານການເມືອງ-ແນວຄິດ ເປັນເຈົ້າການເຊີດຊູຄວາມຮັບຜິດຊອບ ຕໍ່ໜ້າທີທີ່ໄດ້ຮັບມອບໝາຍ ບັນຫາໃດມີຜົນສຳເລັດ ຕ້ອງໄດ້ສົ່ງເສີ່ມ,ບັນຫາໃດຍັງຄ້າງຄ່າ ຕ້ອງໄດ້ພ້ອມກັນປັບປຸງແກ້ໄຂ ເຮັດໃຫ້ວຽກງານດັ່ງກ່າວໄດ້ມີບາດກ້າວອັນໃໝ່ດີຂື້ນ, ເປັນເຈົ້າການຕິດຕາມກວດກພ້ອມທັງຮັບປະກັນ ເຮັດໃຫ້ສະພາບຕາມຂອບເຂດຄວາມຮັບຜິດຊອບມີຄວາມສະຫງົບປອດໄພໂດຍພື້ນຖານ, ຍົກສູງໃນການຊີ້ນຳ-ນຳພາ ກໍ່ສ້າງພັກ-ກໍ່ສ້າງພະນັກງານ, ປັບປຸງກົງຈັກການຈັດຕັ້ງ ໃຫ້ມີຄວາມປອດໃສ, ເຂັ້ມແຂງ,ໜັກແໜ້ນ, ເອົາໃຈໃສ່ປັບປຸງຄ້າຍຄູໃຫ້ກ້າວເຂົ້າສູ່ຄວາມທັນສະໄໝເທື່ອລະກ້າວ ແລະ ຍົກສູງການແບບແຜນວິທີເຮັດວຽກ ນຳພາ-ບັນຊາ ໃຫ້ຖືກຕ້ອງ ສອດຄ່ອງ ເປັນເອກະພາບພາຍໃນໝູ່ຄະນະ ແລະ ສຸມໃສ່ໃນການປູກຝັງ-ລ້ຽງສັດໃຫ້ກາຍເປັນສິນຄ້າສ້າງລາຍຮັບໃຫ້ກົມກອງໃນອະນາຄົດ..
ຂ່າວ:ໄຜ່ຄຳ ແກ້ວສອນພຽນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















