ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 23 ພຶດສະພາ 2025

  

ກະຊວງປ້ອງກັນປະເທດມອບເງີນ 200,000 ໂດລາໃຫ້ ສສ ຫວຽດນາມ
ເວລາອອກຂ່າວ: 2021-06-23 14:45:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 471 | ຄວາມນິຍົມ:



ຕອນເຊົ້າຂອງວັນທີ 23 ມິຖຸນາ 2021 ນີ້. ກະຊວງປ້ອງກັນປະເທດໄດ້ຈັດພິທີມອບວັດຖຸປັດໃຈຈໍານວນ 200,000 ໂດລາ ເພື່ອຊ່ວຍເຫຼືອ ສສ ຫວຽດນາມ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19. ເຊິ່ງເປັນກຽດມອບໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍະລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກ່າວຮັບໂດຍ ສະຫາຍ ຫງວຽນບາຮຸ່ງ ເອກອັກຄະລັດສະທູດຫວຽດນາມປະຈໍາລາວ. ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດລາວກ່ວາວ່າ: ການຊ່ວຍເຫຼືອຂອງກະຊວງປ້ອງກັນປະເທດໃຫ້ແກ່ ສສ ຫວຽດນາມໃນຄັ້ງນີ້, ເຖິງວ່າເປັນຈໍານວນບໍ່ຫຼາຍ, ແຕ່ມັນກໍ່ເປັນການຊ່ວຍມາຈາກໃຈຈິງຂອງພະນັກງານ-ນັກຮົບທົ່ວກອງທັບ ກໍ່ຄືປະຊາຊົນລາວທັງຊາດ, ເຊິ່ງຫວັງຢ່າງຍິ່ງວ່າທາງການຫວຽດນາມຈະນໍາເອົາວັດຖຸປັດໃຈດັ່ງກ່າວນໍາໄປປະສົມປະສານກັນແຜນຫງົບປະມານລວມຂອງລັດຖະບານຫວຽດນາມ ເພື່ອນໍາເຂົ້າໃນການສະກັດກັ້ນພະຍາດດັ່ງກ່າວໃຫ້ຫາຍຂາດໄວເທົ່າທີ່ຈະໄວໄດ້. ສະຫາຍ ຫງວຽນບາຮຸ່ງ ເອກອັກຄະລັດສະທູດຫວຽດນາມປະຈໍາລາວ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງກະຊວງປ້ອງກັນປະເທດ ກໍ່ຄືລັດຖະບານລາວທີ່ໃຫ້ການຊ່ວຍເຫຼືອລັດຖະບານ ສສ ຫວຽດນາມ ໂດຍຕະຫຼອດມາ, ນັບທັງການຊ່ວຍເຫຼືອໄພພິບັດ ກໍ່ຄືການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ເຊິ່ງລວມທັງການຊ່ວຍເຫຼືອຂອງລັດຖະບານລາວ ແລະ ນັກທຸລະກິດຊາວລາວ. ໃນນາມຜູ້ຕ່າງໜ້າລັດຖະບານຫວຽດນາມ ກໍ່ຄືປະຊາຊົນຫວຽດນາມ ຂໍສະແດງຄວາມຂອບໃຈຢ່າງຍິ່ງໃນການຊ່ວຍເຫຼືອເພື່ອບັນເທົາທຸກໃນຄັ້ງນີ້ ແລະ ສັນຍາວ່າຈະນໍາຈໍານວນເງີນດັ່ງກ່າວໄປໃຫ້ເຖິງເຂດທີ່ມີການລະບາດໜັກຂອງປະເທດ ເພື່ອເປັນຫງົບປະມານເສີມໃນການສະກັດກັ້ນພະຍາດດັ່ງກ່າວໃຫ້ຫາຍຂາດໂດຍໄວເທົ່າທີ່ໄວໄດ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ