ກອງພັນໃຫຍ່ 11 ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ
ເວລາອອກຂ່າວ: 2021-06-08 13:09:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 640 | ຄວາມນິຍົມ: ![]()
ວັນທີ 7 ມີຖຸນາ ນີ້, ກອງພັນໃຫຍ່ 11 ໄດ້ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ພາຍໃຕ້ການເປັນປະທານຂອງສະຫາຍ ພັນເອກ ກົງທອງ ສຸຂະວົງ ຫົວໜ້າການທະຫານ ກອງພັນໃຫຍ່ 11, ສະຫາຍ ພັນເອກ ພອນມີໄຊ ສີວົງຊໍາ ຫົວໜ້າການເມືອງກອງພັນໃຫຍ່ 11 ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງພັນໃຫຍ່, ກອງພັນນ້ອຍ, ກອງຮ້ອຍເອກະລາດ ແລະ ພະນັກງານ-ນັກຮົບພາຍໃນກົມກອງເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ບົວລອງ ສອນປັນຍາໄຊ ຫົວໜ້າພະແນກພະລາທິການ ໄດ້ກ່າວໃນພິທີວ່າ: ເນື່ອງໃນໂອກາດວັນປູກຕົ້ນໄມແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ເປັນວັນທີ່ມີຄວາມໝາຍສໍາຄັນໄດ້ໝູນວຽນມາຮອດອີກວາລະໜື່ງ ທັ້ງນີ້ກໍ່ເພື່ອເປັນການທົດແທນຕົ້ນໄມ້ທີ່ຊຸດໂຊມ, ຖືກທໍາລາຍດ້ວຍກໍລະນີຕ່າງໆ ຈາກການຖາງປ່າເຮັດໄຮ່, ເກີດຈາກອັກຄີໄພ ແລະ ອື່ນໆ ເຮັດໃຫ້ຫ້ວຍນໍ້າລໍາເຊບົກແຫ້ງ, ດິນຟ້າອາກາດປ່ຽນແປງ ເປັນພິດຕໍ່ສິ່ງແວດລ້ອມ ແລະ ໄດ້ສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງມວນມະນຸດ ແລະ ສັດສາວາສິ່ງຕ່າງໆ. ດັ່ງນັ້ນພວກເຮົາຕ້ອງປູກຕົ້ນໄມ້ເພາະເປັນການປັບປຸງລະບົບນິເວດ ແລະ ເຮັດໃຫ້ສິ່ງແວດລ້ອມໃນກົມກອງຂຽວງາມ ແລະ ຮົ່ມເຢັນ ເຊິ່ງຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ ມີປະເພດໄມ້ອຸດສາຫະກໍາ ຈໍານວນ 900 ເບ້ຍ, ໄມ້ກິນໝາກ ຈໍານວນ 161 ເບ້ຍ ແລະ ໄມ້ປະດັບຈໍານວນ 800 ເບ້ຍ.
ໂດຍ: ເຄນ ພົມສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















