ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ຫ້ອງການສະຫະພັນແມ່ຍິງກອງທັບ ມອບເຄື່ອງຊ່ວຍເຫຼືອ ກອງບັນຊາການທະຫານແຂວງຫົວພັນ
ເວລາອອກຂ່າວ: 2024-10-04 14:14:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1169 | ຄວາມນິຍົມ:



ວັນທີ 29 ກັນຍາ 2024 ນີ້, ຫ້ອງການສະຫະພັນແມ່ຍິງ ກອງທັບ ນຳໂດຍ ສະຫາຍ ພັນເອກ ນາງ ຫຼ້າ ຄູນນະວົງສາ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມດ້ວຍຄະນະ ໄດ້ນຳເອົາເຂົ້າສານໜຽວ ຈຳນວນ 1 ໂຕນ ແລະ ເງິນສົດ ຈຳນວນ 16.000.000 ກີບ ລວມມູນຄ່າທັງໝົດ 33.500.000 ກີບ ໄປມອບໃຫ້ກອງບັນຊາການ ທະຫານແຂວງຫົວພັນ ເພື່ອແບ່ງເບົາຄວາມໂສກເສົ້າ ເສຍໃຈແກ່ນາຍແລະພົນທະຫານ, ປະຊາຊົນຊາວແຂວງຫົວພັນຜູ້ປະສົບໄພນ້ຳຖ້ວມຄັ້ງນີ້. ຕາງໜ້າກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ຄຳເມືອງ ໂຄດວົງຄຸນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫົວພັນ ພ້ອມດ້ວຍຄະນະ. ໂອກາດດັ່ງກ່າວ, ສະຫາຍຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫົວພັນ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງລົ້ນເຫຼືອມາຍັງ ສະຫາຍ ພັນເອກ ນາງ ຫຼ້າ ຄູນນະວົງສາ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມຄະນະ ທີ່ໄດ້ຕາງໜ້າຄະນະນຳຫ້ອງການສະຫະພັນແມ່ຍິງກອງທັບ ນຳເອົາວັດຖຸ-ປັດໄຈມາມອບໃຫ້ກອງບັນຊາການທະຫານແຂວງຫົວພັນ ໃນຄັ້ງນີ້ ແລະ ໃຫ້ຄຳໝັ້ນສັນຍາຈະນຳເອົາເຄື່ອງຊ່ວຍເຫຼືອໄປມອບໃຫ້ພະນັກງານ-ນັກຮົບ ແລະ ປະຊາຊົນ. ໂດຍ: ຈາກຫ້ອງການສະຫະພັນແມ່ຍິງກອງທັບ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ