ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 23 ພຶດສະພາ 2025

  

ວປກ ສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 30 ປີ
ເວລາອອກຂ່າວ: 2024-10-04 15:13:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1331 | ຄວາມນິຍົມ:



ວັນທີ 4 ຕຸລາ 2024 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 30 ປີ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດດຕະວາ ແປ້ນຄຳ ບຸດຈັນແພງ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ແລະ ສະຫາຍ ພົນຈັດຕະວາ ເເກ້ວສຸວັນ ອິນທະວົງສາ ຫົວໜ້າການທະຫານ ວປກ, ມີຄະນະພັກ-ຄະນະອຳນວຍການ, ມີແຂກຖືກເຊີນ, ພະນັກງານຫຼັກແຫຼ່ງ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ທົ່ວ ວປກ ເຂົ້າຮ່ວມ. ສະຫາຍ ພັນເອກ ພົມມີ ສີນທະວົງ ຫົວໜ້າຄະນະວິຊາ ຍຸດທະບັນຮົບ-ຍຸດທະສາດ ໄດ້ຍົກໃຫ້ເຫັນຄວາມໝາຍ-ຄວາມສໍາຄັນ ຂອງວັນຄູແຫ່ງຊາດ ເພື່ອເຮັດໃຫ້ພະນັກງານ-ນັກຮົບ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບປະຫວັດ ຄວາມເປັນມາ, ຄວາມໝາຍ, ຄວາມສຳຄັນ ຂອງວັນຄູແຫ່ງຊາດ ຕະຫຼອດໄລຍະ 30 ປີ (7 ຕຸລາ 1994 - 7 ຕຸລາ 2024). ເພື່ອເປັນການລະນຶກເຖິງຜົນງານ, ຄຸນງາມຄວາມດີ ຄວາມກະຕັນຍູ້ຮູ້ບຸນຄຸນຕໍ່ ຄູ-ອາຈານ ຂອງນັກຮຽນ ທີ່ຜ່ານມາໄດ້ສິດສອນນັກຮຽນ-ນັກສຶກສາ ໃຫ້ກາຍເປັນບັນຍາຊົນ ຜູ້ທີ່ມີຄວາມຮູ້ຄວາມສາມາດ, ເພື່ຶອເຮັດໃຫ້ຄວາມກະຕັນຍູຮູ້ບຸນຄຸນຕໍ່ຄູບາອາຈານໃນທົ່ວສັງຄົມ ໄດ້ກາຍມາເປັນພຶດຕິກຳຕົວຈິງ, ລັດຖະບານຈຶ່ງໄດ້ກຳນົດເອົາວັນທີ 7 ຕຸລາ ຂອງທຸກໆປີ ເປັນວັນຄູແຫ່ງຊາດລາວ, ການຈັດຕັ້ງໃຫ້ມີວັນຄູແຫ່ງຊາດທັງເປັນການເຊີດຊູກຽດສັກສີ, ຖານະບົດບາດຂອງຄູຕໍ່ສັງຄົມ ແລະ ຄຸນງາມຄວາມດີຂອງຄູທີ່ມີຕໍ່ປະເທດຊາດ, ວັນຄູແຫ່ງຊາດເປັນວັນໜຶ່ງທີ່ສໍາຄັນໃນປະຫວັດສາດຂອງຊາດລາວເຮົາ ເພາະວ່າຄູບໍ່ພຽງແຕ່ໄດ້ປະກອບສ່ວນເຂົ້າໃນວຽກງານການສຶກສາເທົ່ານັ້ນ ແຕ່ຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດແຫ່ງການຕໍ່ສູ້ເພື່ອຄວາມເປັນເອກະພາບ ແລະ ຄວາມວັດທະນາຖາວອນຂອງຊາດ, ພ້ອມທັງເສີມຂະຫຍາຍມູນເຊື້ອຂອງນາຍຄູຄໍາ ຜູ້ທີ່ມີຄວາມດຸໝັ່ນຂະຫຍັນພຽນ ແລະ ໄດ້ອຸທິດໝົດສະຕິປັນຍາ, ເລືອດເນື້ອ ແລະ ເຫື່ອແຮງຂອງຕົນ ເພື່ອພາລະກິດການສຶກສາແຫ່ງຊາດລາວຂອງພວກເຮົາ. ເພື່ອເຮັດລ້ອນໜ້າທີ່ການເມືອງຂອງຕົນໃນໄລຍະໃໝ່, ພ້ອມນີ້, ສະຫາຍຍັງ ໄດ້ຮຽກຮ້ອງໃຫ້ບັນດາຄູ-ອາຈານ ຜູ້ທີ່ມີສ່ວນຮ່ວມໃນການສິດສອນ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ, ຄວາມເປັນເຈົ້າການ, ມີຄວາມເສຍສະຫຼະ, ກະຕືລືລົ້ນ, ມີຄວາມສາມັກຄີຢ່າງແໜ້ນແຟ້ນໃນການຄົ້ນຄວ້າຮໍ່າຮຽນ ເພື່ອພັດທະນາຕົນເອງ, ພັດທະນາບົດຮຽນການສິດສອນແບບໃໝ່ຢ່າງຕັ້ງໜ້າ ເພື່ອເຮັດໃຫ້ການຈັດຕັ້ງການຮຽນ-ການສອນໃນສົກປີຕໍ່ໜ້າໄດ້ຮັບໝາກຜົນສູງ. ສະຫາຍ ພົນຈັດຕະວາ ແກ້ວສຸວັນ ອິນທະວົງສາ ໄດ້ໂອ້ລົມ ແລະ ເນັ້ນໜັກຫຼາຍບັນຫາສໍາຄັນຕໍ່ ຄູ-ອານຈານ, ນັກຮຽນ-ນັກສຶກສາ ຕ້ອງເພີ່ມທະວີຄວາມໃຈໃສ່ສຶກສາຄົ້ນຄວ້າຮໍ່າຮຽນ, ຮັກສາ ແລະ ເສີມຂະຫຍາຍຄຸນສົມບັດສິນທໍາປະຕິວັດ, ປະຕິບັດແນວທາງນະໂຍບາຍຂອງພັກ-ລັດ, ລະບຽບກົດໝາຍຂອງລັດໃຫ້ຖືກຕ້ອງ ແລະ ເຂັ້ມງວດ, ຕັ້ງໜ້າ ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານປະຕິບັດໜ້າທີ່ໃນການສິດສອນໃຫ້ມີຜົນສໍາເລັດ ແລະ ມີຄຸນນະພາບ, ພ້ອມນນັ້ນ, ຍັງໄດ້ເນັ້ນໃຫ້ຄູ-ອາຈານເອົາໃຈໃສ່ປະຕິບັດຈັນຍາບັນຂອງຄູ, ເອົາໃຈໃສ່ຊອກຮູ້ຮໍ່າຮຽນ ເພື່ອພັດທະນາຍົກລະດັບຕົນເອງໃຫ້ສູງຂຶ້ນ, ສໍາລັບນັກຮຽນຕ້ອງໄດ້ເຊື່ອມຊຶມກໍາແໜ້ນຄວາມສໍາຄັນ ແລະ ອຸດົມການຂອງພັກ, ຕ້ອງມີທັດສະນະຫຼັກໝັ້ນການເມືອງທີ່ໜັກແໜ້ນ, ມີຄຸນສົມບັດ, ມີມາລະຍາດທີ່ດີ ແລະ ມີຄວາມເປັນແບບຢ່າງ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດລະບຽບວິໄນຢ່າງເຂັ້ມງວດ, ຕັ້ງໜ້າຄົ້ນຄວ້າສຶກສາຮໍ່າຮຽນໃຫ້ກາຍເປັນນັກສຶກສາທີ່ດີເດັ່ນ. ໂດຍ: ໄຊສະຫວາດ ສົມພັນທະມິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ