ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບເຄື່ອນໄຫວເຮັດວຽກຢູ່ກອງພົນທີ 5
ເວລາອອກຂ່າວ: 2021-06-25 13:58:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 980 | ຄວາມນິຍົມ:



ວັນທີ 24 ມິຖຸນາ 2021 ນີ້, ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ ໄດ້ເຄື່ອນໄຫວພົບປະໂອ້ລົມຄະນະພັກ-ຄະນະບັນຊາ ຢູ່ກອງພົນທີ 5 ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານກອງພົນທີ 5 ມີຄະນະພັກ - ຄະນະບັນຊາ ອົງການ 5 ຫ້ອງ, ກົມກອງອອ້ມຂ້າງ, ພະແນກການ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ການເຄື່ອນໄຫວພົບປະໂອ້ລົມຄະນະນຳ-ພະນັກງານຫລັກແຫຼ່ງຢູ່ກອງພົນທີ 5 ຄັ້ງນີ້, ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາກອງພົນທີ 5 ທີ່ໄດ້ໃຫ້ກຽດຕ້ອນຮັບດ້ວຍຄວາມອົບອຸ່ນ. ຈາກນັ້ນສະຫາຍ ໄດ້ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນທີ່ມີການຜັນແປໄປຢ່າງສະລັບສັບຊ້ອນ ເຊີ່ງມີທັງສີ່ງເອື້ອອຳນວຍ ແລະ ສີ່ງທ້າທາຍທົດສອບຫຼາຍປະການເຊີ່ງມັນໃຫ້ຮຽກຮ້ອງໃຫ້ພວກເຮົາຕ້ອງໄດ້ພ້ອມກັນມີສະຕິລະວັງຕົວສູງ ເພື່ອຕອບຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງພວກອິດທິກຳລັງປໍລະປັກ ໄປພ້ອມໆກັບການເອົາໃຈໃສ່ເຝິກແອບຮ່ຳຮຽນການເມືອງ, ການທະຫານ, ພະລາທີການ-ເຕັກນິກ ໃຫ້ເປັນປົກກະຕິ. ຕັ້ງໜ້າເຝິກຝົນຫຼໍ່ຫຼອມ ຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ ຕິດພັນກັບການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບໃຫ້ເປັນປົກກະຕິ ຕັ້ງໜ້າປະຕິບັດ 4 ໜ້າທີ່ໃຫ່ຍ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ມີປະສິດຕິພາບສູງ. ພ້ອມນັ້ນ ກໍຕ້ອງເອົາໃຈໃສ່ບົວລະບັດປົກປັກຮັກສາ ພາຫະນະ ອາວຸດຍຸດໂທປະກອນໃຫ້ມີຄວາມຮັບປະກັນນຳໃຊ້ໄດ້ຍາວນານ ໄປພ້ອມໆກັບການຫັນລົງກໍ່ສ້າງຮາກຖານການເມືອງພັດທະນາເສດຖະກິດ - ສັງຄົມຮອບດ້ານ ສືບຕໍ່ຕິດຕາມກວດກາເກັບກຳສະພາບຂອບເຂດກົມກອງຕັ້ງທັບ ໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ. ທັງນີ້ ເນື່ອງຈາກຫຼາຍປະເທດມີການແຜ່ລະບາດຂອງພະຍາດໂຄວິດ 19 ລວມທັງປະເທດລາວເຮົາກໍແມ່ນໜື່ງປະເທດທີ່ມີການແຜ່ລລະບາດ ໃນໂອກາດດັ່ງກ່າວສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະພັກ - ຄະນະບັນຊາ ພະນັກງານຫຼັກແຫຼ່ງຢູ່ກອງພົນທີ 5 ຕ້ອງໄດ້ເອົາໃຈໃສ່ຄວບຄຸມ ປ້ອງກັນ ແລະ ປະຕິບັດມາດຕະການທີ່ທາງຄະນະສະເພາະກິດວາງອອກໃຫ້ມີຄວາມເຂັ້ມງວດ ພ້ອມກັນລົງເຄື່ອນໄຫວໂຄສະນາ ສັກຢາວັກຊີນໃຫ້ພະນັກງານ - ນັກຮົບໃຫ້ທົ່ວເຖີງ ເພື່ອເປັນການ ປ້ອງກັນ ຮັກສາສຸຂະພາບຂອງນາຍ ແລະ ພົນທະຫານໃຫ້ມີຄວາມແຂງແຮງ ພ້ອມກັນເຮັດສຳເລັດໜ້າທີ່. ຂ່າວ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ