ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ຕຸລາ 2026

  

ວັກຊີນກັນພະຍາດໂຄວິດ-19 ຊຸດໃໝ່ ມາຮອດ ສປປ ລາວ ແລ້ວ
ເວລາອອກຂ່າວ: 2021-06-03 09:36:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1079 | ຄວາມນິຍົມ:



ໃນວັນທີ 2 ມິຖຸນາ 2021ນີ້, ສປປ ລາວ ໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຊຸດໃໝ່ ຈາກໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 (COVAX Facility), ເຊິ່ງເປັນການຮ່ວມມືກັນລະຫວ່າງ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi), ອົງການຢູນິເຊັບ (UNICEF) ແລະ ອົງການອະນາໄມໂລກ (WHO). ວັກຊີນກັນພະຍາດໂຄວິດ-19 ຊຸດໃໝ່ນີ້ເເມ່ນປະກອບມີວັກຊີນຟາຍເຊີ (Pfizer BioNTech) ຈຳນວນ 100.620 ໂດສ. ວັກຊີນ ຟາຍເຊີ ເເມ່ນຈະໄດ້ນຳໃຊ້ເພື່ອປົກປ້ອງບຸກຄົນທີ່ຢູ່ໃນກຸ່ມບູລິມະສິດຈຳນວນ 50.000 ຄົນ, ລວມທັງ ຜູ້ທີ່ມີອາຍຸ 60 ປີຂຶ້ນໄປ ແລະ ຜູ້ທີ່ເປັນພະຍາດຊໍ້າເຮື້ອ. ອີງຕາມແຜນປະຕິບັດການສັກວັກຊີນກັນພະຍາດໂຄວິດ-19 ແຫ່ງຊາດ ທີ່ລັດຖະບານແຫ່ງ ສປປ ລາວ ໄດ້ພັດທະນາຂຶ້ນ, ວັກຊີນຊຸດນີ້ເເມ່ນຈະໄດ້ນຳໃຊ້ເພື່ອທຳການສັກຢາກັນພະຍາດໃຫ້ແກ່ປະຊາກອນຈຳນວນ 50.300 ຄົນ ທີ່ມີອາຍຸ 60 ປີຂຶ້ນໄປ ແລະ ເປັນພະຍາດຊໍ້າເຮື້ອ. ການສັກວັກຊີນດັ່ງກ່າວນີ້, ຈະໄດ້ເລີ່ມຈັດຕັ້ງປະຕິບັດຢູ່ໃນນະຄອນຫຼວງວຽງຈັນ ເປັນຕົ້ນ ເເລະ ຈະໄດ້ຖືກຜັນຂະຫຍາຍໄປສູ່ເຂດທີ່ມີຄວາມສ່ຽງສູງອື່ນໆ ເຊັ່ນ: ແຂວງບໍ່ແກ້ວ, ແຂວງຈຳປາສັກ ແລະ ແຂວງສະຫວັນນະເຂດ. ທ່ານ ດຣ ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ການມາຮອດຂອງວັກຊີນຟາຍເຊີ ແມ່ນທັນການກັບເປົ້າໝາຍ ທີ່ລັດຖະບານແຫ່ງ ສປປ ລາວ ໄດ້ວາງໄວ້ໃນການສັກວັກຊີນກັນພະຍາດໂຄວິດ-19 ເພຶ່ອປົກປ້ອງ 50% ຂອງຈໍານວນປະຊາກອນທັງໝົດໃນປີ 2021. ວັກຊີນເຫຼົ່ານີ້ ຈະຊ່ວຍໃຫ້ພວກເຮົາສາມາດກ້າວໄປສູ່ການບັນລຸເປົ້າໝາຍດັ່ງກ່າວ. ເຖິງເເມ່ນວ່າວັກຊີນຈະຊ່ວຍໃຫ້ບັນດາປະເທດຕ່າງໆຄວບຄຸມພະຍາດໂຄວິດ-19, ພວກເຮົາກໍຍັງຕ້ອງສືບຕໍ່ປະຕິບັດການຮັກສາໄລຍະຫ່າງທາງສັງຄົມ,ໃສ່ຜ້າອັດປາກ-ດັງອະນາໄມ ເເລະ ໝັ່ນລ້າງມືຂອງຕົນເປັນປະຈຳ, ເຖິງແມ່ນວ່າທ່ານໄດ້ສັກຢາວັກຊິນກັນພະຍາດໂຄວິດ-19 ຄົບ 2 ເຂັມແລ້ວກໍຕາມ. ວັກຊີນກັນພະຍາດໂຄວິດ-19 ທີ່ນໍາໃຊ້ໃນ ສປປ ລາວ ເເມ່ນໄດ້ຜ່ານຂັ້ນຕອນການທົດສອບດ້ານການພັດທະນາ ແລະ ຄວາມປອດໄພຢ່າງເຂັ້ມງວດ ເເລະ ກົມອາຫານ ແລະ ຢາ ຂອງກະຊວງສາທາລະນະສຸກ ໄດ້ເຮັດການປະເມີນຫຼັກຖານ, ຜົນປະໂຫຍດ ແລະ ຄວາມສ່ຽງແລ້ວ. ວັກຊີນຟາຍເຊີ ໄດ້ຖືກອະນຸມັດເຂົ້າໃນລາຍຊື່ການນຳໃຊ້ສຸກເສີນຂອງ ອົງການອະນາໄມໂລກ ໃນວັນທີ 31 ເດືອນທັນວາ ປີ 2020. ທ່ານ ດຣ ມາກ ຈາກອບສ໌, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ກ່າວວ່າ: ພວກເຮົາຍິນດີຕ້ອນຮັບດ້ວຍຄວາມປຶ້ມປິຕິ ວັກຊີນຟາຍເຊີ ຊຸດນີ້ຈາກໂຄງການ COVAX Facility. ໃນປັດຈຸບັນນີ້, ວັກຊິນກັນພະຍາດໂຄວິດ-19 ທັງ 3 ຊະນິດ ທີ່ໄດ້ນໍາໃຊ້ໃນ ສປປ ລາວ ລ້ວນແຕ່ຖືກອະນຸມັດເຂົ້າໃນລາຍຊື່ການນໍາໃຊ້ສຸກເສີນຂອງ ອົງການອະນາໄມໂລກແລ້ວ ເເລະ ຮັບປະກັນເຖິງຄຸນນະພາບ, ຄວາມປອດໄພ, ແລະ ປະສິດທິຜົນ ຂອງວັກຊິນເຫຼົ່ານີ້. ຂໍສະເເດງຄວາມຊົມເຊີຍຕໍ່ລັດຖະບານແຫ່ງ ສປປ ລາວ ໃນການເສີມສ້າງຂີດຄວາມສາມາດໃນການຮອງຮັບວັກຊີນຟາຍເຊີ, ເຊິ່ງເປັນວັກຊີນທີ່ຕ້ອງການ ການເກັບຮັກສາເປັນພິເສດເພື່ອຮັກສາປະສິດທິພາບຂອງວັກຊີນ. ວັກຊີນຟາຍເຊີ ເປັນວັກຊີນທີ່ຕ້ອງການ ການເກັບຮັກສາໃນອຸນຫະພູມເຢັນເຖິງ ລົບ 70 ອົງສາ ເພື່ອຮັກສາປະສິດທິພາບຂອງວັກຊີນ, ດັ່ງນັ້ນຈຶ່ງຕ້ອງການໃຫ້ມີລະບົບຄວາມເຢັນພິເສດ (Ultra-Cold Chain). ໃນປັດຈຸບັນນີ້, ສະຖາບັນປັດສະເຕີ (Institute Pasteur du Laos) ໄດ້ຈັດກຽມຕູ້ແຊ່ແຂງພິເສດ 2 ໜ່ວຍໃໝ່ໄວ້ສະເພາະສຳລັບຢາວັກຊິນກັນພະຍາດໂຄວິດ-19 ເຊິ່ງສາມາດເກັບຮັກສາວັກຊີນຟາຍເຊີ ໄດ້ເຖິງ 740.000 ໂດສ. ຍິ່ງໄປກ່ວານັ້ນ, ສູນວິເຄາະ-ລະບາດວິທະຍາແຫ່ງຊາດ (National Centre Laboratory Epidemiology) ຍັງໄດ້ຈັດກຽມຕູ້ແຊ່ແຂງພິເສດ 1 ໜ່ວຍ ເຊິ່ງສາມາດເກັບຮັກສາວັກຊີນຟາຍເຊີ ໄດ້ເຖິງ 300.000 ໂດສ. ອົງການອະນາໄມໂລກ ໄດ້ຈັດຊື້ຕູ້ແຊ່ແຂງພິເສດຕື່ມອີກ 3 ໜ່ວຍ ເຊິ່ງສາມາດເກັບຮັກສາວັກຊີນໄດ້ປະມານ 360.000 ໂດສ ເພື່ອນໍາໃຊ້ທັງໃນນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆ. ຕູ້ແຊ່ແຂງພິເສດ ຈາກອົງການອະນາໄມໂລກ ເເມ່ນຢັງຈະຊ່ວຍປະກອບສ່ວນເພີ່ມເຂົ້າໃສ່ຕູ້ເຢັນອີກຈຳນວນ 157 ໜ່ວຍ ຈາກອົງການຢູນິເຊັບ ແລະ ອີກ 20 ໜ່ວຍ ທີ່ອົງການອະນາໄມໂລກ ໄດ້ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ເເລ້ວ ເພື່ອເສີມສ້າງຄວາມສາມາດດ້ານລະບົບຄວາມເຢັນພິເສດເພື່ອຮອງຮັບວັກຊີນ. ທ່ານ ນາງ ບີອາເຕ ດາສເຕລ໌, ວ່າການແທນຜູ້ຕາງໜ້າອົງການຢູນິເຊັບ ກ່າວວ່າ: ການມາຮອດຂອງວັກຊີນຄັ້ງລ້າສຸດນີ້ ເປັນຫຼັກໝາຍອັນສຳຄັນໜຶ່ງອີກໃນການຕອບໂຕ້ຕໍ່ການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ແລະ ເປັນບາດກ້າວໜຶ່ງຕໍ່ການຮັບປະກັນການເຂົ້າເຖິງວັກຊິນກັນພະຍາດໂຄວິດ-19 ແບບເທົ່າທຽມ ແລະ ເປັນທໍາໃນທົ່ວໂລກ. ຂໍສະແດງຄວາມຊົມເຊີຍຕໍ່ລັດຖະບານແຫ່ງ ສປປ ລາວ ໃນການຕອບຮັບແກ້ໄຂບັນດາກໍລະນີໂຄວິດ-19 ໃໝ່ ໃນປະເທດຢ່າງມີປະສິດຕິຜົນ ແລະ ໃນການດໍາເນີນການສັກວັກຊິນຢ່າງວ່ອງໄວ ເພື່ອປົກປ້ອງປະຊາຊົນລາວ. ອົງການຢູນິເຊັບ ແລະ ຄູ່ຮ່ວມງານຂອງພວກເຮົາຈະສືບຕໍ່ເຮັດວຽກຮ່ວມມືກັນຢ່າງໃກ້ຊິດ ເພື່ອສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ໃນການຕອບໂຕ້ຕໍ່ການລະບາດຂອງພະຍາດໂຄວິດ-19 ໃນປະເທດ, ລວມເຖິງການຈັດຊື້ວັກຊີນ. ນອກຈາກວັກຊິນແລ້ວ, ໃນວັນທີ 6 ມິຖຸນາ ນີ້, ສປປ ລາວ ຍັງຈະໄດ້ຮັບການສະໜອງເຂັມສັກຢາຈຳນວນ 100.700 ເຂັມ ແລະ ກ່ອງສໍາລັບຂີ້ເຫຍື້ອບໍ່ອະເຊື້ອ 1.175 ກ່ອງ ຕື່ມອີກ ເຊິ່ງແມ່ນອົງການຢູນິເຊັບໄດ້ຈັດຊື້ໃຫ້. ການຂົນສົ່ງວັກຊີນຊຸດທຳອິດທີ່ໄດ້ຮັບການສະໜັບສະໜູນຈາກໂຄງການ COVAX Facility ປະກອບມີວັກຊີນ AstraZeneca/Oxford ຈຳນວນ 132.000 ໂດສ, ເຊິ່ງໄດ້ມາຮອດປະເທດລາວແລ້ວ ໃນວັນທີ 20 ມີນາ. ດັ່ງນັ້ນ ວັກຊີນຊູຸດລ້າສຸດນີ້ແມ່ນຈະເປັນ ວັກຊີນຊຸດທີສອງ ທີ່ໄດ້ຮັບການສະໜັບສະໜູນຈາກໂຄງການ COVAX Facility ໃນ ສປປ ລາວ ເເລະ ຄາດວ່າຈະໄດ້ຮັບວັກຊີນເພີ່ມອີກພາຍໃນທ້າຍປີ2021ນີ້. ໂຄງການວັກຊີນໂຄວິດ-19 ແມ່ນນໍາພາໂດຍ ອົງການກາວີ (Gavi), ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການອະນາໄມໂລກ (WHO) ແລະ ເຮັດວຽກຮ່ວມມືກັບ ອົງການຢູນິເຊັບ (UNICEF) ລວມທັງທະນາຄານໂລກ, ອົງການຈັດຕັ້ງທາງສັງຄົມ, ຜູ້ຜະລິດ ແລະ ອື່ນໆ. ໂຄງການ COVAX ແມ່ນສ່ວນໜຶ່ງຂອງແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 ACT ຫຼື Access to COVID-19 Tools Accelerator ເຊິ່ງເປັນການຮ່ວມມືລະດັບໂລກເພື່ອເລັ່ງການພັດທະນາ, ການຜະລິດ ແລະການເຂົ້າເຖິງການທົດສອບ, ການຮັກສາ ແລະ ການສັກວັກຊີນທີ່ມີຄວາມສະເໝີພາບ. ບັນດາປະເທດສະມາຊິກຄະນະກຳມະການຂອງອົງການກາວີ ທີ່ປະຈຳຢູ່ ສປປ ລາວ ມີດັ່ງນີ້: ປະເທດອົດສະຕາລີ, ການາດາ, ສະຫະພາບເອີຣົບ, ຝຣັ່ງ, ເຢຍລະມັນ, ຍີ່ປຸ່ນ, ເກົາຫຼີ, ລັກເຊມເບີກ, ສະວິດເຊີແລນ, ອັງກິດ ແລະ ສະຫະລັດອາເມຣິກາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ