ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ມັງກອນ 2025

  

ທະຫານແຂວງເຊກອງ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ
ເວລາອອກຂ່າວ: 2021-06-23 10:36:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 305 | ຄວາມນິຍົມ:



ໃນວັນທີ 22 ມີຖຸນາ 2021 ນີ້, ກອງບັນຊາການທະຫານແຂວງເຊກອງ ໄດ້ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ, ຄັ້ງທີ X ຂອງອົງຄະນະພັກແຂວງ, ຄັ້ງທີ V ຄະນະອົງຄະນະພັກກະຊວງປ້ອງກັນປະເທດ ແລະ ຄັ້ງທີ V ຂອງອົງຄະນະພັກກອງບັນຊາການທະຫານແຂວງ ເຊກອງ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສົມທອງ ດອນກັນນ້ອຍ ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການ ທະຫານແຂວງເຊກອງ, ມີ, ຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ກອງບັນຊາການ 4 ຕົວເມືອງ ແລະ ພະນັກງານຫຼັກແຫຼ່ງທີ່ເປັນຕົວແທນມາຈາກກົມກອງຂື້ນກັບເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສົມທອງ ດອນກັນນ້ອຍ ໄດ້ກ່າວວ່າ: ການຈັດຕັ້ງຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ, ຄັ້ງທີ X ຂອງອົງຄະນະພັກແຂວງ, ຄັ້ງທີ V ຄະນະພັກກະຊວງປ້ອງກັນປະເທດ ແລະ ຄັ້ງທີ V ຂອງອົງຄະນະພັກກອງບັນຊາການທະຫານແຂວງເຊກອງ ໃນຄັ້ງນີ້, ແມ່ນຕິດພັນກັບກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງຊາດ ປະຈຳ 6 ເດືອນຕົ້ນປີ 2021, ວາງທິດທາງແຜນການ 6 ເດືອນທ້າຍປີ ແລະ ກອງປະຊຸມເປີດກວ້າງ ຄັ້ງທີ 3 ສະໄໝທີ V ,ເຊິ່ງຜູ້ແທນເຂົ້າຮ່ວມຈະໄດ້ພ້ອມກັນຄົ້ນຄວ້າຮໍ່າຮຽນຕໍ່ບັນດາເອກະສານກ່ຽວກັບຜົນສຳເລັດຂອງກອງປະຊຸມໃຫຍ່ຂອງພັກ ໃນແຕ່ລະຂັ້ນຢ່າງກົງໄປກົງມາ,ເພື່ອນຳມາເປັນບ່ອນອີງເຂົ້າໃນການຈັດຕັ້ງຊີ້ນຳ-ນຳພາ ແລະ ບັນຊາ,ເຮັດໃຫ້ພະນັກງານສະ ມາຊິກພັກ-ນັກຮົບຢູ່ໃນກົມກອງຮາກຖານຂັ້ນຂອງຕົນ ມີຄຸນທາດການເມືອງໜັກແໜ້ນ-ເຂັ້ມງວດ ແລະ ສາມາດປັບປຸງກໍ່ສ້າງກຳລັງ, ກໍ່ສ້າງໜ່ວຍພັກ ໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ. ນອກນັ້ນ ຜູ້ແທນເຂົ້າຮ່ວມຍັງຈະໄດ້ພ້ອມກັນປະກອບຄຳຄິດ-ຄຳເຫັນຕໍ່ການສະຫຼຸບຕີລະຄາວຽກງານຮອບດ້ານໃນການຊີ້ນຳ-ນຳພາຂອງອົງຄະນະພັກ-ຄະນະບັນຊາ ສະໄໝທີ V ໃນໄລຍະ 6 ເດືອນຕົ້ນປີຜ່ານມາ ແລະ ພ້ອມກັນຄົ້ນຄວ້າແບບແຜນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນດ້ານຕ່າງໆ ເພື່ອແນ່ໃສ່ຮັບຮອງເອົາແຜນການສູ້ຊົນ ປະຈຳ 6 ເດືອນທ້າຍປີ 2021ນີ້, ສາມາດບັນລຸໄດ້ຕາມຈຸດສົງຄາດໝາຍທີ່ໄດ້ກຳນົດໄວ້. ໂດຍ: ທອງມີ ຈັນທະວີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ