ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 26 ມີນາ 2025

  

ຄະນະພັກຮາກຖານໂຮງງານຕັດຫຍິບເລກ 1 ກອງທັບ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VIII
ເວລາອອກຂ່າວ: 2023-07-28 14:12:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2354 | ຄວາມນິຍົມ:



ໃນວັນທີ 27 ກໍລະກົດ 2023 ນີ້, ຄະນະພັກຮາກຖານໂຮງງານຕັດຫຍິບເລກ 1 ກອງທັບ, ໄດ້ປີດກອງປະຊຸມໃຫຍ່ ຄັ້ງທີ VIII ລົງຢ່າງຈົບງາມ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ກໍາມະການຄະນະພັກອົງການກົມໃຫຍ່ ເລຂາໜ່ວຍພັກ ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ. ສະຫາຍ ພັນເອກ ນາງ ເນາະ ພົມມີໄຊ ເລຂາຄະນະພັກຮາກຖານ ຫົວໜ້າອໍານວຍການໂຮງງານຕັດຫຍິບເລກ 1 ກອງທັບ, ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ ໃນໄລຍະຊຸມປີຜ່ານມາ, ເຊິ່ງຄະນະພັກຮາກຖານໂຮງງານຕັດຫຍິບ ເລກ 1 ກອງທັບໄດ້ ເອົາໃຈໃສ່ສຶກສາອົບຮົມພະນັກງານ, ສະມາຊິກພັກ ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ ວາງອອກ, ປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາຂອງພັກ ແລະ ຖືເອົາຄຸນນະພາບເປັນກົກໃນການກໍ່ສ້າງພັກ-ພະນັກງານ, ວຽກງານນະໂຍບາຍ ໄດ້ປະຕິບັດຕາມເງື່ອນໄຂມາດຖານທີ່ກໍານົດ ແລະ ຄົ້ນຄົ້ວາ ເພື່ອສະເໜີຂັ້ນເທິງໃນການຍ້ອງຍໍ, ເລື່ອນຊັ້ນໃຫ້ນາຍ ແລະ ພົນທະຫານຈໍານວນໜື່ງ ຕໍ່ຜູ້ທີ່ມີຜົນງານ, ຄຸນງາມຄວາມດີ, ບຸກບືນຫ້າວຫັນໃນການປະຕິບັດໜ້າທີ່ວຽງການ. ກອງປະຊຸມ ໄດ້ຈັດຕັ້ງປ່ອນບັດຄັດເລືອກເອົາຄະນະພັກຮາກຖານໂຮງງານຕັດຫຍິບເລກ 1 ກອງທັບ ຊຸດໃໝ່, ເຊິ່ງເລືອກເອົາ 7 ສະຫາຍ, ພັນເອກ ນາງ ເນາະ ພົມມີໄຊ ເປັນ ເລຂາຄະນະພັກຮາກຖານ, ພັນໂທ ບຸນຕ້ອຍ ອຸທະວົງ ເປັນ ຮອງເລຂາຄະນະພັກຮາກຖານ, ພັນເອກ ນາງ ພູວົງ ຫຼວງລາຊາ, ພັນໂທ ຄໍາທີ ສິມມະວົງ, ພັນໂທ ສີນວນ ນະຊຽງຄໍາ, ພັນໂທ ນາງ ລຽນ ສຸຂະວົງ ແລະ ພັນໂທ ນາງ ບົວລະວັນ ລໍາພັນ ເປັນກໍາມະການຄະນະພັກຮາກຖານ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ທິດເຍືອງທາງໃຫ້ຄະນະພັກຮາກຖານໂຮງງານຕັດຫຍິບເລກ 1 ກອງທັບ ຊຸດໃໝ່, ພ້ອມດ້ວຍພະນັກງານ-ສະມາຊິກພັກທຸກສະຫາຍຢູ່ພາຍໃນໂຮງງານ, ຈົ່ງເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ຖືເອົາການດຳເນີນຊີວິດກາເມືອງພາຍໃນພັກໃຫ້ເປັນປົກກະຕິ,ປັບປຸງການຈັດຕັ້ງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງກົມກອງ ໃນການສ້າງເສດຖະກິດແກ້ໄຂຊິວິດການເປັນຢູ່ຕາມທິດນໍາເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ, ຮັບປະກັນທາງດ້ານການຜະລິດເຄື່ອງນຸ່ງຫົ່ມ ຂອງກອງທັບໃຫ້ມີປະລິມານ ແລະ ຄຸນນະພາບທີ່ດີ, ພ້ອມທັງຊຸກຍູ້ຂະບວນການຜະລິດໃຫ້ນັບມື້ສູງຂຶ້ນຕະຫຼອດໄປ. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ