ຫົວໜ້າການທະຫານທະຫານແຂວງໄຊຍະບູລີ ລົງພົບປະຢ້ຽມຢາມປະຊາຊົນ ທີໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ
ເວລາອອກຂ່າວ: 2021-06-17 10:21:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 544 | ຄວາມນິຍົມ: ![]()
ໃນວັນທີ 16 ມີຖຸນາ 2021 ນີ້, ສະຫາຍ ພົນຈັດຕະວາ ກູດ ພົມມາ ຫົວໜ້າການທະຫານກອງບັນຊາການທະຫານແຂວງໄຊຍະບູລີ ພ້ອມດ້ວຍຄະນະໄດ້ລົງພົບປະຢ້ຽມຢາມປະຊາຊົນ 5 ບ້ານທີ່ໄດ້ແບ່ງຄວາມຮັບຜິດຊອບໃຫ້ນຳເອົາກຳລັງຂອງອ້າຍນ້ອງທະຫານແຂວງໄຊຍະບູລີ ລົງໄປຊ່ວຍເຫຼືອຄອບຄົວຂອງພໍ່ແມ່ປະຊາຊົນທີ່ຖືກພົນກະທົບຈາກໄພນ້ຳຖ້ວມພາຍໃນເມືອງໄຊຍະບູລີ ພາຍ ຫຼັງນ້ຳໄດ້ບົກແຫ້ງລົງຄື: ບ້ານທ່ານາ, ບ້ານສີມຸງຄຸນ, ບ້ານສີເມືອງ, ບ້ານຖິ່ນ ແລະ ບ້ານນາຕໍໃຫຍ່, ໃນການລົງພົບປະຢ້ຽມຢາມແຕ່ລະບ້ານນັ້ນ ສະຫາຍ ພົນຈັດຕະວາ ກູດ ພົມມາ ພ້ອມດ້ວຍຄະນະຍັງໄດ້ຮັບຟັງການລາຍງານສະພາບພົນກະທົບນ້ຳຖ້ວມ ແລະ ພົນເສຍຫາຍ, ສະພາບຂອງອ້າຍນ້ອງທີ່ລົງໄປຊ່ວຍເຫຼືອມ້ຽນມັດເຄື່ອງຂອງທີ່ຈຳເປັນ, ອານາໄມປັດກວາດລ້າງຕົມອອກຈາກເຮືອນຊານສະຖານທີ່ ຈາກອໍານາດການປົກຄອງບ້ານແຕ່ລະບ້ານໂດຍສະເພາະກຳລັງຂອງອ້າຍນ້ອງແຕ່ລະສະຫາຍແມ່ນໄດ້ເອົາໃຈໃສ່ເຕັມທີ່ດ້ວຍຄວາມຈູບຈ້າວຫ້າວຫັນສຸມທຸກກຳລັງແຮງກາຍຊ່ວຍເຫຼືອພໍ່ແມ່ປະຊາຊົນດ້ວຍຄວາມຈິງໃຈບໍ່ຮູ້ອິດຮູ້ເມື່ອຍ
ໂອກາດດັ່ງກ່າວນີ້ ສະຫາຍ ພົນຈັດຕະວາ ກູດ ພົນມາ ຍັງໄດ້ຮຽກຮ້ອງໃຫ້ກຳລັງຂອງອ້າຍນ້ອງທຸກພາກສ່ວນທີ່ລົງຊ່ວຍເຫຼືອພໍ່ແມ່ປະຊາຊົນໃນຄັ້ງນີ້ ຈົ່ງເອົາໃຈໃສ່ ໃຫ້ການຊ່ວຍເຫຼືອຢ່າງແທ້ຈິງເປັນຕົ້ນແມ່ນການມ້ຽນມັດເຄື່ອງຂອງ, ການອານາໄມເຮືອນຊານບ້ານຊ່ອງຂອງປະຊາຊົນ, ການປັດກວາດຍູ້ດີນຕົມອອກຈາກເຮືອນ, ຂົນສິງເສດເຫຼືອທີ່ມາກັບນ້ຳໃຫ້ແລ້ວໂດຍໄວເພື່ອໃຫ້ປະຊາຊົນໄດ້ກັບມາໃຊ້ຊີວິດປົກະຕິ, ເຮັດດ້ວຍຄວາມເຕັມໃຈຢ່າງແທ້ຈິງໃຫ້ສົມກັບວ່າເປັນທະຫານຂອງປະຊາຊົນ, ຈາກນັ້ນ ສະຫາຍ ພົນຈັດຕະວາ ກູດ ພົມມາ ພ້ອມຄະນະກໍ່ໄດ້ລົງໄປເບິ່ງ ອ້າຍນ້ອງທີ່ພວມປະ ຕິບັດໜ້າທີ່ຂອງຕົນຕາມການມອບໝາຍຂອງຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງໄຊຍະບູລີຢູ່ຕາມຈຸດຕ່າງໆອີກດ້ວຍ.
ຂ່າວ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















