
ກອງປະຊຸມທາງໄກ ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ
ເວລາອອກຂ່າວ: 2021-06-01 15:01:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1154 | ຄວາມນິຍົມ:
(ສພຊ) ໃນວັນທີ 1 ມິຖຸນາ 2021 ທີ່ຫ້ອງປະຊຸມຄະນະເລຂາທິການສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມທາງໄກ ລະຫວ່າງກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ໂດຍການເປັນປະທານຮ່ວມຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ທັງເປັນຜູ້ຊີ້ນຳ ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ແລະ ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ມີບັນດາ ຮອງປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ, ຮອງເລຂາທິການສະພາແຫ່ງຊາດ, ປະທານ-ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.
ທັງນີ້, ເພື່ອປຶກສາຫາລືແລກປ່ຽນຄຳຄິດຄຳເຫັນ, ສ້າງຄວາມເປັນເອກະພາບໃນການເຄື່ອນໄຫວຂອງທ້ອງຖິ່ນ, ເຮັດໃຫ້ນິຕິກຳຮັບໃຊ້ການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດວຽກງານຂອງທ້ອງຖິ່ນ ມີຄວາມຖືກຕ້ອງ ແລະ ຮັບປະກັນຕາມກົດໝາຍກຳນົດ ແລະ ຮັບປະກັນການສ້າງຕັ້ງກົງຈັກເສນາທິການຂອງສະພາປະຊາຊົນແຂວງເປັນລະບົບຄົບຊຸດ, ມີຄວາມສອດຄ່ອງກັບສະພາບການເຄື່ອນໄຫວໃນປັດຈຸບັນ. ກອງປະຊຸມ, ໄດ້ຮັບຟັງການສະເໜີຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ຈາກ ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ; ສະເໜີກ່ຽວກັບການສ້າງຕັ້ງກົງຈັກເສນາທິການ ຂອງສະພາປະຊາຊົນຂັ້ນແຂວງ ຈາກ ທ່ານ ຄຳສິງ ໄຊສົມແພງ ຮອງປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ແລະ ຮັບຟັງແຈ້ງຜົນຂອງກອງປະຊຸມຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍກາໝາຍຂອງສະພາປະຊາຊົນຂັ້ນແຂວງ ຈາກ ທ່ານ ວຽງແກ້ວ ວັນນະຈັກ ຮອງປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ; ພ້ອມນັ້ນ, ກອງປະຊຸມໄດ້ປະກອບຄຳຄິດຄຳເຫັນຢ່າງມີຈຸດສຸມ ແລະ ກົງໄປກົງມາ.
ທ່ານ ຄຳາໃບ ດຳາລັດ ໄດ້ກ່າວວ່າ: ບັນດາຜູ້ແທນກອງປະຊຸມ ໄດ້ເປັນເຈົ້າການສຸມໃສ່ຄົ້ນຄວ້າ, ປະກອບຄຳຄິດຄຳເຫັນຕໍ່ເນື້ອໃນ ແລະ ບັນຫາຕ່າງໆ ເຊິ່ງຍົກໃຫ້ເຫັນທາງດ້ານກົດໝາຍ, ນິຕິກຳທີ່ກຳນົດອອກ ແລະ ການເຄື່ອນໄຫວບົດຮຽນຕົວຈິງຢູ່ທ້ອງຖິ່ນຂອງຕົນ ລວມທັງຂໍ້ສະເໜີຕ່າງໆ ອັນໄດ້ເຮັດໃຫ້ກອງປະຊຸມ ມີບັນຍາກາດຟົດຟື້ນດີ, ເນື້ອໃນເລິກເຊິ່ງ ໃນລັກສະນະສ້າງສັນ ຢ່າງກົງໄປກົງມາ ເຊິ່ງເປັນບ່ອນອີງພື້ນຖານທີ່ສຳຄັນ ໃຫ້ແກ່ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ນຳໄປຄົ້ນຄວ້າ, ພິຈາລະນາ ແລະ ປັບປຸງຕາມຄຳເຫັນຂອງບັນດາທ່ານ ເພື່ອໃຫ້ທຸກບັນຫາທີ່ໄດ້ຍົກຂຶ້ນມານັ້ນ ໄດ້ຮັບການແກ້ໄຂ, ປັບປຸງຢ່າງຖືກຕ້ອງ, ສອດຄ່ອງກັບສະພາບຈຸດພິເສດຂອງແຕ່ລະແຂວງ ແລະ ເປັນເອກະພາບກັນ ທາງດ້ານຫລັກການຢ່າງສົມເຫດສົມຜົນ; ທ່ານຍັງໄດ້ກ່າວຕື່ມວ່າ: ຜົນສຳເລັດກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນຫລາຍຕໍ່ວຽກງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໂດຍສະເພາະຄະນະສະມາຊິກສະພາແຫ່ງຊາດ ເຊິ່ງແມ່ນກົງຈັກຂອງສະພາແຫ່ງຊາດ ປະຈຳຢູ່ເຂດເລືອກຕັ້ງ ແລະ ເປັນປະໂຫຍດໃຫ້ແກ່ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ໃນຖານະທີ່ເປັນເສນາທິການໃຫ້ແກ່ຄະນະປະຈຳສະພາແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ແລະ ສະພາປະຊາຊົນຂັ້ນແຂວງ ເປັນຕົ້ນລະບອບແບບແຜນວິທີເຮັດວຽກ, ກົນໄກປະສານງານ ແລະ ອື່ນໆ ລວມທັງການຄົ້ນຄວ້າປັບປຸງກົງຈັກເສນາທິການຂອງສະພາປະຊາຊົນຂັ້ນແຂວງ ເຊິ່ງຜ່ານມາເຫັນວ່າຍັງບໍ່ທັນເປັນເອກະພາບກັນໃນບາງດ້ານ ກໍຍ້ອນວ່າ ເປັນສະພາປະຊາຊົນຂັ້ນແຂວງຊຸດທຳອິດ ແນ່ນອນການເຄື່ອນໄຫວວຽກງານ ກໍມີລັກສະນະທັງເຮັດທັງຖອດຖອນບົດຮຽນ ສະນັ້ນ, ໃນສະພາປະຊາຊົນຂັ້ນແຂວງ ຊຸດທີ II ກໍຈະໄດ້ພ້ອມກັນຄົ້ນຄວ້າປັບປຸງໃນບາງດ້ານຕື່ມ ໂດຍສະເພາະກົງຈັກເສນາທິການ ເພື່ອຮັບປະກັນໃຫ້ແກ່ການປະຕິບັດສິດ, ໜ້າທີ່ ຂອງສະພາປະຊາຊົນຂັ້ນແຂວງ ກໍຄືສະມາຊິກສະພາປະຊາຊົນຂັ້ນແຂວງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ຢ່າງມີປະສິດທິຜົນ.
ນາງ ສຸພາວັນ ຫອມສະນິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ