
ກອງປະຊຸມທາງໄກລະຫວ່າງສອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ແລະ ຍີ່ປຸ່ນ
ເວລາອອກຂ່າວ: 2021-06-23 14:25:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 424 | ຄວາມນິຍົມ:
ໃນວັນທີ 23 ມິຖຸນາ 2021 ນີ້ ສອງລັດຖະມົນຕີກະຊວງປ້ອງກັນປະເທດລາວ-ຍີ່ປຸ່ນໄດ້ຈັດກອງຊຸມຮ່ວມກັນ ເພື່ອປຶກສາຫາລືໃນຂົງເຂດວຽກງານຫຼາຍດ້ານ, ເຊິ່ງຝ່າຍລາວນໍາໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍະລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ຝ່າຍຍີ່ປຸ່ນນໍາໂດຍ ທ່ານ ກີຊີ ໂນບຸ ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ.
ໃນກອງປະຊຸມຄັ້ງນີ້, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກໍ່ໄດ້ສະແດງຄວາມຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດພົບປະກັບ ທ່ານ ກີຊີ ໂນບຸ, ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ, ເຊິ່ງທ່ານກ່າວວ່າ: ການຮ່ວມມືລະຫວ່າງສອງກອງທັບລາວ-ຍີ່ປຸ່ນ ໃຫ້ມີຄວາມໜັກ
ແໜ້ນແບບເພື່ອນມິດ, ລວມທັງການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ພ້ອມທັງໄດ້ສະແດງຄວາມຂອບໃຈປຍັງຝ່າຍຍີ່ປຸ່ນທີ່ໄດ້ໃຫ້ການຊ່ວຍເຫຼືອລັດຖະບານລາວໂດຍຕະຫລອດມາ, ໂດຍສະເພາະ ຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອໃນການຝຶກອົບຮົມໃຫ້ແກ່ທິມງານສະກັດກັ້ນໄພພິບັດ ທີ່ຈັດຂຶ້ນນັບທັງຢູ່ລາວ ແລະ ຢູ່ຍີ່ປຸ່ນ, ການໃຫ້ທືນໃຫ້ແກ່ນັກສຶກສາທະຫານລາວໄດ້ໄປສຶກສາຢູ່ຍີ່ປຸ່ນ, ນອກນີ້ ສອງຝ່າຍຍັງໄດ້ພົວພັນປົກກະຕິໃນວຽກງານຫຼາຍດ້ານທີ່ໜ້າເພິ່ງພໍໃຈ. ໂອກາດນີ້ ໃນນາມລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ຍັງໄດ້ສະເໜີຕໍ່ຝ່າຍກະຊວງປ້ອງກັນປະເທດຍີ່ປຸ່ນ ໃຫ້ສືບຕໍ່ແລກປ່ຽນຄະນະຜູ້ແທນໃນລະດັບຕ່າງໆ ໃນວຽກງານແຕ່ລະຂົງເຂດເປັນປົກກະຕິ, ສືບຕໍ່ໃນການຝຶກອົບຮົມວຽກງານສະກັດກັ້ນໄພພິບັດໃຫ້ຝ່າຍລາວ ແລະ ຖ້າເປັນໄປໄດ້ໃຫ້ມາຈັດຕັ້ງຝຶກແອບປະຕິບັດຕົວຈິງຢູ່ປະເທດລາວ, ພ້ອມນີ້ ກະຊວງປ້ອງກັນປະເທດຈະສືບຕໍ່ສົ່ງນັກສຶກສາທະຫານໄປສຶກສາທີ່ມະຫາວິທະຍາໄລປ້ອງກັນຊາດຂອງຍີ່ປຸ່ນ, ສໍາຄັນໄປກ່ວານັ້ນ ແມ່ນສອງກະຊວງປ້ອງກັນປະເທດຕ້ອງພ້ອມກັນສືບຕໍ່ສະເໜີລັດຖະບານຂອງຕົນໃນການສ້າງຕັ້ງຫ້ອງການທູດທະຫານປະຈຳຢູ່ປະເທດລາວ ແລະ ຍີ່ປຸ່ນ
ໂອກາດນີ້ ທ່ານ ກີຊີ ໂນບຸ ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ກໍ່ໄດ້ສະແດງຄາວມເຫັນດີນໍາຄໍາສະເໜີຂອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະ ພ້ອມໃຫ້ຄໍາໝັ້ນສັນຍາວ່າຈະຮັບເອົາຂໍ້ສະເໜີດັ່ງກ່າວນໍາໄປພິຈາລະນາ ແລະ ຈະພະຍາຍາມຫາວິທີໃນການຊ່ວຍເຫຼືອ ສປປ ລາວ. ນອກຈາກນີ້ແລ້ວ, ສອງລັດຖະມົນຕີຍັງໄດ້ປຶກສາຫາລືໃນການຮ່ວມມືເພື່ອຊ່ວຍແກ້ໄຂບັນຫາຕ່າງໆ ນັບທັງພາຍໃນ ແລະ ຕ່າງປະເທດໃນປະເທດພາກພື້ນ ແລະ ອາຊຽນອີກດ້ວຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ