ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ມີນາ 2025

  

ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງຄະນະພັກຮາກຖານ ຫ້ອງການເມືອງທະຫານນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2024-10-04 12:59:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 797 | ຄວາມນິຍົມ:



ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງຄະນະພັກຮາກຖານ ຫ້ອງການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສໍາເລັດ. ໃນວັນທີ 3 ຕຸລາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ໂສພາວັນ ທໍາມະເທວາ ກຳມະການຄະນະບໍລິຫານງານພັກນະຄອນຫຼວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ມີພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍແຂກຖືກເຊີນຕະຫຼອດຮອດສະມາຊິກພັກສົມບູນ ເຂົ້າຮ່ວມ. ສະຫາຍ ພັນເອກ ເພັດບັນດິດ ແປງນະທີ ເລຂາຄະນະພັກຮາກຖານຫ້ອງການເມືອງກອງບັນຊາການທະຫານນະຄອນຫຼວງ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງທັງສອງພາກ, ເຊິ່ງໄດ້ຍົກໃຫ້ເຫັນ ຈຸດພິເສດ, ທີ່ຕັ້ງ ແລະ ໜ້າທີ່ ຄວາມຮັບຜິດຊອບ ພາຍໃຕ້ການນຳພາ-ຊີ້ນຳໂດຍກົງຮອບດ້ານ ຂອງຄະນະພັກ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໃນໄລຍະຜ່ານມາແມ່ນໄດ້ຖືເອົາວຽກງານປັບປຸງກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ, ເອົາໃຈໃສ່ໃນການກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາ ເພື່ອເຮັດໃຫ້ການຈັດຕັ້ງພັກມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ຍົກສູງຄວາມຮູ້-ຄວາມສາມາດໃຫ້ແກ່ຄະນະໜ່ວຍພັກ ສະມາຊິກພັກຖືເອົາການສຶກສາອົບຮົມເປັນຕົ້ນຕໍ ໃນການກໍ່ສ້າງພັກ, ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 5 ປີຊ້ອນມີ 2 ໜ່ວຍ, 4 ປີຊ້ອນ 1 ໜ່ວຍ, 3 ປີຊ້ອນ 1 ໜ່ວຍ ແລະ ຂະຫຍາຍມະຫາຊົນຜູ້ທີ່ກ້າວໜ້າເຂົ້າເປັນສະມາຊິກພັກໄດ້ 29 ສະຫາຍ, ຍິງ 14 ສະຫາຍ, ໂດຍຕິດພັນກັບວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກພະນັກງານ-ນັກຮົບ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄຳສັ່ງ, ຂໍ້ກໍານົດ, ແຕ່ລະໄລຍະໄດ້ຈັດຕັ້ງປາຖະກະຖາມູນເຊື້ອວັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບໄດ້ທັງໝົດ 240 ຄັ້ງ, ມີຜູ້ເຂົ້າຮ່ວມ 54.175 ເທື່ອຄົນ. ໄປຄຽງຄູ່ກັບວຽກງານກໍ່ສ້າງຮາກຖານການເມືອງ ໄດ້ຊີ້ນໍາກໍາລັງກໍ່ສ້າງຮາກຖານການເມືອງຕາມແບບມູນເຊື້ອຢູ່ເຂດກົມກອງຕັ້ງທັບ ດ້ວຍເຄື່ອນໄຫວພົບປະແລກປ່ຽນບົດຮຽນກັບອໍານາດການປົກຄອງຢູ່ຂອບເຂດນັ້ນ, ການສ້າງບ້ານປ້ອມໝັ້ນ, ກຸ່ມບ້ານສູ້ຮົບຕິດລຽນ ຕິດພັນກັບການສ້າງບ້ານພັດທະນາ, ການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ເຊິ່ງມາຮອດປັດຈຸບັນສາມາດປະກາດການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໄດ້ 89 ບ້ານ ແລະ ຄອບຄົວມີ 26.700 ຄອບຄົວ, ເອົາໃຈໃສ່ຊີ້ນໍາບັນດາກົມກອງຂຶ້ນເປົ້າໝາຍສ້າງເປັນບ້ານແຮກສ່ຽວ ຈໍານວນ 54 ບ້ານ ມີ 29 ກົມກອງ. ຜ່ານການຈັດຕັ້ງປະຕິບັດໄລຍະຜ່ານມາແມ່ນສາມາດປະຕິບັດໄດ້ 5 ກົມກອງ 8 ບ້ານ. ກອງປະຊຸມຍັງໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນໃສ່ຮ່າງລາຍງານການເມືອງທັງສອງພາກຢ່າງກົງໄປກົງມາ ແລະ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນເອງປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່, ເຊິ່ງໃນກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນເລືອກເອົາ ສະຫາຍ ພັນເອກ ເພັດບັນດິດ ແປງນະທີ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ບຸນຖົມ ໄຊສັງທອງ ເປັນຮອງເລຂາ, ສະຫາຍ ພັນໂທ ສຸລິເດດ ດວງມະນີ ເປັນກໍາມະການກວດກາ, ສະຫາຍ ພັນໂທ ເຂັມເພັດ ຫັນທະວົງ ເປັນຄະນະ ແລະ ສະຫາຍ ພັນໂທ ລືໄຊ ສຸຂະວົງ ເປັນຄະນະ. ໂດຍ: ສຸລິຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ