ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

70 ປີແຫ່ງການກຳເນີດ ແລະ ເຕີບໃຫຍ່ເຂັ້ມແຂງສູ້ຮົບມີໄຊຂອງກອງທັບປະຊາຊົນລາວ
ເວລາອອກຂ່າວ: 2019-01-23 08:56:53 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 2313 | ຄວາມນິຍົມ:



ກອງທັບປະຊາຊົນລາວແມ່ນ ກອງທັບປະຕິວັດແມ່ນກອງທັບ ທີ່ເກີດມາຈາກປະຊາຊົນໂດຍ ປະຊາຊົນ ແລະ ສູ້ຮົບເພື່ອປະຊາ ຊົນ. ຕໍ່ສູ້ເພື່ອປົດປ່ອຍຊາດ, ປົດ ປ່ອຍປະຊາຊົນອອກຈາກແອກ ປົກຄອງ ແລະ ການຂູດຮີດຂອງ ສັກດີນາ ແລະ ການຮຸກຮານຕ່າງ ຊາດ, ນຳເອົາເອກະລາດ,ອິດສະ ຫຼະພາບ, ອຳນາດອະທິປະໄຕມາໃຫ້ຊາດ ແລະ ປະຊາຊົນລາວ, ພາຍ ໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນ ປະຕິວັດລາວ. ກອງທັບປະຊາຊົນລາວມີມູນເຊື້ອອັນສະຫງ່າລາສີ, ເປັນກອງທັບ ທີ່ມີຄວາມຈົງຮັກພັກດີຕໍ່ພັກ ແລະ ປະຊາຊົນຕໍ່ອຸດົມການສັງຄົມນິຍົມ, ເປັນກອງທັບທີ່ມີລະບຽບແບບແຜນທີ່ເຂັ້ມງວດ, ມີນໍ້າໃຈເສຍສະ ຫຼະອັນສູງສົ່ງ, ຍອມເສຍສະຫຼະຊີວິດເພື່ອຊາດ, ເພື່ອປະຊາຊົນ ກອງ ທັບປະຊາຊົນລາວມີນໍ້າໃຈສູ້ຮົບພິລາດອາດຫານ ກ້າແກ່ນໜຽວແໜ້ນ ມີໄຫວພິກ ໃນການສູ້ຮົບເຕີບໃຫຍ່ຂຶ້ນທາງ ດ້ານປະລິມານ ແລະ ຄຸນະພາບ, ຍິ່ງຕີຍິ່ງໄດ້ຮັບໄຊຊະນະຍິ່ງສູ້ຮົບ ກໍຍິ່ງເຕີບໃຫຍ່ເຂັ້ມແຂງ, ທົດ ສອບແປວໄຟສົງຄາມອັນດຸເດືອດ ຂ້ຽວຂາດຍຶດເຍື້ອຍາວນານ, ໄດ້ ເກີດມີນັກຮົບດີເດັ່ນນັກຮົບວີ ລະຊົນ, ນັກຮົບແຂ່ງຂັນຢ່າງ ຫຼວງຫຼາຍ. ກອງທັບປະຊາຊົນລາວມີນໍ້າ ໃຈດຸໜັ່ນຂະຫຍັນພຽນໃນການເພີ່ມພູນຜະລິດຜົນ, ປະຢັດມັດທະຍັດ, ພະນັກງານ-ນັກຮົບລ້ວນແຕ່ແມ່ນລູກຫຼານປະຊາຊົນລາວ ບັນດາເຜົ່າ, ມີຈິດໃຈບຸກບືນສູ້ຊົນ ເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ, ເຂົ້າຮ່ວມໃນການສ້າງສາ ພັດທະນາເສດຖະກິດ-ສັງຄົມ, ປັບປຸງຊີວິດການເປັນຢູ່ພາຍໃນກອງທັບກໍຄືຊ່ວຍເຫຼືອປະຊາຊົນໃຫ້ ມີຊີວິດຄວາມເປັນຢູ່ທີ່ດີຂຶ້ນ. ກອງທັບປະຊາຊົນລາວຍາມ ໃດກໍມີຄວາມສາມັກຄີອັນແໜ້ນແຟ້ນກັບປະຊາຊົນບັນດາ ເຜົ່າ; ເວລາໃດກໍຖືຄວາມສາມັກຄີເປັນ ປັດໄຈສຳຄັນໃນການເພີ່ມທະ ວີກຳລັງແຮງຂອງກອງທັບ ສາ ມັກຄີພາຍໃນ ແລະ ພາຍນອກ ສາມັກຄີລະຫວ່າງກອງ ທັບກັບ ປະຊາຊົນຄື "ປາກັບນໍ້າ", ເຊິ່ງ ໃນສະໄໝສົງຄາມຕໍ່ສູ້ປົດປ່ອຍ ຊາດຈຶ່ງເກີດມີຂະບວນການແຂ່ງ ຂັນນັກຮົບ 3 ເກັ່ງ ແລະ 4 ດີ ຄື: 3 ເກັ່ງສູ້ຮົບເກັ່ງ, ຂົນຂວາຍປະ ຊາຊົນເກັ່ງ ແລະ ເພີ່ມພູນຜະລິດ ຜົນເກັ່ງ, ສ່ວນ 4 ດີ ແມ່ນສາມັກ ຄີພາຍໃນດີ. ສາມັກຄີກັບປະຊາ ຊົນດີ, ສາມັກຄີສາກົນດີ ແລະ ເຮັດ ວຽກງານຂົນຂວາຍທະຫານ ສັດຕູດີກອງທັບປະຊາຊົນມີ ຄວາມສາມັກຄີສາກົນກັບບັນດາ ກອງທັບປະເທດເພື່ອນມິດຍຸດທະ ສາດ ແລະ ບັນດາກອງທັບປະເທດ ເພື່ອນມິດທີ່ກ້າວໜ້າໃນໂລກ, ໂດຍສະເພາະຄວາມສາມັກຄີກັບ ປະເທດເພື່ອນມິດຮ່ວມສຳພັນສູ້ຮົບແບບພິເສດກັບກອງທັບປະຊາຊົນຫວຽດນາມ ແລະ ສາມັກຄີຮ່ວມມືຮອບດ້ານກັບ ກອງທັບ ປົດປ່ອຍປະຊາຊົນຈີນ. ກອງທັບປະຊາຊົນລາວ ຍາມໃດກໍເປີດກວ້າງປະຊາທິປະ ໄຕພາຍໃນເຂັ້ມງວດ, ເຄົາລົບ ແລະ ປະຕິບັດລະບຽບວິໄນຢ່າງ ເຂັ້ມງວດ, ປະຕິບັດສິດເປັນເຈົ້າ ຂອງປະຊາຊົນຢ່າງເຕັມສ່ວນ ແລະ ຄົບຖ້ວນຕາມກົດໝາຍ ແລະ ລັດຖະທຳມະນູນ. ກອງ ທັບຖືປະຊາຊົນເປັນກົກ, ເປັນ ບໍ່ເກີດ, ເປັນເຫງົ້າພະລັງແຮງເປັນບ່ອນອີງອັນແໜ້ນແກ່ນຂອງຕົນ, ຊ່ວຍເຫຼືອປະຊາຊົນຢ່າງຈິງໃຈ, ເຮັດໃຫ້ປະຊາຊົນໄວ້ເນື້ອເຊື່ອໃຈ ແລະ ເປັນໃຫ້ກອງທັບເຕີບໃຫຍ ່ເຂັ້ມແຂງສູ້ຮົບມີໄຊ. ກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ໃນນາມເປັນ ເສນາທິການໃຫ້ສະພາແຫ່ງຊາດ ໃນຂົງເຂດວຽກງານ ປກຊ-ປກສ ເພື່ອບັນລຸເປົ້າໝາຍສູ້ຊົນຂອງຕົນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງ ທັບ 70 ປີຜ່ານມານີ້ໄດ້ມີຜົນສຳ ເລັດພື້ນຖານໃນ 3 ດ້ານດັ່ງນີ້: ດ້ານນິຕິບັນຍັດ: ໄດ້ເອົາໃຈ ໃສ່ປະສານສົມທົບກັບບັນດາກຳມາທິການພາຍໃນສະພາແຫ່ງຊາດ, ກະຊວງສາຍຕັ້ງຂອງຕົນ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ, ຜັນຂະຫຍາຍແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດໃນຂົງເຂດ ວຽກງານ ປກຊ-ປກສ ເພື່ອສະ ເໜີຄະນະປະຈຳສະພາແຫ່ງ ຊາດພິຈາລະນາ, ໄດ້ຄົ້ນຄວ້າ ປະກອບຄຳເຫັນໃສ່ຮ່າງກົດ ໝາຍ, ຮ່າງລັດຖະບັນຍັດ, ຮ່າງ ດຳລັດ ແລະ ນິຕິກຳອື່ນໆທີ່ຂະ ແໜງການກ່ຽວຂ້ອງສະເໜີມາ, ພ້ອມກັນນັ້ນຍັງໄດ້ປະສານສົມ ທົບກັບກຳມາທິການອື່ນ, ກະ ຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອຈັດຕັ້ງສຳມະນາຍົກລະດັບ ຄວາມຮູ້ຄວາມສາມາດທາງ ດ້ານກົດໝາຍໃຫ້ກຳລັງປະ ກອບອາວຸດ ແລະ ໄດ້ຊຸກຍູ້ກະ ຊວງປ້ອງກັນປະເທດ ແລະ ກະ ຊວງປ້ອງກັນຄວາມສະຫງົບ ໃຫ້ອອກນິຕິກຳໃຕ້ກົດໝາຍມີ 34 ສະບັບຕ້ອງໄດ້ອອກນິຕິກຳຜ່ານມາສາມາດອອກໄດ້ ແລະ ໃຊ້ໄດ້ 30 ສະບັບ, ຍັງ 4 ສະບັບຍັງຢູ່ ໃນຂັ້ນຕອນຜ່ານຮ່າງເຕັກນິກການຂຽນຈາກກະຊວງທີ່ກ່ຽວ ຂ້ອງ. ຮັບຄົ້ນຄວ້າເນື້ອໃນຄຳຮ້ອງ ທຸກຂໍຄວາມເປັນທຳຂອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ແລະ ຂອງປະຊາຊົນ ບັນດາເຜົ່າທີ່ກ່ຽວຂ້ອງກຳລັງ ປກຊ-ປກສ, ພາຍຫຼັງຄົ້ນຄວ້າ ຄຳຮ້ອງດັ່ງກ່າວເຫັນໄດ້ບັນຫາ ຈະແຈ້ງແລ້ວຈິ່ງໄດ້ເຮັດໜັງ ສືແຈ້ງຕອບໃຫ້ອົງການຈັດຕັ້ງ, ກົມກອງທ້ອງຖິ່ນ ແລະ ບຸກຄົນ ທີ່ກ່ຽວຂ້ອງເພື່ອຊາບ. ຄົ້ນຄວ້າບັນຫາສຳຄັນຂອງ ຊາດ: ໄດ້ປະສານສົມທົບກັບອົງ ການທີ່ກ່ຽວຂ້ອງຄົ້ນຄວ້າ ແລະ ພະຈາລະນາການໃຫ້ສັດຕະ ຍາບັນແກ່ສັນຍາ, ສົນທິສັນຍາ ສາກົນໃນຂົງ ເຂດ ປກຊ-ປກສ, ໄດ້ເຂົ້າຮ່ວມກອງປະຊຸມປະຈຳເດືອນຂອງຄະນະປະຈຳສະພາແຫ່ງຊາດ ແລະ ກອງປະຊຸມສະ ໄໝສາມັນຂອງສະພາແຫ່ງຊາດ ແຕ່ລະເທື່ອໄດ້ຄົ້ນຄວ້າປະກອບ ຄຳເຫັນໃສ່ວຽກງານພາຍໃນ ສະພາແຫ່ງຊາດກໍຄືວຽກງານ ຂອງລັດຖະບານເປັນຕົ້ນ: ແຜນ ພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດໃນຂະ ແໜງການຂອງຕົນຮັບຜິດຊອບ. ດ້ານການຕິດຕາມກວດກາ: ປະຕິບັດຕາມກົດໝາຍວ່າດ້ວຍ ການຕິດຕາມກວດກາ ແລະ ຄວາມຮັບຜິດຊອບຂອງຕົນຢ່າງ ມີຈຸດສຸມ, ຜ່ານມາໄດ້ສ້າງແຜນ ການລົງຕິດຕາມກວດກາໃນຂົງ ເຂດວຽກງານ ປກຊ-ປກສ, ເປັນຕົ້ນການຈັດຕັ້ງປະຕິບັດລັດ ຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ, ການປະຕິ ບັດໜ້າທີ່ການເມືອງຂອງກຳລັງ ປກຊ-ປກສ ມີຂໍ້ສະດວກ ແລະ ຫຍຸ້ງຍາກແນວໃດ ? ຜົນກະທົບ ຂອງໂຄງການພັດທະນາເສດຖະ ກິດ-ສັງຄົມຂອງລັດຕໍ່ຊີວິດການເປັນຢູ່ຂອງກຳລັງ ປກຊ-ປກສ ແລະ ປາກົດການຫຍໍ້ທໍ້ຕ່າງໆ ຂອງກົມກອງທ້ອງຖິ່ນເພື່ອ ເປັນ ຂໍ້ມູນສ້າງເນື້ອໃນເອກະສານ ຜ່ານກອງປະຊຸມສະໄໝສາມັນ ແຕ່ລະເທື່ອຂອງສະພາແຫ່ງຊາດ, ສະເພາະ ປີ 2018 ສາມາດລົງຕິດ ຕາມກວດກາໄດ້ 10 ແຂວງ ແລະ 12 ຫົວໜ່ວຍກົມກອງ.ເນື່ອງໃນໂອກາດວັນສຳຄັນດັ່ງ ກ່າວນີ້ໃນນາມສ່ວນຕົວຂ້າ ພະເຈົ້າ, ຮູ້ສຶກພາກພູມໃຈເປັນ ຢ່າງຍິ່ງທີ່ເຫັນວ່າກອງທັບປະ ຊາຊົນລາວມີຄວາມເຂັ້ມ ແຂງ, ມີແບບແຜນນັບມື້ທັນສະໄໝ, ກາຍເປັນກຳແພງເພັດທີ່ແຂງ ແກ່ນໃນພາລະກິດປ້ອງກັນຊາດ ເປັນກຳລັງຫຼັກແຫຼ່ງທີ່ເຊື່ອໝັ້ນ ແລະ ໄວ້ວາງໃຈຈາກພັກ ແລະ ປະຊາຊົນລາວບັນດາເຜົ່າ. ນະໂອກາດທີ່ມີຄວາມໝາຍ ສຳຄັນນີ້, ຂ້າພະເຈົ້າຂອງຝາກ ຄວາມຫວັງມາຍັງນາຍ ແລະ ພົນ ທະຫານທົ່ວກອງທັບຈົ່ງພ້ອມກັນອອກແຮງເສີມຂະຫຍາຍ ທາດແທ້ ແລະ ມູນເຊື້ອອັນສະ ຫງ່າງາມຂອງກອງທັບ ພ້ອມ ກັນສ້າງກອງທັບເປັນກຳລັງ ແກ່ນ ສານທີ່ເຂັ້ມແຂງຂອງການປະ ຕິວັດ, ເປັນເຄື່ອງມືອັນຄົມແຫຼມ ຂອງພັກ ພ້ອມທັງຫັນເອົາທາດ ແທ້ມູນເຊື້ອອັນດີ ງາມດັ່ງກ່າວ ເຂົ້າໃນແບບແຜນວິທີເຮັດວຽກ ແລະ ການດຳລົງຊີວິດຂອງຕົນໃຫ້ ກາຍເປັນຮູບປະທຳ. ອີກເທື່ອໜຶ່ງຂ້າພະເຈົ້າຂໍ ຍ້ອງຍໍຊົມເຊີຍຢ່າງສຸດອົກສຸດ ໃຈຕໍ່ກອງທັບປະຊາຊົນລາວ, ໂດຍສະເພາະນາຍ ແລະ ພົນ ທະຫານທີ່ກຳລັງປະຕິບັດໜ້າ ທີ່ຢູ່ເຂດຫ່າງໄກສອກຫຼີກ, ທຸ ລະກັນດານ, ຈຸດສຸມທີ່ຫຍຸ້ງຍາກ ຕ່າງໆຈົ່ງມີພະລານາໄມສົມບູນ, ມີສຳຜົນສຳເລັດໃນທຸກໜ້າທີ່ ອັນມີກຽດທີ່ຊາດ ແລະ ປະຊາ ຊົນມອບໝາຍໃຫ້, ອວຍພອນມາຍັງພະນັກງານບຳນານປະຕິວັດອາວຸໂສ, ນາຍ ແລະ ພົນທະຫານທີ່ເສຍອົງຄະ ແລະ ຜູ້ເຈັບເປັນກຳລັງປິ່ນປົວຢູ່ໂຮງໝໍຕ່າງໆຈົ່ງມີສຸຂະພາບແຂງແຮງມີພະລະນາໄມສົມບູນ ແລະ ມີຄວາມສຸກໃນສ່ວນຕົວ ແລະ ຄອບຄົວ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ