
ເສີມສ້າງຄວາມເຂັ້ມແຂງ ແລະ ຊຸກຍູ້ຮອບດ້ານ ເພື່ອການພັດທະນາຊາວໜຸ່ມອາຊຽນ ທີ່ຍືນຍົງ
ເວລາອອກຂ່າວ: 2024-10-07 14:07:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1119 | ຄວາມນິຍົມ:
ກອງປະຊຸມສົນທະນາຊາວໜຸ່ມອາຊຽນ ຄັ້ງທີ 3 ປະຈໍາປີ 2024 ພາຍໃຕ້ຫົວຂໍ້: “ເສີມສ້າງຄວາມເຂັ້ມແຂງ ແລະ ການຊຸກຍູ້ແບບຮອບດ້ານ ເພື່ອການພັດທະນາຊາວໜຸ່ມອາຊຽນທີ່ຍືນຍົງ” ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 6 ຕຸລາ 2024 ຢູ່ທີ່ ນະຄອນ ຫຼວງພະບາງ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ທ່ານ ສຸກັນ ບຸນຍົງ ຕ່າງໜ້າການນຳແຂວງຫຼວງພະບາງ ແລະ ຜູ້ຕ່າງໜ້າ ອົງການສະຫະປະຊາຊາດ (UN) ປະຈໍາ ສປປ ລາວ, ມີເຈົ້າໜ້າທີ່ອາວຸໂສຊາວໜຸ່ມອາຊຽນ, ກອງເລຂາອາຊຽນ ຜູ້ແທນຊາວໜຸ່ມຈາກບັນດາປະເທດ ອາຊຽນ ແລະ ຕີມໍແລັດສະເຕ, ພ້ອມດ້ວຍ ແຂກຮັບເຊີນ ເຂົ້າຮ່ວມ.
ທ່ານ ມອນໄຊ ລາວມົວຊົງ ໄດ້ມີຄໍາເຫັນວ່າ: ກອງປະຊຸມໃນຄັ້ງນີ້, ຈະໄດ້ກາຍເປັນແຮງບັນດານໃຈໃຫ້ຊາວໜຸ່ມຈາກປະເທດອາຊຽນ ໄດ້ສະແດງໃຫ້ເຫັນເຖິງບົດບາດປະຈັນບານ, ຂີດຄວາມສາມາດ, ການແຂ່ງຂັນ, ການຍາດແຍ່ງການຮ່ວມມືໃນຂົງເຂດອາຊຽນ ແລະ ພາກພື້ນ ຂອງຊາວໜຸ່ມ, ເປັນການປຶກສາຫາລືແລກປ່ຽນແນວຄວາມຄິດ ແລະ ຄວາມເປັນໄປໄດ້ ໃນການຮ່ວມມືກັນພັດທະນາ ຊາວໜຸ່ມໃນອະນາຄົດ ເຊິ່ງຜູ້ແທນຊາວໜຸ່ມອາຊຽນ ຈະໄດ້ທົບທວນຄືນ ເຖິງດັດສະນີໝາຍພັດທະນາຊາວໜຸ່ມ (YDI) ຂອງອາຊຽນ ທີ່ໄດ້ຮັບຮອງ ໃນໄລຍະຜ່ານມາ, ໃຫ້ສອດຄ່ອງກັບຍຸດທະສາດ ການພັດທະນາຊາວໜຸ່ມ ຂອງແຕ່ລະປະເທດສະມາຊິກອາຊຽນວາງອອກ; ສືບຕໍ່ທົບທວນຄືນບາງຄາດໝາຍ, ແຜນງານທີ່ໄດ້ສະເໜີ ໃນກອງປະຊຸມຄັ້ງທີ່ຜ່ານມາໃນປີ 2023 ເພື່ອຈະໄດ້ພ້ອມກັນເດີນໜ້າ ແລະ ສ້າງກາລະໂອກາດ, ສ້າງຄູ່ຮ່ວມງານ, ແບ່ງປັນປະສົບການ, ການຮຽນຮູ້ແລກປ່ຽນປະສົບການເຊິ່ງກັນແລະກັນ ໃນຂົງເຂດການພັດທະນາຊາວໜຸ່ມ ເປັນຕົ້ນ ສຸຂະພາບ ແລະ ສະຫວັດດີພາບ, ການສຶກສາ, ວຽກເຮັດງານທຳ ແລະ ການປະກອບການ, ການປົກປ້ອງທາງສັງຄົມ, ການພັດທະນາ ແລະ ການມີສ່ວນຮ່ວມ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືໃນອາຊຽນ, ທັງໄດ້ສືບຕໍ່ແລກປ່ຽນບົດຮຽນທາງດ້ານເຕັກໂນໂລຊີ ແລະ ນະວັດຕະກຳອັນໃໝ່ ເຂົ້າໃນແຕ່ລະຂົງເຂດຂອງການພັດທະນາຊາວໜຸ່ມຕິດພັນ ກັບການປົກປັກຮັກສາສິ່ງແວດລ້ອມ ເພື່ອຄວາມຍືນຍົງໃນອານາຄົດ.
ກອງປະຊຸມໃນຄັ້ງນີ້, ໄດ້ດຳເນີນໃນລະຫວ່າງວັນທີ 5-8 ຕຸລາ 2024 ໂດຍໄດ້ຮັບການສະໜັບສະໜູນ ຈາກກອງເລຂາອາຊຽນ, ອົງການສະຫະປະຊາຊາດກອງທຶນສໍາລັບເດັກ (UNICEF) ແລະ ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ (UNFPA), ພາຍຫຼັງສຳເລັດກອງປະຊຸມ ຈະໄດ້ສັງລວມເອົາຜົນຂອງການຈັດຕັ້ງປະຕິບັດບັນດາກິດຈະກຳ ການພັດທະນາຊາວໜຸ່ມອາຊຽນທີ່ຜ່ານມາ ແລ້ວສ້າງເປັນຂໍ້ສະເໜີ ເພື່ອນໍາສະເໜີລາຍງານຕໍ່ການນຳອາຊຽນ ໃນວາລະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ ຄັ້ງທີ 45 ປີ 2024 ທີ່ ສປປ ລາວ ທີ່ຈະໄຂຂຶ້ນ ໃນມໍ່ໆນີ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ