
ກອງບັນຊາການທະຫານແຂວງຫຼວງພະບາງ ຈັດພິທີມອບນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022
ເວລາອອກຂ່າວ: 2023-07-28 13:58:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2185 | ຄວາມນິຍົມ:
ພິທີມອບນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຂອງກອງບັນຊາການທະຫານແຂວງຫຼວງພະບາງ, ໄດ້ຈັດຂຶ້ນຕອນບ່າຍວັນທີ 27 ກໍລະກົດ 2023 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວິລ່ຽມ ວົງທິສານ, ເລຂາຄະນະພັກ, ຫົວໜ້າການທະຫານກອງບັນຊາການທະຫານແຂວງຫຼວງພະບາງ, ມີຄະນະພັກອົງການ, ກົມກອງ, ພະແນກການກ່ຽວຂ້ອງ ແລະ ພະນັກງານສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນມາ ສິງມະນີວອນ ຫົວໜ້າພະແນກຈັດຕັ້ງພັກຫ້ອງການເມືອງທະຫານແຂວງ ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ແລະ ວາງຄາດໝາຍສູ້ຊົນ ປະຈໍາປີ 2023 ໃຫ້ຮູ້ວ່າ: ຕະຫຼອດໄລຍະ 1 ປີຜ່ານມາຄະນະພັກກອງບັນຊາ ຍາມໃດກໍຖືເປັນບັນຫາສຳຄັນຕໍ່ການກໍ່ສ້າງ ແລະ ປັບປຸງການຈັດຕັ້ງຮາກຖານພັກ ເປັນໜ້າທີ່ຍຸດທະສາດຍາວນານ ແລະດຳເນີນຢ່າງຕໍ່ເນື່ອງ, ບົນຈິດໃຈເສີມຂະຫຍາຍມູນເຊື້ອໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຮັດໃຫ້ໜ່ວຍພັກ, ສະມາຊິກ ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານຈຳນວນ ແລະ ຄຸນນະພາບ, ມີຫຼາຍກົມກອງ, ຫຼາຍໜ່ວຍພັກໄດ້ຮັບການຢັ້ງຢືນຫຼາຍສະໄໝຕິດຕໍ່ກັນ, ສະເພາະປີ 2021 ຜ່ານມາມີໜ່ວຍພັກທີ່ຖືກຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 30 ໜ່ວຍພັກ, ກາງມີ 22 ໜ່ວຍພັກ, ສະເພາະປີ 2022 ນີ້ຄະນະຮັບຜິດຊອບໄດ້ລົງກວດກາປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈຳນວນ 53 ໜ່ວຍພັກ ໄດ້ສັງລວມຜ່ານອະນຸກໍາມະການສະພາຂັ້ນຕົ້ນ ແລະ ຄະນະພັກກອງບັນຊາການທະຫານແຂວງຄົ້ນຄວ້າພິຈາລະນາຢັ້ງຢືນ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ຈຳນວນ 33 ໜ່ວຍພັກ ແລະນຳສະເໜີຂັ້ນເທິງເພື່ອຮັບຮອງ, ໃນນັ້ນມີສະມາຊິກພັກແຂງ 1.317 ສະຫາຍ, ຍິງ 189 ສະຫາຍ ກວມເອົາ 84,62%.
ໂອກາດນີ້, ສະຫາຍ ພັນໂທ ສົມໃຈ ສີສະຫວັດ ຄະນະພັກກອງບັນຊາການ, ຮອງຫົວໜ້າຫ້ອງການເມືອງທະຫານແຂວງ ໄດ້ຜ່ານມະຕິຕົກລົງເລກທີ 31 ຂອງຄະນະປະຈໍາພັກແຂວງຫຼວງພະບາງ, ວ່າດ້ວຍການຮັບຮອງເອົາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022, ພິທີຍັງໄດ້ມອບນາມມະຍົດໜ່ວຍພັກປອດໃສ, ຂັ້ມແຂງ, ໜັກແໜ້ນໃຫ້ຈຳນວນ 33 ໜ່ວຍພັກ, ໂດຍແມ່ນ ສະຫາຍ ພົນຈັດຕະວາ ວິລ່ຽມ ວົງທິສານ ເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງຫຼວງພະບາງ ເປັນຜູ້ຂຶ້ນມອບຢ່າງສົມກຽດ.
ຂ່າວ: ສົມພອນ ສຸວັນທອນ, ພາບ: ບຸນເພັງ ວົງແກ້ວມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ