ວປກ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດປ້ອງກັນການຄວບຄຸ້ມເຊື້້ອໂຄວິດ-19
ເວລາອອກຂ່າວ: 2021-06-03 10:56:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 775 | ຄວາມນິຍົມ: ![]()
ວັນທີ 02 ມິຖຸນາ 2021 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ເປີດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດການປ້ອງກັນເຊື້ອໂຄວິດ-19 ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳຫລ້າ ພັນໄຊຍະສຸກ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີ ສະຫາຍ ພົນຈັດຕະວາ ບຸນເກີ່ມ ສະເຫຼີມສຸກ ຮອງຫົວໜ້າວິທະຍາຄານ, ຫົວໜ້າກົມພະລາ - ເຕັກນິກ, ທັງເປັນຄະນະສະເພາະກິດ, ຕະຫຼອດຮອດຄະນະຮັບຜິດຊອບນັກສຶກສາທຸກລະບົບ ທົ່ວ ວປກ ເຂົ້າຮ່ວມ.
ສະຫາຍ ພັນໂທ ແອນ້ອຍ ແສງມະນີ ຮອງຫົວໜ້າຫ້ອງການ ວປກ. ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາໝາກຜົນໃນການປ້ອງກັນ ແລະ ແກ້ໄຂການລະບາດຂອງ
ພະຍາດໂຄວິດ-19 ຢູ່ ວປກ. ອີງຕາມຄໍາສັ່ງຂອງນາຍົກລັດຖະມົນຕີສະບັບເລກທີ 15/ນຍ, ລົງວັນທີ 21/04/2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄຸ້ມຄອງ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ19, ອີງຕາມແຈ້ງການຂອງກະຊວງປ້ອງກັນປະເທດ ສະບັບເລກທີ 2151/ກປທ, ລົງວັນທີ 22/04/2021, ກ່ຽວກັບການລົງຊີ້ນຳວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19, ຜ່ານການຈັດຕັ້ງປະຕິບັດຕົວຈິງພວກເຮົາມີມາດຕະການວັດແທກອຸນຫະພູມນັບທັງຢູ່ປະຕູໂຂງ ແລະ ລ້າງເຈວລ້າງມືໃນເວລາເຂົ້າເຮັດວຽກ, ເປັນເຈົ້າການຄົ້ນຄວ້າເຊື່ອມຊຶມມາດຕະການຕ່າງໆຂອງຂັ້ນເທິງໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ, ຈັດຕັ້ງວິຊາການກວດກາແຕ່ລະວັນ, ໂຄສະນາເຜີຍແຜ່ທາງໂທລະໂຂ່ງເພື່ອໃຫ້ກຳລັງພັກປະຈຳທີ່ໃນຄ້າຍຮັບຮູ້ເຂົ້າໃຈ ແລະ ຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ວ່ອງໄວຊີ້ນຳແຕ່ຫົວທີໃນການກວດກາ, ບຸກຄົນທີ່ມີຄວາມສ່ຽງສູງ ຫຼື ຄິດວ່າຕົນເອງມີຄວາມສ່ຽງແມ່ນໃຫ້ກັກໂຕຢູ່ເຮືອນ, ວ່ອງໄວແຍກເປົ້າໝາຍຕ່າງໆໄວ້ໃນສະຖານທີ່ເໝາະສົມ ພາກສ່ວນໃດທີ່ມີຄວາມຈຳເປັນກໍ່ໄດ້ເອົາໄປກັກຕົວຢູ່
ສູນກາງ; ເປັນເຈົ້າການປະສານສົມທົບກັບອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ, ກະຊວງສາທາລະນະສຸກລົງມາພົ່ນຢາຂ້າເຊື້ອ, ເກັບຕົວຢ່າງບັນລຸ 100% ແລະ ແນະນຳບັນຫາຕ່າງໆ; ວຽກງານຮັບປະກັນ ສາມາດຮັບຮອງໄດ້ດີສົມຄວນເປັນຕົ້ນແມ່ນງົບປະມານການເງິນ, ລົດ, ນ້ຳມັນເຊື້ອໄຟ, ການຈັດຕັ້ງແຕ່ງກິນໃຫ້ນັກສຶກສາ ແລະ ອື່ນໆ; ກົນໄກໃນການປ້ອງກັນ ແລະ ແກ້ໄຂພະຍາດໂຄວິດ-19 ແມ່ນລະອຽດພໍສົມຄວນ ໂດຍແມ່ນຄະນະສະເພາະກິດເປັນຜູ້ຊີ້ນຳກວດກາໃນແຕ່ລະວັນ ພາຍໃຕ້ການຊີ້ນຳໂດຍກົງຈາກຫົວໜ້າ ວປກ, ປະສານສົມທົບແໜ້ນລະຫວ່າງຄະນະສະເພາະກິດກັບຫົວໜ້າ ວປກ ແລະ ອົງການທີ່ກ່ຽວຂ້ອງຂັ້ນເທິງ ຜ່ານການຈັດຕັ້ງປະຕິບັດກໍ່ໄດ້ຈັດຕັ້ງກວດກາ, ສ່ອງແສງລາຍງານ ແລະ ມີທິດທາງແກ້ໄຂຢ່າງສອດຄ່ອງ ແລະ ທັນເວລາ. ຄຽງຄູ່ກັນນັ້ນຍັງຕ້ອງສືບຕໍ່ຕິດຕາມກວດກາ ແລະ ຊີ້ນຳການຈັດຕັ້ງປະຕິບັດມາດຕະການຕ່າງໆຂອງຂັ້ນເທິງ ແລະ ຂອງ ວປກ ໃຫ້ເຂັ້ມງວດ; ສືບຕໍ່ໃຫ້ນັກສຶກສາພັກປະຈໍາທີ່, ຄູ - ອາຈານໃຫ້ຢຸດມາການ ແລະ ພະນັກງານອົງການໃຫ້ຈັດຕັ້ງຜັດປ່ຽນກັນມາເຄິ່ງໜຶ່ງຂອງຈຳນວນພົນ; ສືບຕໍ່ພົວພັນກັບໜ່ວຍງານທີ່ກ່ຽວຂ້ອງ
ລົງມາເກັບຕົວຢ່າງຖ້າມີກໍລະນີເກີດຂຶ້ນ ແລະ ສືບຕໍ່ຕິດຕາມຜົນການເກັບຕົວຢ່າງຂອງບັນດາໜ່ວຍງານທີ່ກ່ຽວຂ້ອງ, ຂອງກອງທັບ ແລະ ກະຊວງສາທາລະນະສຸກ.
ພາບ - ຂ່າວ: ພິດສະໄໝ ແກ້ວມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















