ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 20 ກໍລະກົດ 2025

  

ໂຮງຮຽນທິດສະດີການເມືອງກອງທັບ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ
ເວລາອອກຂ່າວ: 2024-10-04 12:46:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1079 | ຄວາມນິຍົມ:



ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຈັດພິທີ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ (7 ຕຸລາ 1994-7 ຕຸລາ 2024) ໃນວັນທີ 4 ຕຸລາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຮຈ ປອ ຄໍາຜາຍ ສະພັງເໜືອ ຫົວໜ້າການເມືອງ ໂຮງຮຽນທິດສະດີການເມືອງກອງທັບ, ມີຄະນະພັກ-ຄະນະອໍານວຍການ, ຄະນະຫ້ອງ ແຂກທີ່ຖືກເຊີນ, ຄູ-ອາຈານ ພ້ອມດ້ວຍນັກຮຽນ-ນັກສຶກສາ ເຂົ້າຮ່ວມ. ໃນພິທີ ໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ຈາກສິລະປະສະໝັກຫຼິ້ນ ຂອງໂຮງຮຽນທິດສະດີການເມືອງກອງທັບ. ຈາກນັ້ນ, ສະຫາຍ ພັນເອກ ທອງວັນ ນັນທະວົງ ຫົວໜ້າຄະນະວິຊາຄູການເມືອງ ໂຮງຮຽນທິດສະດີການເມືອງກອງທັບ ໄດ້ເລົ່າຫວນຄືນມູນເຊື້ອ ຄວາມເປັນມາຂອງວັນຄູແຫ່ງຊາດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງວຽກງານການສຶກສາໃນແຕ່ລະໄລຍະ, ຄູໄດ້ມີບົດບາດອັນສຳຄັນ ປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ, ຄູ ຄືຄົນທີ່ມີຄວາມຮູ້ ແລະ ປະສົບການຖ່າຍທອດຄວາມຮູ້ ແລະ ປະສົບການນັ້ນໄປສູ່ຜູ້ອື່ນ. ວັນທີ 7 ຕຸລາ 1907 ທ້າວ ຄໍາ ໄດ້ເລີ່ມຕົ້ນເປັນຄູສອນ ໄດ້ເຂົ້າຮ່ວມຮັບການອົບຮົມຄູ, ຖືວ່າເປັນຄັ້ງທຳອິດໃນປະຫວັດສາດຂອງຊາດລາວ, ຍ້ອນຈິດໃຈຮັກຊາດຂອງ ນາຍຄູຄຳ ໄດ້ເອົາໃຈໃສ່ສຶກສາໃຫ້ພຣະສົງທີ່ຈະເປັນຄູ ໃຫ້ມີຄວາມຮັກຊາດ, ຮັກບ້ານເກີດເມືອງນອນ ຕໍ່ຜົນງານການຮ່ວມຂະບວນການຕໍ່ສູ້ຂອງນາຍຄູຄໍາ ແລະ ການຂະຫຍາຍຕົວຂອງວຽກງານການສຶກສາໃນແຕ່ລະໄລຍະ ແລະ ເພື່ອສໍານຶກບຸນຄຸນອັນລໍ້າເລີດຂອງຄູ ພັກ-ລັດຖະບານ ຈຶ່ງໄດ້ກໍານົດໃຫ້ມີວັນຄູແຫ່ງຊາດລາວ ໂດຍໄດ້ກໍານົດເອົາວັນເຂົ້າຮັບລາດສະການຂອງນາຍຄູຄໍາ ຄື: ວັນທີ 7 ຕຸລາ ເປັນວັນຄູແຫ່ງຊາດ. ສະຫາຍ ພົນຈັດຕະວາ ຮຈ ປອ ຄໍາຜາຍ ສະພັງເໜືອ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ທີ່ພ້ອມກັນສ້າງໄດ້ຜົນງານທີ່ພົ້ນເດັ່ນ ໃນໄລຍະ 1 ປີຜ່ານມາ ພ້ອມທັງເນັ້ນໜັກໃຫ້ ຄູ-ອາຈານ ທຸກສະຫາຍ ຕ້ອງປະຕິບັດໜ້າທີ່ອັນບໍລິສຸດນີ້, ເປັນແບບຢ່າງໃນການສິດສອນໃຫ້ແກ່ນັກຮຽນ-ນັກສຶກສາທຸກລະບົບ ພ້ອມກັນເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ເປັນຕົ້ນແມ່ນ ທາງດ້ານຄຸນທາດການການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຍົກສູງຄວາມຮູ້ຄວາມສາມາດ ທາງດ້ານທິດສະດີການເມືອງ ເພື່ອເຮັດໃຫ້ວຽກງານການສອນ ມີປະສິດທິພາບສູງ, ເອົາໃຈໃສ່ເພີ່ມທະວີຮັດແໜ້ນຄວາມສາມັກຄີ ລະຫວ່າງຄູ-ອາຈານ ກັບ ນັກສຶກສາ ໃຫ້ແໜ້ນແຟ້ນ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງ ທີ່ພັກ-ລັດ ແລະ ການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ຈາກນັ້ນ, ກໍໄດ້ມອບກະຕ່າຂອງຂວັນ ແລະ ກ່າວອວຍພອນເຊິ່ງກັນ ແລະ ກັນ ຢ່າງຄຶກຄື້ນມ່ວນຊື່ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ