ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດແຕ່ງຕັ້ງປະທານ ແລະ ກຳມະການຄະນະ ປກຊ-ປກສ ແຂວງບໍ່ແກ້ວ
ເວລາອອກຂ່າວ: 2019-01-02 09:04:33 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 239838303 | ຄວາມນິຍົມ:



ໃນວັນທີ 26 ທັນວາ 2018 ຜ່ານມານີ້, ຢູ່ຫ້ອງວ່າການປົກ ຄອງແຂວງບໍ່ແກ້ວໄດ້ຈັດພິທີປະ ກາດແຕ່ງຕັ້ງປະທານ ແລະ ກຳ ມະການຄະນະປ້ອງກັນຊາດ- ປ້ອງກັນຄວາມສະຫງົບແຂວງບໍ່ ແກ້ວ ໂດຍການເປັນກຽດເຂົ້າ ຮ່ວມຂອງທ່ານພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງ ພັກ, ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ເສນາທິການກອງທັບ, ມີທ່ານ ປອ ບົວຄົງ ນາມມະວົງ ເລຂາ ພັກແຂວງ,ເຈົ້າແຂວງໆບໍ່ແກ້ວ, ມີ ຄະນະພັກ-ຄະນະບັນຊາກອງບັນ ຊາການທະຫານແຂວງ ແລະ ພະນັກງານ-ລັດຖະກອນແຕ່ລະ ພະແນກການເຂົ້າຮ່ວມ. ໃນພິທີພັນໂທ ສຸດຕິ ທິບພະ ສອນ ຄະນະພັກຮາກຖານຫ້ອງ ການຄະນະກຳມະການ ປກຊ- ປກສ ສູນກາງໄດ້ຂຶ້ນອ່ານມະຕິ ຕົກລົງຂອງຄະນະເລຂາທິການ ສູນພັກວ່າດ້ວຍການແຕ່ງຕັ້ງປະ ທານ ແລະ ກຳມະການຄະນະ ປກຊ-ປກສ ແຂວງບໍ່ແກ້ວ, ອີງ ໃສ່ຄວາມຮຽກຮ້ອງຕ້ອງການ ຂອງຫນ້າທີ່ວຽກງານ ປກຊ-ປກສ ແຂວງບໍ່ແກ້ວ, ອີງຕາມມະ ຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 031/ກມສພ, ລົງ ວັນທີ 3 ມັງກອນ 2018 ວ່າດ້ວຍ ວຽກງານຄຸ້ມຄອງພະນັກງານ, ອີງຕາມຫນັງສືສະເໜີຂອງຄະ ນະຈັດຕັ້ງສູນກາງພັກສະບັບ ເລກທີ 235/ຄຈສພ, ລົງວັນທີ 16 ພະຈິກ 2018, ດັ່ງນັ້ນຄະນະ ເລຂາທິການສູນກາງພັກ ຕົກລົງ ແຕ່ງຕັ້ງປະທານ ແລະ ຄະນະກຳ ມະການ ປກຊ-ປກສ ແຂວງບໍ່ ແກ້ວ ເຊິ່ງປະກອບດ້ວຍບັນດາ ສະຫາຍດັ່ງນີ້: ແຕ່ງຕັ້ງສະຫາຍ ປອ ບົວວົງ ນາມມະວົງ ເປັນປະ ທານຄະນະກຳມະການ ປກຊ- ປກສ ແຂວງບໍ່ແກ້ວ ແຕ່ງຕັ້ງສະ ຫາຍພັນເອກ ຖາວອນ ອິນທະວົງ ເປັນຮອງປະທານ ແລະ ແຕ່ງຕັ້ງ ສະຫາຍ ເພັງສອນ ແກ້ວວິໄລ ເປັນກຳມະການຄະນະ ປກຊ-ປກສ ແຂວງບໍ່ແກ້ວ. ໂອກາດນີ້ທ່ານພົນໂທ ສຸວອນ ເລືອງບຸນມີ ໄດ້ໃຫ້ການໂອລົມ ແລະ ເນັ້ນຫນັກປະທານຄະນະ ກຳມະການ ປກຊ-ປກສ ພ້ອມ ດ້ວຍຄະນະທີ່ໄດ້ຮັບການແຕ່ງ ຕັ້ງໃນຄັ້ງນີ້ຈົ່ງຍົກສູງນຳ້ໃຈ ຄວາມຮັບຜິດຊອບ ແລະ ພ້ອມ ກັນເຮັດສຳເລັດຫນ້າທີ່ການ ເມືອງຂອງຕົນ ພ້ອມທັງຍົກສູງ ໃຫ້ເຫັນສະພາບການທີ່ເກີດຂຶ້ນ ໃນພາກພື້ນ, ສາກົນ ແລະ ຢູ່ພາຍ ໃນປະເທດເຮົາ ເພື່ອໃຫ້ພະນັກ ງານ-ນັກຮົບ ໄດ້ຮັບຮູ້ເຊື່ອມຊຶມ ກຳແຫນ້ນ ແລະ ເປັນບ່ອນອີງ ໃນການຈັດຕັ້ງປະຕິບັດຫນ້າທີ່ ວຽກງານ ໃນໄລຍະໃໝ່ໃຫ້ໄດ້ ຮັບຜົນດີ, ສືບຕໍ່ເອົາໃຈໃສ່ກໍ່ສ້າງ ປັບປຸງກຳລັງທ້ອງຖິ່ນໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງ ໂດຍ ສະເພາະກຳລັງ ປກຊ-ປກສ ໃຫ້ ມີຄວາມເຕີບໃຫຍ່ຂະຫຍາຍຕົວ ເພື່ອແກ້ໄຂບັນດາປາກົດການ ຫຍໍ້ທໍ້ຕ່າງໆພາຍໃນທ້ອງຖິ່ນໃຫ້ ໝົດໄປ ພ້ອມກັນເປັນເຈົ້າການ ນຳເອົາເນື້ອໃນຈິດໃຈຂອງກອງ ປະຊຸມໃຫຍ່ຄັ້ງທີ X ຂອງພັກ ໄປຈັດຕັ້ງຜັນຂະຫຍາຍຢ່າງມີ ປະສິດທິຜົນເອົາໃຈໃສ່ສ້າງເງື່ອນ ໄຂອຳນວຍຄວາມສະດວກໃຫ້ແກ່ ສອງກຳລັງໃຫ້ເຮັດສຳເລັດຫນ້າ ທີ່ຂອງຕົນ. ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 70 ປີ ທີ່ຈະມາເຖິງໃນມໍ່ໆນີ້ ຈົ່ງ ພ້ອມກັນອອກແຮງແຂ່ງຂັນກັນ ສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນ ວັນດັ່ງກ່າວໃຫ້ເປັນຂະບວນຟົດ ຟື້ນ ແລະ ເຕັມໄປດ້ວຍຄວາມ ໝາຍເລິກເຊິ່ງ. ໂດຍ: ແສງສຸລີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ