ກອງພົນທີ 4 ປະກາດການຈັດຕັ້ງຂັ້ນນຳພາ - ບັນຊາ
ເວລາອອກຂ່າວ: 2021-06-17 12:32:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 610 | ຄວາມນິຍົມ: ![]()
ໃນວັນທີ 14 ມິຖຸນາ 2021 ນີ້, ຢູ່ທີ່ສະໂມສອນກອງພົນທີ 4 ກະຊວງປ້ອງກັນປະເທດໄດ້ຈັດຕັ້ງພິທີປະກາດການຈັດຕັ້ງຂັ້ນນຳພາ - ບັນຊາ, ຂັ້ນຫ້ອງຢູ່ກອງພົນ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີ ສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ເລຂາຄະນະພັກກອງພົນ ຫົວໜ້າການເມືອງກອງພົນທີ 4, ຄະນະພັກ - ຄະນະບັນຊາກອງພົນທີ 4, ການນໍາເມືອງ ອຸທຸມພອນ, ກອງບັນຊາການທະຫານແຂວງ ສະຫວັນນະເຂດ, ກອງພັນໃຫຍ່ 644, ໂຮງໝໍບໍລິເວນ 109,ໂຮງງານປະສານເຫຼົ່າພາກກາງ, ຕະຫຼອດຮອດພະນັກງານທົ່ວກອງພົນທີ 4 ເຂົ້າຮ່ວມ.
ສະຫາຍ ພັນເອກ ໂສພາວັນ ທໍາມະເທວາ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບໄດ້ຂື້ນຜ່ານຂໍ້ຕົກຂອງລັດຖະມົນກະຊວງປ້ອງກັນປະເທດ ສະບັບເລກທີ 1833/ກປທ ລົງວັນທີ 30 ມີນາ 2021 ວ່າດ້ວຍການແຕ່ງຕັ້ງຮອງກອງພົນຮັບຜິດຊອບວຽກງານພາລາທິການ, ຫົວໜ້າຫ້ອງພະລາ ທິການກອງພົນທີ 4 ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາ (ສະບັບປັບປຸງ) ພາກທີ II ໝວດທີ 4 ມາດຕາທີ 26 ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານ, ດັ່ງນັ້ນ ລັດຖະມົນຕີກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ວິເລີດ ສວຍມາລີ ເປັນຮອງກອງພົນ ຮັບຜິດຊອບວຽກງານພະລາທິການທັງເປັນຫົວໜ້າຫ້ອງພາລາທິການກອງພົນທີ 4 ປ່ຽນແທນ ສະຫາຍ ພັນເອກ ບຸນທອນ ສຸພາວົງໄຕ ພັກການເຂົ້າບຳນານ ແລະ ບົງຕົວແຕ່ງຕັ້ງ ສະຫາຍ ພັນໂທ ຫັດສະດາຈັນ ຊຸມພົນພັກດີ ເປັນກໍາມະການພັກກອງພົນທີ 4 ຕາມທິດທາງການປັບປຸງບູລະນະກົງຈັກການຈັດຕັ້ງຂັ້ນນໍາພາ - ບັນຊາ, ຂັ້ນຫ້ອງ ໃນກໍາລັງປ້ອງກັນຊາດໃຫ້ເຂັ້ມແຂງ ໜັກແໜ້ນຮອບດ້ານເພື່ອສືບຕໍ່ປັບປຸ່ງກໍສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.
ຂ່າວໂດຍ: ໂພຄຳ ພອນປະເສີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















