
ກະຊວງສຶກສາທິການ ແລະ ກິລາ ກຳນົດມາດຕະຖານການສອນຂອງຄູຊັ້ນປະຖົມ
ເວລາອອກຂ່າວ: 2019-01-16 10:26:36 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 411 | ຄວາມນິຍົມ:
ກະຊວງສຶກສາທິການ ແລະ ກີລາ (ສສກ) ກໍານົດມາດ ຕະຖານການສອນຂອງຄູຊັ້ນ ປະຖົມ ປະກອບມີ 4 ດ້ານ ແລະ 11 ມາດຕະຖານ ເພື່ອເປັນພື້ນ ຖານໃຫ້ແກ່ການສ້າງຄູ, ການ ເຝິກອົບຮົມຄູ ແລະ ນໍາໃຊ້ເປັນ ທິດທາງໃນການປັບປຸງການ ຈັດຕັ້ງປະຕິບັດການສອນຂອງ ຄູໃຫ້ໄດ້ຮັບຜົນດີທັງດ້ານປະລິ ມານ ແລະ ຄຸນະພາບ.
ອີງຕາມສະພາບມາດຕະ ຖານການສອນຂອງຄູຊັ້ນປະ ຖົມ, ກະຊວງສຶກສາທິການ ແລະ ກີລາໄດ້ລະບຸວ່າ: ມາດ ຕະຖານການສອນຂອງຄູ ປະ ກອບມີ 4 ດ້ານ ແລະ 11 ມາດ ຕະຖານ ໂດຍມີຈຸດປະສົງເພື່ອ ວາງວິໄສທັດໃນພາບລວມວ່າ ຈະດໍາເນີນໃນທິດທາງໃດ ເພື່ອ ເປັນພື້ນຖານໃຫ້ແກ່ການສ້າງຄູ ແລະ ການເຝິກອົບຮົມຄູ ເພື່ອອະ ທິບາຍກ່ຽວກັບການສອນທີ່ມີ ປະສິດທິພາບ ແລະ ໄດ້ນິຍາມວ່າ: “ແມ່ນການສອນທີ່ນໍາໄປສູ່ການ ປັບປຸງຜົນສໍາເລັດທາງດ້ານ ການຮຽນຂອງຜູ້ຮຽນ”, ເພື່ອນໍາ ໃຊ້ເປັນທິດທາງໃນການປັບປຸງ ການຈັດຕັ້ງປະຕິບັດການສອນ ຂອງຄູ ແລະ ເພື່ອນໍາໃຊ້ເຂົ້າໃນ ການປະເມີນການປະຕິບັດການ ສອນຂອງຄູໃຫ້ໄດ້ຮັບຜົນ ທັງ ດ້ານປະລິມານ ແລະ ຄຸນະພາບ ສູງຂຶ້ນເລື້ອຍໆ. ໃນນັ້ນ, 4 ດ້ານ ຄື: ຄວາມຮູ້ກ່ຽວກັບຜູ້ຮຽນ, ຄວາມຮູ້ກ່ຽວກັບຫຼາຍວິຊາ ແລະ ເປົ້າໝາຍຂອງຫຼັກສູດ, ຄວາມຮູ້ກ່ຽວກັບການສອນ ແລະ ຄວາມຮັບຜິດຊອບທາງດ້ານວິ ຊາຊີບຄູ, ສ່ວນ 11 ມາດຕະ ຖານປະກອບມີ ຮູ້ ແລະ ເຂົ້າໃຈ ຜູ້ຮຽນ; ຮູ້ວ່າຜູ້ຮຽນຄືແນວໃດ; ຮູ້ສ້າງບັນຍາກາດການຮຽນ ທີ່ມີການສະໜັບສະໜູນການ ຮຽນ ແລະ ມີຄວາມປອດໄພ; ຮູ້ເນື້ອໃນລາຍວິຊາ; ຮູ້ຫຼັກສູດ ຊັ້ນປະຖົມ; ຮູ້ວາງແຜນ ແລະ ປະຕິບັດການຮຽນການສອນ ຢ່າງມີປະສິດທິພາບເຮັດຄືແນວ ໃດ; ຮູ້ວ່າຈະສອນເນື້ອໃນບົດ ຮຽນຄືແນວໃດ; ຮູ້ວ່າຈະປະ ເມີນຄືແນວໃດ, ໃຫ້ການຖອດ ຖອນຄືແນວໃດ ແລະ ຮູ້ລາຍ ງານກ່ຽວກັບການຮຽນຂອງຜູ້ ຮຽນຄືແນວໃດ; ການສະແດງ ອອກເຖິງຄວາມເອົາໃຈໃສ່ຕໍ່ ການຮຽນຮູ້ທາງດ້ານວິຊາຊີບ; ການປະຕິບັດຈັນຍາບັນຂອງຄູ ແລະ ຊຸກຍູ້ກ່ຽວກັບວຽກງານວິ ຊາຊີບ ຮ່ວມກັບເພື່ອນຮ່ວມງານ, ຜູ້ປົກຄອງ, ຜູ້ຮຽນ ແລະ ຊຸມຊົນ, ນອກຈາກນັ້ນ, ການນໍາໃຊ້ມາດ ຕະຖານການສອນ ແມ່ນເປັນ ທິດທາງໃນການປັບປຸງການປະ ຕິບັດການສອນຂອງຄູຊັ້ນປະ ຖົມ, ມີປະສົບການໃນໂຮງຮຽນ, ເຝິກຫັດວິຊາຊີບຄູ, ປະເມີນ ຄູສອນໃໝ່ ຫຼື ຄູເລີ່ມຕົ້ນສອນ ການບໍາລຸງຄູປະຈໍາການ ແລະ ຄູ
ສຶກສານິເທດ, ແຜນງານບໍາລຸງ ຄູສຶກສານິເທດ ແລະ ແຜນພັດ ທະນາວິຊາຊີບວິທະຍາໄລຄູ.
ສໍາລັບມາດຕະຖານການ ສອນຂອງຄູຊັ້ນປະຖົມ ປະກອບ ມີ 4 ດ້ານ ແລະ 11 ມາດຕະ ຖານມີບ່ອນອີງຄື: ກົດໝາຍການ ສຶກສາສະບັບປັບປຸງ (2016), ແຜນປະຕິຮູບການສຶກສາປະ ກອບມີ ປັບປຸງຄຸນະພາບ ໂດຍ ສະເພາະແມ່ນຄຸນະພາບຂອງ ການສ້າງຄູ ແລະ ແຜນພັດທະ ນາຂະແໜງການສຶກສາ (2016- 2020), ແຜນຍຸດທະສາດ ຂອງການສ້າງຄູ ແລະ ແຜນ ງານ BEQUAL ແມ່ນການ ຮ່ວມມືລະຫວ່າງລັດຖະບານ ລາວ ກັບ ລັດຖະບານອົສຕຣາ ລີ ໂດຍມີຄວາມໝາຍຂອງ ມາດຕະຖານການສອນທີ່ວ່າ: ມາດຕະຖານການສອນ ແມ່ນ ການກໍານົດລະດັບຕໍ່າຂອງ ການເຝິກປະຕິບັດທີ່ມີຄວາມ ຄາດຫວັງຈາກຄູສອນ ແລະ ມາດຕະຖານການສອນ ແມ່ນ ບອກໃຫ້ຮູ້ວ່າ: ຄູຄວນຮູ້ຫຍັງ ແດ່, ທັກສະ ແລະ ຄຸນຄ່າອັນໃດ ທີ່ຄູສອນຄວນມີ.
ຮຽບຮຽງໂດຍ: ບຸນຊ້ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ