ກົມໃຫ່ຍການເມືອງກອງທັບສໍາເລັດເຊື່ອມຊຶມມະຕິຂອງພັກ ແລະ ອົງຄະນະພັກກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2021-06-25 13:09:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 706 | ຄວາມນິຍົມ: ![]()
ຕອນເຊົ້າຂອງວັນທີ 25 ມິຖຸນາ 2021 ນີ້, ກົມໃຫ່ຍການເມືອງກອງທັບ ໄດ້ສໍາເລັດ ແລະປິດການເຊື່ອມຊຶມມະຕິກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ. ໂດຍການເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ຂອງສະຫາຍ ພົນຕີ ວໍລະສານ ວິລັດດາວົງ, ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫ່ຍການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ກົມ, ກອງ ແລະ ຫ້ອງການທົ່ວກົມໃຫ່ຍການເມືອງກອງທັບເຂົ້າຮ່ວມ.
ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ໄດ້ຍົກໃຫ້ເຫັນເນື້ອໃນມະຕິບາງຕອນວ່າ: ການເຜີຍແຜ່ເຊື່ອມຊຶມເອກະສານໃນຄັ້ງນີ້ ກໍເພຶ່ອແນໃສ່ເຮັດໃຫ້ຄະນະພັກ-ຄະນະບັນຊາໃນແຕ່ລະຂັ້ນ ສ້າງຄວາມເຂົ້າໃຈເປັນເອກະພາບຢ່າງເລິກເຊິ່ງ ຕໍ່ບັນດາເນຶ້ອໃນຈິດໃຈທີ່ໄດ້ກຳນົດໄວ້ ໃນມະຕິກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫ່ຍ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ. ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ພະນັກງານຫຼັກແຫຼ່ງຈົ່ງພ້ອມກັນເປັນເຈົ້າການນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດໝາກຜົນເປັນຈິງ ແລະ ເພຶ່ອເປັນພື້ນຖານໃຫ້ຄະນະພັກ-ຄະນະບັນຊາ ນໍາເອົາເນື້ອໃນດັ່ງກ່າວໄປສືບຕໍ່ສຶກສາອົບຮົມ, ຈັດຕັ້ງຜັນຂະຫຍາຍໃຫ້ເປັນຮູບປະທຳ, ບົນພື້ນຖານການປັບປຸງຍົກສູງທັດສະນະຫຼັກໝັ້ນ, ຄຸນທາດການເມືອງຂອງພະນັກງານຫຼັກແຫຼ່ງແຕ່ລະຂັ້ນໃຫ້ມີຄວາມເດັດດ່ຽວໜຽວແໜ້ນ, ສືບຕໍ່ບຸກທະລຸດ້ານແນວຄິດ-ຈິນຕະນາການ, ສ້າງໃຫ້ມີການຫັນປ່ຽນທາງດ້ານແນວຄິດ, ເປັນເຈົ້າການຕອບຕ້ານທຸກກົນອຸບາຍມ້າງເພທຳລາຍຂອງພວກອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີ, ມີແບບແຜນການດຳລົງຊີວິດທີ່ປອດໃສ, ມີຄວາມສາມັກຄີພາຍໃນເປັນເອກະພາບ, ເປັນກ້ອນກຳລັງແຮງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ຍຸຕິທໍາ.
ການຈັດຕັ້ງເຊື່ອມຊຶມໃນຄັ້ງນີ້ໄດ້ດໍາເນີນໄປເປັນເວລາ 2 ວັນ, ເລີ່ມແຕ່ວັນທີ 24-25 ມິຖຸນາ ຈິ່ງໄດ້ສຳເລັດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















