ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ກຸມພາ 2025

  

ປະທານ ກວທສ ສະພາແຫ່ງຊາດ ພົບປະກັບຜູ້ຕາງໜ້າ UNPFA
ເວລາອອກຂ່າວ: 2021-06-23 10:27:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 295 | ຄວາມນິຍົມ:



ວັນທີ 22 ມິຖຸນານີ້, ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການວັດທະນະທຳ-ສັງຄົມ (ກວທສ) ສະພາແຫ່ງຊາດ ໄດ້ຕ້ອນຮັບກາເຂົ້າພົບປະຂອງທ່ານ ນາງ ມາຣຽມ ເອຄານ ຜູ້ຕາງໜ້າຂອງອົງການສະຫະປະຊາຊົນກອງທຶນປະຊາກອນ (UNPFA). ໂດຍມີພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ທ່ານ ນາງ ທຸມມາລີ ວົງພະຈັນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຕໍ່ການມາພົບປະເຮັດວຽກຂອງຄະນະໃນຄັ້ງນີ້, ທັງໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ UNPFA ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ແລະ ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບກົງຈັກຂອງສະພາແຫ່ງຊາດ ຊຸດທີ IX, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ II ທີ່ຫາກໍສຳເລັດລົງ, ແຜນການເຄື່ອນໄຫວ 5 ປີ ຂອງສະພາແຫ່ງຊາດນັບແຕ່ປັດຈຸບັນຮອດ 2025 ເປັນຕົ້ນແມ່ນສູ້ຊົນສ້າງ ແລະ ປັບປຸງກົດໝາຍໃຫ້ໄດ້ທັງໝົດ 96 ສະບັບ (ສ້າງໃໝ່ 38 ສະບັບ, ປັບປຸງ 58 ສະບັບ), ໃນນີ້ ຂົງເຂດວັດທະນະທໍາ-ສັງຄົມມີ 27 ສະບັບ (ສ້າງໃໝ່ 11 ສະບັບ ແລະ ປັບປຸງ 17 ສະບັບ), ຮັບປະກັນການຕົກລົງບັນຫາສຳຄັນພື້ນຖານຂອງຊາດ, ຍົກສູງຄຸນນະພາບການຕິດຕາມກວດກາຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາກຳມາທິການ ແລະ ສສຊ ສ້າງຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ບຸກຄະລາກອນ, ເພີ່ມທະວີການພົວພັນຮ່ວມມືກັບລັດຖະສະພາໃນພາກພື້ນ ແລະ ໃນໂລກ. ພ້ອມນີ້, ຍັງໄດ້ແຈ້ງແຜນການເຄື່ອນໄຫວຂອງກຳມາທິການວັດທະນະທຳ-ສັງຄົມ 5 ປີ (2021-2025), ເຊິ່ງມີ 5 ແຜນງານ 28 ໂຄງການ, ການຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາຄາດໝາຍຂອງ 4 ຂະແໜງການໃນຂົງເຂດວັດທະນະທໍາ-ສັງຄົມ ໃນ 5 ປີ (2021-2025) ໃນແຜນພັດທະນະເສດຖະກິດ-ສັງຄົມແຫ່ງຊາດ ແລະ ສະພາບການອື່ນໆອີກຈຳນວນໜຶ່ງ. ທ່ານ ນາງ ມາຣຽມ ເອຄານ ກໍໄດ້ລາຍງານຫຍໍ້ກ່ຽວກັບການເຮັດວຽກ, ຈຸດປະສົງ ແລະ ເປົ້າໝາຍຕ່າງໆຂອງ UNPFA ເຊິ່ງໄດ້ເລັ່ງໃສ່ການພັດທະນາຊັບພະຍາກອນມະນຸດ ເປັນຕົ້ນແມ່ນຊາວໜຸ່ມ ໃນການສ້າງພັດທະນາແຮງງານທີ່ມີຄຸນນະພາບ, ມີສຸຂະພາບຈິດໃຈ ແລະ ສຸຂະພາບກາຍທີ່ແຂງແຮງດີ. ທັງສອງຝ່າຍກໍໄດ້ປຶກສາຫາລືກັນຢ່າງກົງໄປກົງມາ ກ່ຽວກັບແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນໃນຂະແໜງການສຶກສາ, ສາທາລະນະສຸກ, ແຮງງານສະຫວັດດີການ-ສັງຄົມ ເຊັ່ນ: ຫຼຸດອັດຕາການປະລະຮຽນຂອງເດັກ, ການໃຊ້ແຮງງານເດັກ, ການຖືພາກ່ອນໄວ, ສຸຂະພາບຈະເລີນພັນ ແລະ ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ. ໂດຍ : ນາງ ປາກາລັກ ພົມມີໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ