ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ຫ້ອງການເມືອງ ກມທ ປະກາດໃຫ້ນາຍທະຫານພັກການຮັບບໍານານ
ເວລາອອກຂ່າວ: 2021-06-23 10:42:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 284 | ຄວາມນິຍົມ:



ວັນທີ 23 ມິຖຸນາ 2021 ນີ້, ຫ້ອງການເມືອງ, ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີປະກາດອະນຸມັດໃຫ້ນາຍທະຫານພັກການຮັບບໍານານ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດານາຍທະຫານທີ່ໄດ້ພັກການຮັບບໍານານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ຄອນສະຫວັນ ແກ້ວທອນຈັນ ຫົວໜ້າພະແນກພະນັກງານ ໄດ້ຂື້ນຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ນາຍທະຫານພັກການຮັບບໍານານ, ອີງຕາມກົດໝາຍ ວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ), ອີງຕາມກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ), ອີງຕາມການຄົ້ນຄວ້າ ແລະ ນໍາສະເໜີຂອງກົມໃຫຍ່ການເມືອງກອງທັບ. ກະຊວງປ້ອງກັນປະເທດຕົກລົງເຫັນດີອະນຸມັດໃຫ້ ສະຫາຍ ພັນໂທ ນາງ ບຸນໂຕ້ ອິນປຣາສີ ຮອງອໍານວຍການຫໍສະໝຸດກອງທັບ, ສະຫາຍ ພັນໂທ ຈັນສົມ ມາລາວົງ ຫົວໜ້າພະແນກສໍາເນົາຫ້ອງການ, ສະຫາຍ ພັນໂທ ມີໄຊ ອຸທຸມທອງ ຫົວໜ້າການເມືອງກອງພັນ 1.60 ແລະ ສະຫາຍ ພັນໂທ ນາງ ວັນຄໍາ ເພັງມະແສງ ຮອງຫົວໜ້າສະຖິຕິກົມຈັດຕັ້ງພັກ, ພັກການຮັບເງິນອູດໜູນບໍານານ ນັບຕັ້ງແຕ່ງວດທີ 4 ປີ 2021 ເປັນຕົ້ນໄປ. ໂອກາດນີ້ ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ມີຄໍາເຫັນໂອລົມຕໍ່ນາຍທະຫາຍທີ່ໄດ້ພັກການຮັບບໍານານໃນຄັ້ງນີ້ ວ່າໄດ້ຮັບພັກການຮັບບໍານານແລ້ວໃຫ້ມີແນວຄິດອຸ່ນອ່ຽງທຸ່ນທ່ຽງເປັນຫຼັກແຫຼ່ງ, ເປັນທີ່ເພິ່ງໃຫ້ແກ່ພະນັກງານຮຸ້ນສືບທອດ, ເປັນແບບຢ່າງທີ່ດີໃຫ້ແກ່ອໍານາດການປົກຄອງທ້ອງຖິ່ນ, ເປັນເຈົ້າການນໍາພາສ້າງເສດຖະກິດຄອບຄົວ ເພື່ອແກ້ໄຂຊີວິດການເປັນຢູ່ນັບມື້ດີຂຶ້ນ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ