ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ຫ້ອງພະລາທິການ ກອງບັນຊາການທະຫານອາກາດ ສໍາເລັດ ກອງປະຊຸມໃຫຍ່
ເວລາອອກຂ່າວ: 2023-07-27 15:34:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1014 | ຄວາມນິຍົມ:



ໃນວັນທີ 25 ກໍລະກົດ 2023 ນີ້, ຄະນະພັກຮາກຖານ ຫ້ອງພະລາທິການ ກອງບັນຊາການທະຫານອາກາດໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I ຂອງຫ້ອງ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນມາ ຈັນທະວົງສາ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ, ມີສະຫາຍເລຂາຄະນະພັກຮາກຖານ, ຄະນະໜ່ວຍພັກ, ພະນັກງານຫຼັກແຫຼ່ງພາຍໃນຫ້ອງ ແລະ ບັນດາແຂກທີຖຶກເຊີນເຂົ້າຮ່ວມ. ສະຫາຍ ພັນເອກ ສໍາເຮືອງ ພັນທະວີ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຫ້ອງພະລາທິການກອງບັນຊາການທະຫານອາກາດ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ ເຊີ່ງໄດ້ຍົກໃຫ້ເຫັນການຊີ້ນໍາ-ນໍາຂອງຄະນະພັກຮາກຖານໃນໄລຍະຜ່ານມາ ໂດຍປະຕິບັດຕາມມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ໂດຍຫັນເອົາໂຄງການ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ ມາຈັດຕັ້ງຜັນຂະຫຍາຍໃສ່ວຽກງານຕົວຈິງ ມີຜົນສໍາເລັດຫຼາຍດ້ານ. ຄຽງຄູ່ກັນນັ້ນກໍປະຕິບັດຕາມ 5 ຫຼັກການ 3 ທິດນໍາຂອງພັກປະຊາຊົນປະຕິວັດລາວ ໂດຍຕິດພັນກັບການສ້າງພັກໃນ 4 ດ້ານຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນນໍາພາໃຫ້ມີຜົນສໍາເລັດເຂົ້າສູ່ລວງເລີກ ແລະ ລວງກ້ວາງຢ່າງເປັນຮູບປະທໍາ ແລະ ຍົກສູງເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ເປັນແຖວໜ້າສອດຫ້ອຍເຂົ້າໃນທຸກວຽກງານ ດ້ວຍຫຼາຍຮູບການ ເຮັດໃຫ້ພະນັກງານ-ນັກຮົບມີແນວຄິດການເມືອງໜັກແໜ້ນ, ເຂັ້ມແຂງດ້ານການຈັດຕັ້ງ, ມີສະຕິສູງຕໍ່ການນໍາຂອງພັກ, ຍົກສູງຄວາມຮູ້ຄວາມສາມາດຄຸນທາດການເມືອງ, ມີຄຸນສົມບັດສິນທໍາປະຕິວັດ, ມີທາດແທ້ມູນເຊື່ອອັນດີງາມຂອງກົມກອງ ແລະ ຫັນເອົາການການເຊື່ອມຊືມແນວທາງນະໂຍບາຍຂອງພັກ-ລັດ, ກອງທັບ ແລະ ບັນດາເອກສານແຈ້ງການ, ມະຕິ, ຄໍາສັ່ງຕ່າງໆ ຂອງຂັ້ນເທິງມາຜັນຂະຫຍາຍໃຫ້ນາຍ ແລະ ພົນທະຫານ ຮັບຮູ້ເຂົ້າໃຈແຈ້ງຕໍ່ແນວທາງການເມືອງຂອງພັກ-ລັດ ຢ່າງຕໍ່ເນື່ອງ. ໃນນີ້, ຫ້ອງພະລາທິການສາມາດຕີລາຄາຄຸນທາດການເມືອງສະມາຊິກພັກແຂງ ເທົ່າກັບ 82,45%, ສະມາຊິກພັກກາງ ເທົ່າກັບ 17,55% ແລະ ຮັກສານາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໄດ້ 2 ສະໄໝຕິດຕໍ່ກັນ. ນອກນີ້ຫ້ອງພະລາທິການຍັງຍົກສູງບົດບາດໜ້າທີ່ ຮັບປະກັນພະລາທິການເຕັກນິກ ເປັນວຽກງານສໍາຄັນແຖວໜ້າເພື່ອຮັບປະກັນການລ້ຽງດູທັບ ຂອງກົມກອງໄດ້ຮັບການພັດທະນາເສດຖະກິດຂອງກົມກອງ ໃຫ້ນັບມືເຕີບໃຫຍ່ເຂັ້ມແຂງຕາມທິດນໍາ 4 ປູກ 4 ລ້ຽງ ຂອງກົມໃຫຍ່ພະລາທິການ ວາງອອກ ກໍ່ຄືຄໍາຂວັນເພີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມແຜນການຂອງຂັ້ນເທີງ. ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນຮັບຮອງເອົາ ສະຫາຍ ພັນເອກ ທອງພັນ ບຸນສະຫວັດ ເປັນເລຂາ ຄະນະພັກຮາກຖານຫ້ອງພະລາທິການ, ສະຫາຍ ພັນເອກ ສໍາເຮືອງ ພັນທະວີ ເປັນຮອງເລຂາ, ສະຫາຍ ພັນໂທ ຈັນທີ ພີມມະວົງ, ສະຫາຍ ພັນໂທ ດາວຈະເລີນ ພົມມີໄຊ, ສະຫາຍ ພັນໂທ ຈັນແດງ ລັງມີມັງ, ສະຫາຍ ພັນໂທ ວິໄລ ອານຸລັກ ແລະ ສະຫາຍ ພັນໂທ ຄໍາມີ ຫຼ້າວົງຄໍາ ເປັນກໍາມະການ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ