ຍັງຄົງມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນອີກ 5 ກໍລະນີໃນ ສປປ ລາວ
ເວລາອອກຂ່າວ: 2021-06-07 14:30:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1057 | ຄວາມນິຍົມ: ![]()
ວັນຈັນວັນທີ 07 ມີຖຸນາ ປີ 2021 ທ່ານ ດຣ.ພອນປະເສີດ ໄຊຍະມຸງຄຸນ, ພ້ອມດ້ວຍທ່ານ ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອານາໄມກັນພະຍາດ ແລະ ສົງເສີມສຸຂະພາບ ໄດ້ລາຍງານ ສະພາບຕົວເລກ ການຕິດເຊື້ອພະຍາດ COVID-19 ໃນ ສປປ ລາວປະຈຳວັນ ຈັນ ວັນທີ 07 ມີຖຸນາ ປີ 2021 ໃນວັນທີ 06 ມີຖຸນາ 2021 ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອພະຍາດ COVID-19 ທັງໝົດ1,873 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 5 ກໍລະນີ ເຊິ່ງໃນນັ້ນມີຜູ້ຕິດເຊື້ອສະສົມທັງໝົດ 1,968 ຄົນ (ໃໝ່ 5), ເສຍຊິວິດສະສົມທັງໝົດ 03 ຄົນ (ໃໝ່ 00 ), ປິ່ນປົວດີທັງໝົດ 1,720 ຄົນ (ໃໝ່ 6 ຄົນ), ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ 239 ຄົນ ແລະ ອີກ 6 ຄົນແມ່ນກ າລັງໄປຮັບເຂົ້າມາປີ່ນປົວ, ຕິດຕາມ ອາການ ໄດ້ດົມ ອົກຊີ ມີ 02 ຄົນ ທັງໝົດແມ່ນຢ ່ນະຄອນຫຼວງວຽງຈັນ ແລະ ອາການໜັກໄດ້ໃສ່ເຄື່ອງຊ່ວຍຫາຍໃຈ (ບໍ່ມີ)
+ ກໍລະນີຕິດເຊື້ອໃໝ່ 5 ຄົນ (ກໍລະນີຢັ້ງຢືນທີ 1,964-1,968):
- ຄົນເຈັບຕິດເຊື້ອໃໝ່ຈາກນະຄອນຫຼວງ 1 ຄົນ (ແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ຕິດເຊື້ອອາໃສຢູ່ອາພາດເມັນດຽວກັນ)
- ແຂວງສະຫວັນນະເຂດ 3 ຄົນ ແລະ ແຂວງຈໍາປາສັກ 1 ຄົນ ນັ້ນແມ່ນກໍລະນີນຳເຂົ້າເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບມາຈາກປະເທດໄທຖືກຕ້ອງຕາມກົດໝາຍ.
+ ສຳລັບຈຳນວນບ້ານແດງໃນນະຄອນຫຼວງວຽງຈັນປະຈຸບັນແມ່ນມີ 25 ບ້ານ ໃນ 07 ເມືອງ (ບ້ານນາຄຳຖືກກຳນົດເປັນເຂດແດງໃໝ່ເລີ່ມແຕ່ວັນທີ 6 - 20 ມີຖຸນາ 2021).
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















