ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ກອງບັນຊາການທະຫານແຂວງວຽງຈັນ ມອບເຄື່ອງຮັບໃຊ້ການແພດໃຫ້ແກ່ ຄະນະສະເພາະກິດ
ເວລາອອກຂ່າວ: 2021-05-27 14:29:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1935 | ຄວາມນິຍົມ:



ວັນທີ 27 ພຶດສະພາ 2021 ນີ້, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງວຽງຈັນ ໄດ້ມອບເຄື່ອງຮັບໃຊ້ ການແພດໃຫ້ແກ່ ຄະນະສະເພາະກິດຂັ້ນຂອງຕົນ ເພື່ອນຳໄປແຈກຢາຍໃຫ້ບັນດາກົມກອງທີ່ຂຶ້ນກັບກອງບັນຊາການທະຫານແຂວງວຽງຈັນ. ໂດຍການກ່າວມອບຂອງ ສະຫາຍ ພົນຈັດຕະວາ ບຸນມາ ວົງດາລາແສນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງວຽງຈັນ ແລະ ກ່າວຮັບໂດຍ ສະຫາຍ ສູນທອນ ແກ້ວແສງຈັນ ຫົວໜ້າພະແນກເສນາຮັກກອງບັນຊາການທະຫານແຂວງ. ເຄື່ອງທີ່ນຳມາມອບໃນຄັ້ງນີ້ ແມ່ນໄດ້ມາຈາກການຊ່ວຍເຫລືອຈາກຫຼາຍພາກສ່ວນເປັນຕົ້ນແມ່ນ ກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ, ບັນດາບໍລິສັດຫ້າງຮ້ານຕ່າງໆ ສົມທົບກັບທຶນຮອນກອງບັນຊາການຈໍານວນໜຶ່ງ ໃນນັ້ນປະກອບມີ: ຊຸດ PPE ຈໍານວນ 100 ຊຸດ, ຜ້າອັດປາກ-ດັງ, ເຈວລ້າງມື, ນໍ້າຢາຂ້າເຊື້ອ, ເຄື່ອງວັດອຸນຫະພູມ ແລະ ເຄື່ອງບໍລິໂພກຈໍານວນໜຶ່ງ ລວມມູນຄ່າທັງໝົດ 45.813.000 ກີບ. ໂດຍ: ສາຍຄໍາ ພອນມະນີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ