ສ້າງຄົນສ້າງມິດຕະພາບຍືນຍົງ
ເວລາອອກຂ່າວ: 2022-09-27 09:41:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1744 | ຄວາມນິຍົມ:
ມູນເຊື້ອຄວາມສາມັກຄີຖານສະຫາຍອ້າຍນ້ອງ ລາວ-ຫວຽດ
ນາມ ສຸດທີ່ສວຍງາມເປັນເລື່ອງທີ່ມະຫັດສະຈັນບໍ່ສາມາດທີ່ຈະພັນລະນານັບໄດ້, ມູນເຊື້ອຄວາມສາມັກຄີດັ່ງກ່າວໄດ້ຮັບປົກປັກຮັກສາ ແລະ ເພີ່ມພູນຄູນສ້າງຈາກຮຸ່ນສູ່ຮຸ່ນຕໍ່ໆກັນມາ, ເຮັດໃຫ້ຄວາມສາມັກຄີຮັກແພງດ້ວຍຈິດໃຈ ແລະ ອຸດົມການອັນສູງສົ່ງນັ້ນໝັ້ນຄົງທະນົງແກ່ນຕະຫຼອດມາ.
ໃນຄວາມຮູ້ສຶກສ່ວນຕົວແລ້ວ,
ຂ້າພະເຈົ້າມີຄວາມສົນໃຈ ແລະ ມີຄວາມຮູ້ສຶກດີຕໍ່ສາຍພົວພັນ ລາວ-ຫວຽດນາມ ຕັ້ງແຕ່ຍັງເປັນເຍົາວະຊົນ, ຈົນມາເຖິງໄວໜຸ່ມ
ແລະ ມີໂອກາດໄດ້ຮັບທຶນການສຶກສາປະລິນຍາຕີຢູ່ຫວຽດນາມ. ພາຍຫຼັງທີ່ສຳເລັດການສຶກສາທີ່ ມະຫາວິທະຍາໄລຮ່າຕິ໋ງ ສສ ຫວຽດນາມ ຈຶ່ງເຮັດໃຫ້ຂ້າພະ
ເຈົ້າຮັບຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບມູນເຊື້ອສາຍສຳພັນ ແລະ ການ
ຮ່ວມມືລະຫວ່າງ ສອງພັກ-ສອງລັດ-ສອງກອງທັບ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມ, ເຊິ່ງເຮັດໃຫ້ຂ້າພະເຈົ້າມີຄວາມຊາບຊຶ້ງ ແລະ ພາກພູມໃຈທີ່ສຸດຕໍ່ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງສອງປະ ເທດ, ທີ່ບໍ່ຄືປະເທດໃດ ແລະ ບໍ່ມີປະເທດໃດຄືໃນໂລກ, ປະຊາຊົນລາວ ແລະ ຫວຽດນາມ, ມີຄວາມ
ສາມັກຄີຮັກແພງກັນຖານສະ ຫາຍອ້າຍນ້ອງ. ໃນໄລຍະທີ່ຂ້າ ພະເຈົ້າດຳລົງຊີວິດຮໍ່າຮຽນຢູ່ ສສ ຫວຽດນາມເປັນເວລາ 5 ປີນັ້ນ ( 2015-2021) ຂ້າພະເຈົ້າ
ຮູ້ສຶກວ່າບໍ່ໄດ້ແຕກຕ່າງກັນກັບ ຢູ່ຖິ່ນຖານບ້ານເກີດເມືອງນອນຂອງຕົນເອງເລີຍ ບັນດາຄູອາ ຈານ, ພໍ່ຮັກ-ແມ່ຮັກ, ອ້າຍ, ເອື້ອຍ, ນ້ອງ ແລະ ໝູ່ເພື່ອນມິດສະຫາຍຄົນຫວຽດນາມ ໄດ້ໃຫ້ຄວາມຮັກແພງ ແລະ ຊ່ວຍເຫຼືອເຊິ່ງຫາອັນປຽບບໍ່ໄດ້.
ຫຼັງຈາກສຳເລັດການສຶກສາຈາກ ສສ ຫວຽດນາມ ຂ້າພະເຈົ້າຍັງບໍ່ຫຼົງລືມຮູບພາບ ແລະ ຄວາມຊົງຈຳຕ່າງໆໃນການດຳລົງຊີວິດ ໃນສະພາບແວດລ້ອມທີ່ເຕັມໄປດ້ວຍຄວາມຮັກແພງ ແລະ ອົບອຸ່ນ ກັບບັນດາອ້າຍເອື້ອຍນ້ອງ ເພື່ອນມິດສະຫາຍຫວຽດນາມ ໄດ້ເປັນສາເຫດເຮັດຂ້າພະເຈົ້າຍັງຕໍ່ຍອດຄວາມຄິດໃນການສຶກ ສາຄົ້ນຄວ້າຮໍ່າຮຽນ ກ່ຽວກັບ ສາຍ ພົວພັນອັນດີງາມ ລະຫວ່າງປະຊາຊົນສອງຊາດລາວ ແລະ ຫວຽດນາມ, ເກີດມີຄວາມສົນໃຈ ແລະ ທົບທວນຄືນໃນເລື່ອງເລົ່າ ຂອງລຸງຂ້າພະເຈົ້າ ເຊິ່ງເພິ່ນຍັງແມ່ນພະນັກງານຂັ້ນສູງຢູ່ໃນ ຖັນແຖວຂອງກອງທັບປະຊາ ຊົນລາວ ເພິ່ນເອງເປັນອະດີດນັກຮຽນໂຮງຮຽນວຽງໄຊໄລຍະ ປີ 1972-1978. ໂດຍລຸງໄດ້ເລົ່າເລື່ອງລາວຄວາມເປັນມາຂອງໂຮງຮຽນຊວນທັນ ຫຼື ໂຮງຮຽນວັດທະນະທຳກອງທັບປົດປ່ອຍປະຊາຊົນລາວໃນເມື່ອກ່ອນ
(ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊໃນປັດຈຸບັນ) ເຊິ່ງເປັນສັນຍາລັກແຫ່ງການພົວພັນທີ່ດູດດື່ມທີ່ສຸດລະຫວ່າງສອງກອງທັບລາວ ແລະ ຫວຽດນາມ ປຽບດັ່ງດວງມາລາດອກໄມ້ທີ່ຫອມຫວນບໍ່ມີວັນຈາງຫາຍຢູ່ໃນສວນອຸທິຍານແຫ່ງມິດຕະພາບ ລາວ-ຫວຽດນາມ ໂດຍລຸງໄດ້ເລົ່າໃຫ້ຟັງວ່າ:
ເມື່ອ 60 ປີກ່ອນ, ໃນຄໍ່າຄືນ
ວັນທີ 18 ພຶດສະພາ 1960 ດ້ວຍຈິດໃຈຮັກຊາດອັນສູງສົ່ງ
ທີ່ເດັດດ່ຽວບໍ່ຍອມຈຳນົນຕໍ່ກົນ ອຸບາຍອັນເລີກແລບແນບນຽນຂອງສັດຕູນັບທັງການຊື້ຈ້າງຈອບອອຍຈົນເຖິງການນາບຂູ່ ດ້ວຍຮູບການຕ່າງໆ, ແຕ່ພະ ນັກງານ-ນັກຮົບກອງພັນທີ 2 ວິລະຊົນລວມທັງຄອບຄົວທີ່ມີ
ແມ່ຖືພາຮອດເດືອນຄອງກໍບໍ່ ຍອມຈຳນົນ, ຈຶ່ງໄດ້ພ້ອມກັນຕັດ ສິນໃຈຜ່າວົງປິດລ້ອມອັນໜາ ແໜ້ນຂອງສັດຕູຢູ່ເຂດທົ່ງໄຫຫີນແຂວງຊຽງຂວາງອອກໄປສູ່ເຂດທີ່ໝັ້ນເບື້ອງປະເທດຫວຽດນາມຢ່າງພິລະອາດຫານ. ພາຍຫຼັງທີ່ພັກ ແລະ ລັດຖະບານຫວຽດ ນາມ ຮູ້ຂ່າວວ່າກອງພັນທີ 2 ຂອງຝ່າຍປະເທດລາວໄດ້ຜ່າວົງ
ປິດລ້ອມຢູ່ທົ່ງໄຫຫີນຊຽງຂວາງ ໄປສູ່ເຂດທີ່ໝັ້ນແລ້ວ ພັກ, ລັດ,
ກະຊວງປ້ອງກັນປະເທດຫວຽດ ນາມ ກໍໄດ້ຮີບຮ້ອນມອບໝາຍໃຫ້ກອງພັນໃຫຍ່ 120 ທີ່ຂຶ້ນກັບກອງບັນຊາການທະຫານເຂດ 4 ຕັ້ງຢູ່ ຕາແສງຊວນທັນ ເມືອງເຫງ້ຍດ່ານ ແຂວງເງະອານ ກະກຽມຕ້ອນຮັບກອງພັນທີ 2. ພາຍຫຼັງເດີນທາງມາຮອດ ພະນັກງານ-ນັກຮົບ ກອງພັນທີ 2, ເຊິ່ງມີທັງຜູ້ໄດ້ຮັບບາດ ເຈັບເນື່ອງຈາກມີການສູ້ຮົບເປີດເສັ້ນທາງ ແລະ ມີທັງແມ່ລູກ ອ່ອນທີ່ອ່ອນເພຍຍ້ອນເກີດລູກໃນລະຫວ່າງການເດີນທາງຕ້ອງໄດ້ຫາມກັນມາ, ທຸກຄົນລ້ວນແຕ່ໄດ້ຮັບການເບິ່ງແຍງດູແລຈາກແພດໝໍ ແລະ ພະນັກງານ-ນັກຮົບກອງພັນໃຫຍ່ 120 ຂອງຫວຽດນາມເປັນຢ່າງດີ ດັ່ງອ້າຍ ເອື້ອຍນ້ອງຄອບຄົວດຽວກັນ. ພາຍຫຼັງພັກຜ່ອນ, ປິ່ນປົວຜູ້ໄດ້ ຮັບບາດເຈັບ ແລະ ບຳລຸງຜູ້ ອ່ອນເພຍແຂງແຮງດີແລ້ວ, ກອງ ພັນໃຫຍ່ 120 ຂອງເພື່ອນກໍໄດ້ ຈັດຕັ້ງຮໍ່າຮຽນການເມືອງເຝິກ
ແອບການທະຫານປັບປຸງກໍ່ສ້າງກຳລັງ, ເມື່ອເຫັນວ່າ ພະນັກງານ- ນັກຮົບກອງພັນທີ 2 ມີຫຼາຍຄົນ
ບໍ່ຮູ້ໜັງສື ແລະ ລະດັບວັດທະນະ ທຳຍັງຕໍ່າ ກອງພັນໃຫຍ່ 120 ກໍ ໄດ້ປຶກສາເອກະພາບກັບຄະນະ
ພັກ-ຄະນະບັນຊາກອງພັນທີ 2 ຈັດຕັ້ງຮໍ່າຮຽນບຳລຸງວັດທະນະ ທຳຂຶ້ນ. ອີງຕາມການສະເໜີຂອງກອງບັນຊາການສູງສຸດກອງທັບປົດປ່ອຍປະຊາຊົນລາວຕໍ່ກະຊວງປ້ອງກັນປະເທດຫວຽດນາມວັນທີ 22 ພະຈິກປີ 1962 ຈຶ່ງ ໄດ້ຈັດຕັ້ງສູນເຝິກອົບຮົມການ ເມືອງ-ການທະຫານ ແລະ ບຳ ລຸງວັດທະນາທຳຂຶ້ນຢູ່ຕາແສງຊວນທັນ ເມືອງເຫງ້ຍດານ ແຂວງເຫງະອານ ເປັນອັນວ່າໂຮງຮຽນວັດທະນະທຳຊວນທັນ ຫຼື ໂຮງຮຽນວັດທະນະທຳກອງທັບປົດປ່ອຍປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ໂດຍໄດ້ແຕ່ງຕັ້ງໃຫ້ສະຫາຍ ພັນໂທ ຫງວຽນເຈືອງຊິງ ຫົວໜ້າກອງພັນໃຫຍ່ 120 ເປັນຫົວໜ້າຄະນະອຳນວຍການໂຮງຮຽນ, ສະຫາຍ ພັນໂທ ເຈືອງດຶກກູ ຮອງຫົວໜ້າກອງພັນໃຫຍ່ 120 ເປັນຮອງອຳນວນການໂຮງຮຽນ, ສະຫາຍ ສຸບັນ ລິດແສນຫວັງ ທີ່ເປັນນັກຮົບກອງພັນທີ 2, ອະດີດຫົວໜ້າກຳລັງພົນ ຫ້ອງເສນາທິການກອງບັນຊາການສູງສຸດກອງທັບປົດປ່ອຍປະ ຊາຊົນລາວເປັນຜູ້ຮັບຜິດຊອບວຽກງານກວດກາເກັບກຳສະຖິຕິພະນັກງານ-ນັກຮົບຂອງຝ່າຍປະເທດລາວເຂົ້າຮ່ວມເປັນຄະນະຊີ້ນຳ ( ຄະນະອຳນວຍການ) ທັງເປັນນັກຮຽນໄປພ້ອມ.
(ອ່ານຕໍ່ສະບັບໜ້າ)
ສະຫາຍ ພັນເອກ ພິເສດ
ຫງວຽນ ເຈືອງຊິງ, ສະຫາຍ ສຸບັນ ລິດແສນຫວັງ ຫົວໜ້າຄະ ນະອຳນວຍການໂຮງຮຽນຊວນທັນຄົນທຳອິດ ອຳນວຍການຜູ້ຮັບຜິດຊອບວຽກງານກວດກາເກັບກຳສະຖິຕິນັກຮຽນຝ່າຍປະ ເທດລາວທັງເປັນນັກຮຽນເບື້ອງຕົ້ນກໍ່ໄດ້ຈັດຕັ້ງໃຫ້ພະນັກງານຢູ່ກອງພັນໃຫຍ່ 120 ສອນເອງ ຕໍ່ມາເມື່ອກະຊວງສຶກສາຫວຽດ
ນາມເຫັນວ່າຄູອາຈານຢູ່ນີ້ຍັງ ບໍ່ພຽງພໍຈຶ່ງໄດ້ສົ່ງຄູທີ່ໄດ້ມາດ ຕະຖານໄປໃຫ້ຕື່ມຕາມຄວາມເໝາະສົມ. ສຳລັບການຮຽນແມ່ນຮຽນທັງພາສາລາວ ແລະ ພາສາຫວຽດນາມ ຫຼັກສູດການສອນເນັ້ນໃສ່ແຕ່ວິຊາທີ່ຮັບໃຊ້ໃຫ້ແກ່ການສູ້ຮົບເທົ່ານັ້ນເຊັ່ນ: ວິຊາເລກ, ວັດຖຸ, ເຄມີ. ໄລຍະຕົ້ນແມ່ນຮຽນລະບົບເລັ່ງລັດປີ 1 ຮຽນໃຫ້ໄດ້ 3 ຫ້ອງ ຕໍ່ມາປີ1 ຮຽນໃຫ້
ໄດ້ 2 ຫ້ອງ ແລະ ຕໍ່ໆມາແມ່ນຮຽນປີລະຫ້ອງຄືກັບລະບົບສາ ມັນທົ່ວໄປ.
(ອ່ານຕໍ່ສະບັບໜ້າ)
ວັນທີ 15 ສິງຫາ 1964 ຈັກ ກະພັດອາເມຣິກາໄດ້ປະຕິບັດຍຸດທະສາດປີນຂັ້ນໄດສົງຄາມທຳລາຍຢ່າງຮ້າຍແຮງກອງບັນ ຊາການທະຫານເຂດ 4 ຈຶ່ງໄດ້ອອກຄຳສັ່ງໃຫ້ຍົກຍ້າຍໂຮງຮຽນວັດທະນາທຳຊວນທັນເຂົ້າໄປລີ້ຊ່ອນຢູ່ເຂດທີ່ມີປ່າດົງ ພ້ອມທັງຂຸດຂຸມລີ້ໄພຢ່າງຮີບດ່ວນ. ເຊິ່ງໂຮງຮຽນໄດ້ຍ້າຍໄປຢູ່ຫຼາຍບ່ອນຕາມເຂດຊົນນະບົດທີ່ມີປ່າດົງຕຶບໜາຂອງແຂວງເງະອານ ແລະ ແຂວງແທງຮວາ ເພື່ອຮັບ
ປະກັນຄວາມປອດໄພ. ຕໍ່ມາໂຮງ ຮຽນກໍໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ພະນັກງານນັກຮົບ ແລະ ປະຊາຊົນລາວໃຜໆກໍຮູ້ຈັກ ແລະ ຄຸ້ນຫູດີກັບຊື່ສຽງຂອງໂຮງຮຽນຊວນທັນແຫ່ງນີ້ ເມື່ອເຫັນວ່າ ໂຮງຮຽນແຫ່ງນີ້ເປັນໂຮງຮຽນທີ່ມີຄຸນນະພາບດີ, ໄດ້
ເສີມອາວຸດທາງປັນຍາໃຫ້ນັກ ຮົບ. ສະນັ້ນກອງບັນຊາການສູງ ສຸດ ກອງທັບປົດປ່ອຍປະຊາຊົນ ລາວຈຶ່ງໄດ້ມອບໃຫ້ຫ້ອງການ ເມືອງກອງບັນຊາການສູງສຸດຈັດຕັ້ງເລືອກເຟັ້ນເອົາພະນັກງານ-ນັກຮົບ ຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ ແລະ ມີຜົນງານດີເດັ່ນສູ້ຮົບອາດຫານ ຈາກບັນດາກົມກອງໄປຮໍ່າຮຽນຍົກລະດັບເພື່ອສ້າງເປັນພະນັກງານສືບທອດໃນກອງທັບນັບມື້ນັບຫຼາຍຂຶ້ນ.
ໂຮງຮຽນໄດ້ເຕີບໃຫຍ່ຂະ ຫຍາຍຕົວຢ່າງບໍ່ຢຸດຢັ້ງ ມີພະນັກ ງານ-ນັກຮົບ ໄປຮໍ່າຮຽນຫຼາຍພັນຄົນ, ໄດ້ຈັດຕັ້ງເປັນຫຼາຍຫ້ອງຮຽນຫຼາຍກຸ່ມຂຶ້ນ, ພະນັກງານ-ນັກຮົບໂຮງຮຽນນີ້ບໍ່ພຽງແຕ່ໄດ້ຮໍ່າຮຽນວັດທະນະທຳເທົ່ານັ້ນແຕ່ຍັງໄດ້ຮຽນການເມືອງ, ເຝິກແອບການທະຫານກຽມພ້ອມກັບຄືນມາສູ້ຮົບຕໍ່ສູ້ປົດປ່ອຍປະເທດຊາດລາວ ໃນເມື່ອສະໜາມຮົບມີຄວາມຕ້ອງການ. ແຕ່ລະປີຈະ ມີນັກຮຽນໄດ້ໄປຮຽນວິຊາສະ ເພາະຢູ່ຫວຽດນາມກໍຄືບັນດາປະເທດສັງຄົມນິຍົມອື່ນໆຕາມຄວາມຮຽກຮ້ອງຕ້ອງການຂອງກອງທັບເປັນຈຳນວນຫຼາຍ, ອາດຈະໄປເທື່ອລະຄົນ ຫຼື ເປັນຊຸດຫຼາຍ ຄົນແລ້ວແຕ່ຄວາມຕ້ອງການ ຂອງສະໜາມຮົບໃນເວລານັ້ນ.
ຈົນມາຮອດວັນທີ 8 ກຸມພາ 1973 ພາຍຫຼັງເຊັນສັນຍາປາຣີກ່ຽວກັບຫວຽດນາມປະຕິບັດຕາມຄຳສັ່ງຂອງສູນກາງພັກກອງບັນນຊາການສູງສຸດກອງ ທັບປົດປ່ອຍປະຊາຊົນລາວ, ໂຮງ ຮຽນໄດ້ຈັດຕັ້ງເອົາກຳລັງນັກ ຮຽນຈັດເປັນ 2 ກອງພັນທະຫານຮາບໃຫ້ກັບຄືນປະເທດລາວ ເພື່ອເຂົ້າຮ່ວມເປັນກຳລັງໝູນຊ່ວຍໃຫ້ຂະບວນການປະຕິບັດສັນຍາ 2 ຕົວເມືອງເປັນກາງວຽງຈັນ ແລະ ຫຼວງພະບາງ, ເຊິ່ງກອງພັນ 801 ບັນຊາໂດຍ ສະຫາຍ ແຜ້ວ ໄຊຍະວົງ ອຳນວຍການໂຮງຮຽນຝ່າຍລາວ ຂຶ້ນມາປ້ອງກັນເຂດເມືອງ ເປິນແຂວງຫົວພັນ ແລະ ກອງພັນທີ 802 ບັນຊາໂດຍ ສະຫາຍ ຄຳພິມ ຮອງອຳນວຍການໂຮງຮຽນຝ່າຍລາວ ຂຶ້ນມາປ້ອງກັນເຂດໜອງຄ້າງ ແຂວງຫົວພັນ ເຮັດໜ້າທີ່ເຝິກແອບຮໍ່າ ຮຽນການທະຫານກຽມພ້ອມສູ້ຮົບດັບສູນສັດຕູທີ່ອາດຈະໂດດຈ້ອງລົງເຂດແນວຫຼັງ, ຂອງແນວລາວຮັກຊາດ ແລະ ເຮັດໜ້າທີ່ຂົນຂວາຍປະຊາຊົນກໍ່ສ້າງຮາກຖານຈົນກວ່າເຊັນສັນຍາວຽງຈັນວັນທີ 21 ກຸມພາ 1973 ວ່າດ້ວຍການຟື້ນຟູສັນຕິພາບ ແລະ ປະຕິບັດຄວາມຖືກຕ້ອງປອງດອງຂາດຢູູ່ລາວ ແລະ ປັກຫຼັກໝາຍເຂດແດນລະຫວ່າງຝ່າຍບັນດາກຳລັງຮັກຊາດ ແລະ ຝ່າຍຂວາວຽງຈັນສຳເລັດແລ້ວຈຶ່ງໄດ້ກັບຄືນມາຮຽນຄືເກົ່າ ເວລານັ້ນເອງລຸງເພິ່ນກໍໄດ້ໄປໃນຖານະເປັນນັກຮົບຂອງກອງພັນ 801. ຄຽງຄູ່ກັນນັ້ນ ຄະນະອຳນວນການໂຮງຮຽນຍັງໄດ້ຄັດເລືອກເອົາພະນັກງານນັກຮົບຜູ້ທີ່ຮຽນດີຮຽນເກັ່ງ ມີພອນສະຫວັນໃຫ້ມາເປັນຄູສອນ, ມາເຝິກອົບຮົບເພື່ອສ້າງເປັນຄູສອນໄວ້ປ່ຽນແທນອາຈານຫວຽດນາມໃນອະ ນາຄົດ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ. ຈົນມາເຖິງປີ 1976 ດ້ວຍການເຫັນດີເປັນເອກະພາບຂອງກະ ຊວງປ້ອງກັນປະເທດລາວ-ຫວຽດນາມ ໂດຍການຊ່ວຍເຫຼືອຂອງກອງພັນລົດ ລຳລຽງ 410 ຂອງຫວຽດນາມ ໂຮງຮຽນ ຊວນທັນໄດ້ຍ້າຍຈາກທີ່ຕັ້ງເດີມທີ່ເມືອງບາເທື້ອກ ແຂວງແທງຮວາຫວຽດນາມ, ມາຕັ້ງຢູ່ທົ່ງນາໄກ່, ເມືອງວຽງໄຊ, ແຂວງຫົວພັນ (ແຕ່ກ່ອນເອີ້ນວ່າເມືອງສຳພັນ ແຂວງຊຳເໜືອ). ສຳລັບໃນເບື້ອງຕົ້ນ, ອາຈານ ແລະ ພະ ນັກງານຮັບໃຊ້ຄົນຫວຽດນາມກໍມານຳ ແລະ ສືບຕໍ່ສິດສອນຫ້ອງທີ່ບໍ່ທັນມີອາຈານຄົນລາວສອນພຽງພໍ, ທັງເປັນຊ່ຽວຊານທັງເປັນຄູສອນພ້ອມ, ໃນຂະນະດຽວກັນນັ້ນກໍໄດ້ສ້າງຄູໄປພ້ອມ ເມື່ອໂຮງຮຽນມີຄູສອນພຽງພໍ ແລ້ວ ອາຈານຫວຽດກໍຄ່ອຍໆຖອນກັບຄືນສູ່ປະເທດຊາດຕົນໄປເທື່ອລະນ້ອຍຕາມຄວາມເໝາະສົມ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ຂອງສະພາບການໄລຍະໃໝ່ ໂຮງຮຽນວັດທະນະທຳຊວນທັນ ຈຶ່ງຍ້າຍຈາກເມືອງວຽງໄຊ ແຂວງຫົວພັນລົງມາຕັ້ງຢູ່ແຂວງຈຳປາສັກ, ແຕ່ຍັງຮັກສາຊື່ວຽງໄຊໄວ້. ເພື່ອເປັນມູນເຊື້ອຂອງກອງທັບປະຊາຊົນລາວ ທັງເປັນການຮັກສາມູນເຊື້ອແຫ່ງການສຳພັນສູ້ຮົບ ລະຫວ່າງສອງຊາດສອງກອງທັບລາວ-ຫວຽດນາມໂຮງຮຽນໄດ້ຍົກບົດບາດຈາກ ໂຮງຮຽນວັດທະນາທຳຂຶ້ນມາເປັນໂຮງຮຽນນາຍສິບທະຫານຮາບເລກ 2 ວຽງໄຊໃຫ້ພົ້ນເດັ່ນຂຶ້ນ.
ນັກຮຽນ ແລະ ຄູອາຈານໂຮງ ຮຽນວັດທະນະທຳຊວນທັນຖ່າຍ ຮູບລວມ.
ຕະຫຼອດໄລຍະເວລາ 14 ປີທີ່ໂຮງຮຽນວັດທະນະທຳຊວນທັນໄດ້ຮັບການສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວຢູ່ບົນດິນແດນປະເທດຫວຽດນາມແມ່ນໄດ້ຜ່ານແປວໄຟທີ່ດຸເດືອດຂ້ຽວຂາດລະອິດລະອ້ຽວຂອງສົງຄາມທຳ ລາຍນັ້ນ, ໂຮງຮຽນວັດທະນະທຳຊວນທັນສາມາດສ້າງນັກຮຽນລາວທີ່ຈົບຈາກໂຮງຮຽນໄດ້ທັງໝົດ 6.000 ກວ່າຄົນ.
ເຖິງຈະໄດ້ຮຽນຢູ່ດິນແດນຂອງຫວຽດນາມ ຮຽນຢູ່ເມືອງວຽງໄຊ ແຂວງຫົວພັນ ຫຼື ຢູ່ແຂວງຈຳປາສັກ ແຕ່ບັນດາສະ ຫາຍນັກຮຽນໂຮງຮຽນວຽງໄຊທຸກຄົນຍາມໃດກໍຄິດຮອດຄິດ ເຖິງຄະນະອຳນວຍການໂຮງ ຮຽນ, ບັນດາຄູອາຈານ, ອ້າຍ ເອື້ອຍລ້ຽງ, ແພດໝໍ ແລະ ພະ ນັກງານຮັບໃຊ້ອື່ນໆຂອງໂຮງ ຮຽນຊວນທັນ, ຄິດຮອດພໍ່ຮັກແມ່ຮັກຄົນຫວຽດນາມທີ່ເຄີຍຮັກແພງຊ່ວຍເຫຼືອນັກຮຽນລາວ ຕະຫຼອດຮອດໄລຍະເວລາທີ່ ໂຮງຮຽນຕັ້ງຢູ່ຫວຽດນາມກໍຄື ຢູ່ເມືອງວຽງໄຊ.
ຍັງອີກບໍ່ດົນໂຮງຮຽນນາຍສິບທະຫານບົກເລກ 2 ວຽງໄຊ ກໍຈະໄດ້ຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນຄົບຮອບ 60 ປີດ້ວຍຜົນງານອັນໃຫຍ່ຫຼວງໃນການປະກອບສ່ວນສ້າງພະນັກງານສືບທອດທີ່ມີຄຸນນະພາບໃຫ້ແກ່ພາລະກິດປະຕິວັດ ປົດປ່ອຍຊາດກໍຄື ປົກປັກຮັກ ສາສ້າງສາ ແລະ ພັດທະນາປະ ເທດຊາດ. ມີນັກຮຽນຈາກໂຮງ ຮຽນວຽງໄຊຫຼາຍສະຫາຍໄດ້ກາຍເປັນການນຳຂັ້ນສູງຂອງພັກ ແລະ ລັດ ເປັນນາຍທະຫານຂັ້ນສູງຂອງກອງທັບປະຊາຊົນລາວ. ເກືອບທັງໝົດບັນດາພະ ນັກງານ-ນັກຮົບ ວິຊາສະເພາະເຕັກນິກຕ່າງໆຂອງກອງທັບເຊັ່ນ: ທະຫານບົກ, ທະຫານອາ ກາດ ປືນໃຫຍ່ໜ້າດິນ, ປ້ອງກັນອາກາດ, ລູກສອນໄຟ, ເສນາທິການ, ພະລາທິການ ແລະ ອື່ນໆກໍລ້ວນແລ້ວແຕ່ແມ່ນນັກຮຽນຂອງໂຮງຮຽນວຽງໄຊໃນເມື່ອກ່ອນທັງໝົດ.
ສາມາດເວົ້າໄດ້ວ່າ: ໂຮງ ຮຽນຊວນທັນໃນເມື່ອກ່ອນ ຫຼືໂຮງຮຽນວຽງໄຊໃນປັດຈຸບັນ ແລະ ບັນດານັກຮຽນທີ່ຈົບມາຈາກໂຮງຮຽນວຽງໄຊ ແມ່ນທຶນ ຮອນອັນປະເສີດທີ່ພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດ ນາມມອບເປັນຂອງຂວັນໃຫ້ແກ່ ພັກ, ລັດ, ກອງທັບ ແລະ ປະຊາ ຊົນລາວ, ແມ່ນແນວພັນທີ່ດີ ຂອງມິດຕະພາບລາວ-ຫວຽດ ນາມ. ປັດຈຸບັນໂຮງຮຽນວຽງໄຊໄດ້ຮຽບຮຽງ ແລະ ຈັດພິມປຶ້ມມູນເຊື້ອຂອງກອງທັບ ເພື່ອສຶກສາອົບຮົມນັກຮຽນຮຸ່ນຕ່າງໆເຂົ້າໃຈ ແລະ ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງສອງຊາດ ສອງກອງທັບ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນໝັ້ນ ຄົງຕະຫຼອດໄປ. ໂດຍ: ວິໄລພອນ ສອນມະນີລາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ