ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ກຸມພາ 2025

  

ວພກ ໄດ້ຮັບການຊ່ວຍເຫຼືອອຸປະກອນການແພດຕ້ານໂຄວິດ-19 ຈາກກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2021-06-01 14:10:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 629 | ຄວາມນິຍົມ:



ຕອນເຊົ້າວັນທີ 27 ພຶດສະພາ 2021 ນີ້, ວິທະຍາຄານພະລາທິການກອງທັບໄດ້ຮັບການຊ່ວຍເຫຼືອອຸປະກອນການແພດຈາກກະຊວງປ້ອງກັນປະເທດ ເຊິ່ງພິທີມອບ-ຮັບເຄື່ອງດັ່ງກ່າວແມ່ນຈັດຂື້ນຢູ່ ວິທະຍາ ຄານພະລາທິການກອງທັບ ( ວພກ ) ເຊິ່ງຕາງໜ້າກ່າວມອບໂດຍສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຄະນະປະຈໍາພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຄະນະສະເພາະກິດຕ້ານພະຍາດ ໂຄວິດ-19 ຂອງກະຊວງປ້ອງກັນປະເທດ ແລະ ກ່າວຮັບໂດຍສະຫາຍ ພົນຈັດຕະວາ ບົວເຮືອງ ສົມຟອງບຸດຕາຂັນ ຮອງເລຂາຄະນະພັກ ຫົວໜ້າການທະຫານ ວິທະຍາຄານພະລາທິການກອງທັບ ມີບັນດາສະຫາຍຄະນະພັກ-ຄະນະອໍານວຍການ, ມີພະນັກງານ, ພະແນກການທັງສອງຝ່າຍເຂົ້າຮ່ວມ. ເຄື່ອງທີ່ນໍາມາມອບຊ່ວຍເຫຼືອໃນໃນຄັ້ງນີ້ມີຊຸດປ້ອງກັນເຊື້ອພະຍາດ (PPE) 50 ຊຸດ, ບາຫຼອດ ອິນຟາເລດ 3 ອັນ, ຜ້າອັດປາກ-ດັງປະເພດແພ 2,300 ອັນ, ຜ້າອັດປາກ-ດັງປະເພດເຈ້ຍ 100 ກັບ, ເຈວລ້າງມື 240 ກ່ອງ, ຖົງມື 300 ຄູ່ ທັງນີ້ ເພື່ອແນໃສ່ຮ່ວມແຮງຮ່ວມໃຈໃນການຕ້ານ-ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19. ໂອກາດດຽວກັນ ສະຫາຍ ພົນຈັດຕະວາ ບົວເຮືອງ ສົມຟອງບຸດຕາຂັນ ໄດ້ກ່າວສະແດງຄວາມຂອບໃຈມາຍັງສະຫາຍ ພົນຕີ ວໍລະສານ ວິລັດດາວົງ ພ້ອມດ້ວຍຄະນະ ທີ່ເຫັນໄດ້ຄວາມໜາຍຄວາມສໍາຄັນ ແລະ ຄວາມເປັນຫ່ວງເປັນໃຍ ຂອງກະຊວງປ້ອງກັນປະເທດທີ່ໄດ້ໃຫ້ການອູ້ມຊູຊ່ວຍເຫຼືອ ແລະ ພ້ອມທັງໃຫ້ຄໍາໜັ້ນສັນຍາວ່າ ຈະນໍາເອົາເຄື່ອງຈໍານວນດັ່ງກ່າວໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ຖືກຕ້ອງ ແລະ ໄດ້ຮັບຜົນປະໂຫຍດສູງສຸດ ໂດຍສະເພາະແມ່ນໝູນໃຊ້ເຂົ້າໃນວຽກງານການຕ້ານ-ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດພະຍາດ ໂຄວິດ-19 ໃຫ້ມີຄວາມຮັບປະກັນ ແລະ ປອດໄພຈາກພະຍາດດັ່ງກ່າວ. ຫຼັງຈາກນັ້ນ ຄະນະນໍາທັງສອງຝ່າຍຍັງໄດ້ໄປຢ້ຽມຢາມກອງພັນນັກຮຽນ-ນັກສຶກສາ ເຮືອນນອນ, ເຮືອນຄົວ,ຫ້ອງກິນເຂົ້າລວມ ຕື່ມອີກ. ຂ່າວ: ພັທ ບຸນມີ ເພັງມີໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ