ຄອບຄົວການນຳກະຊວງປ້ອງກັນປະເທດ ຮ່ວມກັບ ບໍລິສັດ ວີໄອພີ ພັດທະນາການລົງທຶນ ມອບເຄື່ອງຮັບໃຊ້ການແພດໃຫ້ໂຮງໝໍ 103 ກອງທັບ
ເວລາອອກຂ່າວ: 2021-06-07 16:26:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1118 | ຄວາມນິຍົມ: ![]()
ວັນທີ 07 ມິຖຸນາ 2021 ນີ້, ຄອບຄົວການນຳກະຊວງປ້ອງກັນປະເທດ ຮ່ວມກັບ ບໍລິສັດ ວີໄອພີ ພັດທະນາການລົງທຶນ ຈຳກັດຜູ້ດຽວ ໄດ້ມອບເຄື່ອງຮັບໃຊ້ການແພດພ້ອມດ້ວຍເງິນສົດຈຳນວນໜຶ່ງໃຫ້ແກ່ໂຮງໝໍສູນກາງ 103 ກອງທັບ, ພິທີດັ່ງກ່າວຈັດຂຶ້ນທີ່ໂຮງໝໍສູນກາງ 103 ກອງທັບ, ກ່າວມອບໂດຍທ່ານ ນາງ ຄຳສອນ ຈັນຍາລາດ ແລະ ທ່ານ ນາງ ວິພາພອນ ກອນສິນ ປະທານບໍລິສັດ ວີໄອພີ ພັດທະນາການລົງທຶນ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະ, ຕາງໜ້າກ່າວຮັບໂດຍ ສະຫາຍ ພັນເອກ ດຣ ສຸລິພັນ ເພັດຈັນທະລາ ຫົວໜ້າອຳນວຍການໂຮງໝໍສູນກາງ 103 ກອງທັບ ພ້ອມດ້ວຍຄະນະ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ ຊຸດປ້ອງກັນການຕິດເຊື້ອ (PPE) ຈຳນວນ 16 ແກັດ ແລະ ຜ້າອັດປາກ-ດັງ ຈຳນວນ 5 ແກັດ ພ້ອມດ້ວຍເງິນສົດ 10 ລ້ານກີບ ລວມມູນຄ່າທັງໝົດ 60 ລ້ານກີບ, ຈຸດປະສົງຂອງການມອບເຄື່ອງດັ່ງກ່າວໃນຄັ້ງນີ້ ແມ່ນເພື່ອນຳໃຊ້ເຂົ້າໃນວຽກງານຄວບຄຸມ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19. ຍ້ອນເຫັນໄດ້ຄວາມສໍາຄັນ ແລະ ຄວາມຮຽກຮ້ອງຕ້ອງການອັນຈໍາເປັນຮີບດ່ວນ,ທັງເປັນການຊຸກຍູ້ຊ່ວຍເຫຼືອພະນັກງານແພດໝໍທີ່ກຳລັງປະຕິບັດໜ້າທີ່ ທີ່ມີຄວາມສ່ຽງສູງໃນການຕິດເຊື້ອພະຍາດດັ່ງກ່າວ ໂດຍສະເພາະແມ່ນໜ່ວຍງານແກ້ໄຂປິ່ນປົວສຸກເສີນ, ໜ່ວຍງານກວດປິ່ນປົວພະຍາດເຂດນອກ ແລະ ມີອີກຫຼາຍໜ່ວຍງານທີ່ມີຄວາມສ່ຽງ ເພື່ອປ້ອງກັນ, ສະກັດກັ້ນການຕິດເຊື້ອພະຍາດດັ່ງກ່າວນີ້ຢູ່ພາຍໃນໂຮງໝໍໃຫ້ມີຄວາມປອດໄພສູງສຸດ.
ການຊຸກຍູ້ຊ່ວຍເຫຼືອໃນຄັ້ງນີ້ຈະສາມາດແກ້ໄຂຄວາມຫຍຸ້ງຍາກໄດ້ຈຳນວນໜຶ່ງໃຫ້ແກ່ໜ່ວຍງານສະເພາະກິດ ຕ້ານ ແລະ ສະກັດກັ້ນການຕິດເຊື້ອພະຍາດໂຄວິດ-19 ຂອງໂຮງໝໍສູນກາງ 103 ກອງທັບ. ພ້ອມດຽວກັນນີ້ ສະຫາຍ ພັນເອກ ດຣ ສຸລິພັນ ເພັດຈັນທະລາ ກໍໄດ້ຕາງໜ້າຄະນະພັກ-ຄະນະອຳນວຍການໂຮງໝໍສູນກາງ 103 ກອງທັບ ຂໍສະແດງຄວາມຂອບໃຈຢ່າງສູງມາຍັງທ່ານພ້ອມດ້ວຍຄະນະ ທີ່ໄດ້ແບ່ງປັນນ້ຳໃຈຊຸກຍູ້ຊ່ວຍເຫຼືອໃນຄັ້ງນີ້ ແລະ ອວຍພອນໄຊແດ່ປ້າ ຄຳສອນ ຈັນຍາລາດ ແລະ ປ້າ ວິພາພອນ ກອນສິນ ພ້ອມຄະນະຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຜົນສຳເລັດໃນການດຳເນີນທຸລະກິດຂອງທ່ານ. ສຳລັບວັດຖຸປັດໄຈທີ່ນຳມາມອບໃນຄັ້ງນີ້ທາງໂຮງໝໍຈະນຳໃຊ້ໃຫ້ຖືກວັດຖຸປະສົງ ແລະ ເກີດປະໂຫຍດສູງສຸດ. ຂ່າວ-ພາບໂດຍ: ສີຈັນ -ເລີດວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















