ປະທານສະພາແຫ່ງຊາດ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ
ເວລາອອກຂ່າວ: 2021-06-16 14:03:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 797 | ຄວາມນິຍົມ: ![]()
ວັນທີ 14 ມິຖຸນາ 2021ນີ້, ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ, ທ່ານ ປອ. ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກກັບອໍານາດການປົກຄອງແຂວງສະຫວັນນະເຂດ, ໂດຍການຕ້ອນຮັບຂອງ ທ່ານ ສັນຕິພາບ ພົມວິຫານ, ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆສະຫວັນນະເຂດ, ພ້ອມດ້ວຍການນໍາຂັ້ນແຂວງ, ສະພາປະຊາຊົນແຂວງ (ສພຂ) ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ເຊິ່ງທ່ານປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມພິທີປູກຕົ້ນໄມ້ຢູ່ຕໍ່ໜ້າຫ້ອງວ່າການປົກຄອງແຂວງສະຫວັນນະເຂດ.
ຈາກນັ້ນ, ຢູ່ທີ່ຫ້ອງະຊຸມຫ້ອງວ່າການົກຄອງແຂວງສະຫວັນນະເຂດ, ທ່ານ ສັນຕິພາບ ພົມວິຫານ ໄດ້ຕາງໜ້າໃຫ້ຄະນະພັກແຂວງ ໄດ້ລາຍງານກ່ຽວກັບ ການເຜີຍແຜ່ຊື່ມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ; ເຊິ່ງທ່ານໄດ້ລາຍງານໃຫ້ຊາບວ່າ: ພາຍຫລັງທີ່ໄດ້ຮັບຄໍາສັ່ງເລກທີ 38/ຄລສພ ຂອງຄະນະເລຂາທິການສູນກາງພັກ ພ້ອມດ້ວຍບັນດາເອກະສານຕ່າງໆທີ່ຕິດພັນກັບມະຕິ XI ຂອງພັກແລ້ວ, ຄະນະປະຈໍາພັກແຂວງໄດ້ອອກມະຕິຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອກະກຽມດ້ານເນື້ອໃນເຜີຍແຜ່ ແລະ ຜັນຂະຫຍາຍມະຕິດັ່ງກ່າວ ໂດຍຕິດພັນກັບການດໍາເນີນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 2 ສະໄໝທີ IX; ສໍາລັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2021 ແມ່ນໄດ້ດໍາເນີນ ໃນທ່າມກາງສະພາບຄວາມຫຍຸ້ງຍາກຫລາຍຢ່າງ ເປັນຕົ້ນຄວາມບອບບາງທາງດ້ານເສດຖະກິດ-ການເງິນ ຍ້ອນຖານການຜະລິດອ່ອນນ້ອຍ ບວກກັບຜົນກະທົບຈາກໄພທໍາມະຊາດ ແລະ ການລະບາດຂອງພະຍາດໂຄວິດ-19 ຮອບ II; ແຕ່ ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກ-ອໍານາດການປົກຄອງແຕ່ລະຂັ້ນ, ໄດ້ພ້ອມກັນຕັ້ງໜ້າ ຈັດຕັ້ງປະຕິບັດວຽກງານຕ່າງໆຕາມແຜນການທີ່ວາງໄວ້ ສໍາເລັດຫລາຍຢ່າງຄື: ທົ່ວແຂວງສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ຄວາມທຸກຍາກຂອງປະຊາຊົນໄດ້ຮັບການແກ້ໄຂ, ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ; ໄດ້ຫັນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ປັບປຸງກົງຈັກການຈັດຕັ້ງບໍລິຫານລັດໄປຕາມທິດກະທັດຮັດ ຕາມມະຕິຄໍາສັ່ງ ຂອງຄະນະພັກຂັ້ນເທິງ; ດ້ານການເຕີບໂຕທາງດ້ານເສດຖະກີດ, ຜ່ານການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ GDP ເຕີບໂຕສະເລ່ຍ 2,37%, ລວມມູນຄ່າ GDP ປະຕິບັດໄດ້ 8.626,3 ຕື້ກີບ ເທົ່າກັບ 38,5%; ສະເລ່ຍ GDP ຕໍ່ຫົວຄົນໄດ້ 862 ໂດລາສະຫະລັດ.
ຂ່າວຍັງໃຫ້ຮູ້ອີກວ່າ ໃນຕອນບ່າຍຂອງວັນດຽວກັນ ທ່ານປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຮັດວຽກຮ່ວມກັບ ສພຂ ສະຫວັນນະເຂດ; ເຂົ້າຮ່ວມມີທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານ ສພຂ, ມີບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ, ສະມາຊິກສະພາປະຊາຊົນແຂວງ (ສສຂ), ເລຂາທິການ, ບັນດາກໍາມະການ, ພ້ອມດ້ວຍພະນັກງານ ສພຂ ສະຫວັນນະເຂດ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ກິ່ງແກ້ວ ມີວໍລະຈັກ ໄດ້ລາຍງານກ່ຽວກັບຜົນສໍາເລັດຂອງກອງປະຊຸມຄັ້ງປະຖົມມະລືກ ຂອງ ສພຂ ແຂວງສະຫວັນນະເຂດ ຊຸດທີ II; ເຊິ່ງໄດ້ຮັບຮອງເອົາແຕ່ລະບັນຫາຕາມທີ່ກົດໝາຍໄດ້ວາງອອກ ເປັນຕົ້ນແມ່ນ: ການເລືອກຕັ້ງເອົາ ປະທານສະພາປະຊາຊົນແຂວງ ຊຸດທີ II, ເລືອກຕັ້ງເອົາ ຮອງປະທານສະພາປະຊາຊົນແຂວງ, ພ້ອມບັນດາກຳມະການຄະນະປະຈຳສະພາປະຊາຊົນແຂວງ, ຮັບຮອງໂຄງປະກອບກົງຈັກສະພາປະຊາຊົນແຂວງ ແລະ ຮັບຮອງເອົາການແຕ່ງຕັ້ງປະທານຄະນະກຳມະການ, ເລຂາທິການ ແລະ ຮອງປະທານຄະນະກຳມະການ ຂອງສະພາປະຊາຊົນແຂວງ ຊຸດທີ II, ບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ, ຄະນະກໍາມະການ ແລະ ເລຂາທິການ ໃນຖານະເປັນຜູ້ປະຈໍາການນີ້ ມີທັງໝົດ 16 ທ່ານ, ຍິງ 3 ທ່ານ ໃນນີ້ ມີຜູ້ປະຈໍາການ 13 ທ່ານ ແລະ 3 ທ່ານ ທີ່ເປັນຮອງປະທານຄະນະກຳມະການ ແມ່ນຄວບຕໍາແໜ່ງ; ໄດ້ເລືອກຕັ້ງ ເຈົ້າແຂວງ, ເລືອກຕັ້ງຫົວໜ້າອົງການໄອຍະການປະຊາຊົນແຂວງ, ປະທານສານປະຊາຊົນແຂວງ ແລະ ຮັບຮອງເອົາການແຕ່ງຕັ້ງຮອງເຈົ້້າແຂວງ, ຮັບຮອງເອົາໂຄງປະກອບກົງຈັກຂອງອົງການປົກຄອງແຂວງ ເຊິ່ງມີ 15 ພະແນກການ, 2 ກອງບັນຊາການ ແລະ 2 ອົງການທຽບເທົ່າພະແນກຂັ້ນແຂວງ, ພ້ອມທັງໄດ້ຮັບຮອງເອົາການແຕ່ງຕັ້ງຫົວໜ້າພະແນກການ 18 ພະແນກ; ຍັງເຫຼືອແຕ່ບຸກຄະລາກອນທີ່ຈະເປັນຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຍັງບໍ່ໄດ້ຮັບຮອງ ເຊິ່ງໃນກອງປະຊຸມ ໄດ້ສະເໜີໃຫ້ອົງການປົກຄອງແຂວງ ສືບຕໍ່ຄົ້ນຄວ້າ ແລະ ນຳສະເໜີໃຫ້ແກ່ ຄະນະປະຈຳສະພາປະຊາຊົນແຂວງ ຫຼື ກອງປະຊຸມສະໄໝສາມັນ ຄັ້ງຕໍ່ໄປ ເປັນຜູ້ພິຈາລະນາ.
ທ່ານປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ຍັງໄດ້ສືບຕໍ່ຢ້ຽມຢາມ ແລະ ເຮັດວຽກຢູ່ພື້ນຖານການຜະລິດ ຂອງແຂວງສະຫວັນນະເຂດອີກຈໍານວນໜຶ່ງ ເຊັ່ນ: ໄດ້ຢ້ຽມຊົມການຜະລິດ ຂອງບໍລິສັດ ລ້ານຊ້າງມິໄນໂຣນ ເມືອງວິລະບູລີ, ເຂົ້າຮ່ວມພິທີອັນເຊີນຮູບຫລໍ່ປະທານ ໄກສອນ ພົມວິຫານ ຂຶ້ນປະດິດສະຖານຢູ່ອະນຸສອນສະຖານ ເມືອງວິລະບູລີ, ຢ້ຽມຊົມໂຄງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂຄງການຮ່ວມໃຈສາຍໄຍໂລມາຄໍາ ຈຸດສຸມຕັງອາໄລ ເມືອງນອງ; ຢ້ຽມຊົມການກໍ່ສ້າງໂຄງການພັດທະນາຊົນນະບົດຮອບດ້ານ ບ້ານລະຫະນໍ້າ ເມືອງສອງຄອນ, ຢ້ຽມຊົມຟາມລ້ຽງງົວ ບ້ານຫົວຫາດ, ບ້ານທ່າໂພ ເມືອງໄຊພູທອງ ແລະ ຢ້ຽມຊົມ ຜາສາດຫີນ ເມືອງໄຊພູທອງ.
(ບຸນເກີດ ວົງໄຊຍາ)
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















