ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ກຸມພາ 2025

  

ໜ່ວຍພັກກົມຄຸ້ມຄອງອາວຸດ-ກະສູນ ສະຫຼຸບຖອດຖອນບົດຮຽນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023
ເວລາອອກຂ່າວ: 2023-08-09 12:13:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 893 | ຄວາມນິຍົມ:



ວັນທີ 7 ສິງຫາ 2023 ນີ້, ໜ່ວຍພັກກົມຄຸ້ມຄອງອາວຸດ-ກະສູນ ກົມໃຫຍ່ເຕັກນິກກອງທັບ ໄດ້ສະຫຼຸບຖອດຖອນບົດຮຽນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ຂຶ້ນ. ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈໍາປາບານ, ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຄະນະປະຈໍາພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ທັງເປັນຫົວໜ້າຄະນະກວດກາ, ຊຸກຍູ້ຂະບວນການປັບປຸງກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນຂອງກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພັນເອກ ລຽນວິໄລ ພັນທອງຄໍາ, ຄະນະພັກອົງການກົມໃຫຍ່ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພັນເອກ ຫຼ້າແກ້ວ ໄຊຍະສິດ, ເລຂາໜ່ວຍພັກ, ຫົວໜ້າກົມຄຸ້ມຄອງອາວຸດ - ກະສູນ, ມີຄະນະກວດກາ, ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນເຂົ້າຮ່ວມ. ສະຫາຍ ພັນເອກ ຫຼ້າແກ້ວ ໄຊຍະສິດ ເລຂາໜ່ວຍພັກ ຫົວໜ້າກົມຄຸ້ມຄອງອາວຸດ - ກະສູນ ໄດ້ສະຫຼຸບສັງລວມ ແລະ ຕີລາຄາຄືນການນໍາພາກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2023. ໜ່ວຍພັກໄດ້ຮັບການເລືອກຕັ້ງໃນກອງປະຊຸມໃຫຍ່ ຄັ້ງທີ IX, ຄັ້ງວັນທີ 04 ກຸມພາ 2022, ໜ່ວຍພັກສ້າງຕັ້ງຂຶ້ນໃນກົງຈັກບັນຊາຂັ້ນກົມ, ໜ່ວຍພັກໃຕ້ການຊີ້ນໍາ-ນໍາພາເດັດຂາດໂດຍກົງຮອບດ້ານຈາກຄະນະພັກ ກົມໃຫຍ່ເຕັກນິກກອງທັບ, ໜ່ວຍພັກມີພາລະບົດບາດເປັນແກນນໍາໃຫ້ບັນດາການຈັດຕັ້ງນຳພາ-ບັນຊາຂັ້ນຂອງຕົນ ໃນການຈັດຕັ້ງປະຕິບັດແນວທາງການເມືອງຂອງພັກ, ກໍ່ສ້າງໜ່ວຍພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ເປັນຫຼັກແຫຼ່ງໃນປັບປຸງກໍ່ສ້າງຂະແໜງການເຕັກນິກອາວຸດຍຸດໂທປະກອນໃຫ້ເຕີບໃຫຍ່, ເຂັ້ມແຂງ, ທັນສະໄໝ ເປັນກ້າວໆ, ນໍາພາວຽກງານການຈັດຕັ້ງທີ່ເຂັ້ມແຂງ, ມີແບບແຜນ, ກໍ່ສ້າງພັກ, ກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ປະຕິບັດກົດລະບຽບຂອງກອງທັບ, ກົດໝາຍຂອງລັດ ແລະ ກົດລະບຽບຂອງພັກເຂັ້ມງວດ, ຄະນະພັກໄດ້ຖືສຳຄັນ ແລພະ ເອົາໃຈໃສ່ສຶກສາອົບຮົມການເມືອງໃຫ້ພະນັກງານສະມາຊິກພັກ, ໃນນີ້ໄດ້ຈັດຕັ້ງພະນັກງານເຂົ້າຮ່ວມເຊື່ອມຊຶມບັນດາມະຕິ, ຄຳສັ່ງ ແລະ ມູນເຊື້ອວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ທີ່ຂັ້ນເທີງຈັດຂຶ້ນ, ເຮັດໃຫ້ພະນັກງານ-ສະມາຊິກພັກຮັບຮູ້, ເຂົ້າໃຈ, ເຊື່ອມຊຶມກຳແໜ້ນຢ່າງເລິກເຊີ່ງ ແລະ ເປັນເຈົ້າການຜັນຂະຫຍາຍເປັນແຜນການ, ເປັນໂຄງການອັນລະອຽດໃນໜ້າທີ່ການເມືອງຂອງຕົນ, ສະມາຊິກພັກຈຳແນກໄດ້ມິດ ແລະ ສັດຕູຢ່າງຈະແຈ້ງ, ຄະນະພັກ ແລະ ສະມາຊິກພັກຍາມໃດກໍເຊື່ອໝັ້ນຕໍ່ການນຳພາຂອງພັກ, ການຄຸ້ມຄອງຂອງລັດ, ຢຶດໝັ້ນກ້າວເດີນຕາມຕໍ່ອຸດົມການຂອງພັກ ກ້າວຂຶ້ນສັງຄົມນິຍົມ, ມີຄວາມເປັນເອກກະພາບສູງຕໍ່ແນວທາງ, ມະຕິ, ຄຳສັ່ງຂອງພັກ, ມີຄຸນທາດການເມືອງ ແລະຄຸນສົມບ່ັດສິນທຳປະຕິວັດສູງ, ມີນໍ້າໃຈເສຍສະຫຼະອັນສູງຕໍ່ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານເຖິງວ່າບາງຄັ້ງວຽກງານມີອຸປະສັກ ແລະ ຄວາມຫຍຸ້ງຍາກກໍໄດ້ອຸ່ນອ່ຽນທຸ່ນທ່ຽງອົດທົນຜ່ານຜ່າ, ຕັ້ງໜ້າຫ້າວຫັນປະກອບສ່ວນເຮື່ອແຮງ ແລະ ສະຕິປັນຍາເຂົ້າໃນໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ, ເຮັດໃຫ້ຂະບວນການວຽກງານມີບັນຍາການດີ ແລະ ມີຜົນສໍາເລັດສູງ, ຄະນະໜ່ວຍພັກໄດ້ມີຄວາມສາມັກຄີເປັນເອກະພາບຢ່າງໜັກແໜ້ນ, ດ້ານການເມືອງ-ແນວຄິດມີຄວາມໜັກແໜ້ນ, ການຈັດຕັ້ງແຕ່ລະຂັ້ນໄດ້ໃກ້ສິດຕິດພັນກັບຂະບວນການວຽກງານຕົວຈິງຂອງກົມກອງ. ບັນດາສະຫາຍສະມາຊິກພັກລ້ວນແຕ່ມີສະຕິສູງຕໍ່ການຈັດຕັ້ງ, ເຄົາລົບ ແລະ ປະຕິບັດເຂັ້ມງວດບັນດາລະບອບ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບ, ໜ່ວຍພັກໄດ້ຈັດຕັ້ງເປັນ 04 ຈຸເພື່ອນໍາພາເຄື່ອນໄຫວວຽກງານ ແລະ ດໍາເນີນຊີວິດການເມືອງ. ການດໍາເນີນຊີວິດການເມືອງແຕ່ລະຄັ້ງ ແມ່ນມີເນື້ອໃນເລິກເຊີ່ງ ແລະ ຮັບປະກັນໄດ້ 03 ລັກສະນະຄື: ລັກສະນະຕໍ່ສູ້, ລັກສະນະນໍາພາ ແລະ ລັກສະນະສຶກສາອົບຮົມ, ຄະນະໜ່ວຍພັກ ໄດ້ຖືສຳຄັນຕໍ່ການບຳລຸງສ້າງ ແລະ ຄຸ້ມຄອງພະນັກງານ, ໄດ້ຄົ້ນຄວ້າປັບປຸງການຈັດຕັ້ງບັນຊາຂັ້ນຄະນະບັນຊາກົມກອງຂຶ້ນກັບ, ຂັ້ນພະແນກການໃນອົງການກົມ ແລະ ກົມກອງຂຶ້ນກັບ, ຍົກຍ້າຍສັບຊ້ອນພະນັກງານໃສ່ແຕ່ລະຕຳແໜ່ງງານ ແລະ ກົມກອງຕັ້ງໃໝ່ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ. ສະມາຊິກພັກ ແລະ ນັກຮົບ ໃນ ກົມກອງມີແນວຄິດອຸ່ນອຽນທຸ່ນ ທ່ຽງ,ເຊື່ອມຊຶມກຳແໜ້ນແນວ ທາງນະໂຍບາຍຂອງພັກ, ກົດ ໝາຍຂອງລັດ, ຂໍ້ກໍານົດກົດລະ ບຽບຂອງກອງທັບ, ມີຄວາມ ເຂົ້າໃຈຕໍ່ອຸດົມການຂອງພັກ, ພາຍໃນພັກມີ ຄວາມສະຫງົບ, ມີຄວາມສາມັກຄີເປັນປຶກແຜ່ນ, ແໜ້ນໜາ, ຮັກສາໄດ້ຄວາມໜັກ ແໜ້ນທາງດ້ານຄຸນທາດການເມືອງ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນບັນດາເຜົ່າ, ມີຄວາມກະຕືລືລົ້ນຕໍ່ການປະຕິບັດໜ້າທີ່ການເມືອງຂອງກົມກອງໄດ້ເປັນຢ່າງດີ, ຕອບຕ້ານໄດ້ທຸກປະກົດການຫຍໍ້ຕ່າງໆບໍ່ໃຫ້ເກີດຂື້ນ. ຜ່ານການຈັດຕັ້ງປະຕິບັດໃນບັ້ນດໍາເນີນຊີວິດການເມືອງສໍາຫຼວດກວດກາການຄັດເລືອກຕີລາຄາແບ່ງປະເພດຄຸນນະພາບຂອງສະມາຊິກພັກໃນຄັ້ງນີ້ຈາກຄະນະກວດກາທີ່ກ່ຽວຂ້ອງເຫັນວ່າ: ຄະນະໜ່ວຍພັກ ແລະ ສະມາຊິພັກແຕ່ລະສະຫາຍ ໄດ້ຮັບການຕີລາຄາຈັດແບ່ງປະເພດເປັນສະມາຊິກພັກແຂງທັງໝົດ 20 ສະຫາຍ, ຍິງ 02 ສະຫາຍ, ບໍ່ມີສະມາຊິກພັກກາງ, ອ່ອນ ແລະ ເສຍທາດ, ສໍາລັບໜ່ວຍພັກ ບັນລຸໄດ້ ຄະແນນ 100% ແລະ ໄດ້ນໍາສະເໜີຄະນະພັກຂັ້ນເທິງຄົ້ນຄວ້າຮັບຮອງ ແລະ ຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດຕໍ່ກັນອີກໜຶ່ງ ສະໄໝ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈໍາປາບານ, ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຄະນະປະຈໍາພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດທີ່ໜ່ວຍພັກຍາດມາໄດ້ໃນຄັ້ງນີ້ ແລະ ຮຽກຮ້ອງໃຫ້ຄະນະໜ່ວຍ ປັບປຸງທັດສະນະຮັບຮູ້ແນວທາງປ່ຽນແປງໃໝ່ຂອງພັກ, ຕອບຕ້ານໄດ້ທຸກປະກົດການຫຍໍ້ຕ່າງໆບໍ່ໃຫ້ເກີດຂື້ນ, ສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ - ນໍາພາແນວຄິດເປັນປົກກະຕິ, ພ້ອມກັນຍົກສູງຄວາມຮັບຜິດຊອບ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ, ພັດທະນາແບບແຜນວິທີເຮັດວຽກທີ່ຮັດກຸມໃຫ້ມີປະສິດທິພາບ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບລະອຽດຈະເເຈ້ງ, ມີຄວາມສາມັກຄີເປັນປຶກແຜ່ນ, ແໜ້ນໜາ, ຮັກສາໄດ້ຄວາມໜັກ ແໜ້ນທາງດ້ານຄຸນທາດການເມືອງ, ມີການສໍາຫຼວດກວດກາ, ຖືເອົາການດໍາເນິີນຊີວິດການເມືອງພາຍໃນໜ່ວຍພັກ, ຈຸພັກ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນທີ່ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້ບັນລຸຜົນເປັນຈິງ. ໂດຍ: ພູສະນິດ ສິງເມືອງຄໍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ