ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ການນໍາແຂວງ ອັດຕະປື ມອບເງິນຊ່ວຍໄພນໍ້າຖ້ວມແຂວງ ໄຊຍະບູລີ
ເວລາອອກຂ່າວ: 2021-06-23 11:35:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 360 | ຄວາມນິຍົມ:



ເພື່ອເປັນການປະກອບສ່ວນຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມທີ່ແຂວງ ໄຊຍະບູລີ ຄັ້ງວັນທີ 14 ມິຖຸນາ ນັ້ນ ໃນວັນທີ 22 ມິຖຸນາ ນີ້, ຢູ່ທີ່ນະຄອນຫຼວງວຽງຈັນ, ການນໍາແຂວງ ອັດຕະປື ໄດ້ມອບເງິນສົດຈໍານວນ 50 ລ້ານກີບ ໃຫ້ແຂວງ ໄຊຍະບູລີ, ໃຫ້ກຽດມອບ ໂດຍ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆ ອັດຕະປື ແລະ ກ່າວຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆ ໄຊຍະບູລີ ທັງນີ້, ກໍເພື່ອເປັນການປະກອບສ່ວນໃນການຊ່ວຍເຫຼືອ ແລະ ຟື້ນຟູ ຊີວິດ-ຈິດໃຈຂອງຄອບຄົວຜູ້ຖືກນໍ້າຖ້ວມ ແລະ ຊັບສິນຂອງລັດເຊັ່ນ: ທະໜົນ-ຫົນທາງ, ໄຟຟ້າ, ນໍ້າປະປາ, ອາຄານ ແລະ ເຄື່ອງຮັບໃຊ້ຫ້ອງການ. ທ່ານ ພົງສະຫວັນ ສິດທະວົງ ໄດ້ສະແດງຄວາມຂອບໃຈຕໍ່ການນໍາ ແລະ ປະຊາຊົນຊາວແຂວງ ອັດຕະປື ທີ່ເປັນຫວ່າງເປັນໄຍຕໍ່ປະຊາຊົນຊາວແຂວງ ໄຊຍະບູລີ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມຄັ້ງນີ້, ພ້ອມທັງໄດ້ມອບເງິນເພື່ອຊ່ວຍຟື້ນຟູຄວາມເສຍຫາຍຈາກໄພນໍ້າຖ້ວມໃຫ້ກັບມາສູ່ສະພາບປົກກະຕິ. ພາບ: ໂອເລ່ ສອນພັນ ຂ່າວ: ອຸ່ນເຮືອນ ໂພທິລັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ