ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຢ້ຽມຢາມພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ກອງພັນໃຫຍ່ 605
ເວລາອອກຂ່າວ: 2024-10-07 14:23:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1844 | ຄວາມນິຍົມ: ![]()
ວັນທີ 4 ຕຸລາ 2024 ນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ຢູ່ກອງພັນໃຫຍ່ 605 ເພື່ອຕິດຕາມ, ກວດກາ ແລະ ຊຸກຍູ້ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ, ມີສະຫາຍ ພົນຈັດຕະວາ ວົງແກ້ວ ວົງພິລາ ຄະນະພັກກົມໃຫຍ່, ຫົວໜ້າກົມປືນໃຫຍ່ໜ້າດິນ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກົມກອງ, ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນເອກ ປະເສີດ ທ່ຽງທຳ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງພັນໃຫຍ່ 605, ໄດ້ລາຍງານຫຍໍ້ສະພາບຈຸດພິເສດ, ທີ່ຕັ້ງ, ພາລະບົດບາດ ແລະ ໜ້າທີ່ການເມືອງຂອງກົມກອງ, ລວມທັງຜົນງານທີ່ຍາດມາໄດ້ໃນຕະຫຼອດໄລຍະຜ່ານມາ, ກອງພັນໃຫຍ່ 605 ມີພາລະບົດບາດເປັນກໍາລັງຫຼວງເຄື່ອນທີ່, ພາຍໃຕ້ການຊີ້ນໍາໂດຍກົງຮອບດ້ານຂອງກະຊວງປ້ອງກັນປະເທດ, ເປັນກໍາລັງຫຼັກແຫຼ່ງໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົມກອງຈັດຕັ້ງກໍາລັງລົງກໍ່ສ້າງຮາກຖານການເມືອງແບບມູນ
ເຊື້ອຕາມຂອບເຂດກົມກອງຕັ້ງທັບ ແລະ ຂອບເຂດບ້ານທີ່ກົມກອງຮັບຜິດຊອບ, ປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າ ມີຄວາມຕື່ນຕົວ ປະກອບສ່ວນເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນຢ່າງດີ, ເອົາໃຈໃສ່ຊີ້ນໍາວຽກງານສ້າງສາພັດທະນາຄອບຄົວ ແລະ ບ້ານ ໃຫ້ນັບມື້ດີຂຶ້ນເປັນກ້າວໆ ເຮັດໃຫ້ຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ. ພ້ອມກັນນັ້ນ, ກໍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງໃຫ້ເຕີບໃຫຍ່ເຂັ້ມແຂງໃນທຸກດ້ານ, ສຸມໃສ່ອົບຮົມ-ຫັດແອບປັບປຸງແບບແຜນໃຫ້ມີຄວາມຮັດກຸມເປັນເອກະພາບ, ຊີ້ນໍາຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ສ້າງພະລາທິການກັບທີ່ຕາມທິດນໍາເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໂດຍສຸມໃສ່ເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ, ພົ້ນເດັ່ນແມ່ນຢູ່ເຂດຜະລິດກະສິກໍາຂອງກົມກອງ ຢູ່ບ້ານປາກງວ້າ ເມືອງເຟືອງ ແຂວງວຽງຈັນ ເພື່ອຮັບປະກັນການແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບນັບມື້ດີຂຶ້ນ ແລະ ເອົາໃຈໃສ່ວຽກງານຮັບປະກັນເຕັກນິກ, ການບົວລະບັດຜັດເຊັດພາຫະນະເຕັກນິກ, ອາວຸດ-ກະສູນ, ການປົກປັກຮັກສາ, ສ້ອມແປງ ແລະ ນໍາໃຊ້ພາຫະນະເຕັກນິກເຫຼົ່າຮົບຂອງຕົນ ເພື່ອຮັບປະກັນໃນການອົບຮົມ-ຫັດແອບ ແລະ ກຽມພ້ອມສູ້ຮົບຂອງກົມກອງໃນສະເພາະໜ້າ ແລະ ຍາວນານ.
ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກົມກອງຍາດມາໄດ້ໃນໄລຍະຜ່ານມາ. ພ້ອມທັງ, ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງໃນທົ່ວກອງພັນໃຫຍ່ ເພີ່ມທະວີບົດບາດການນໍາພາ-ຊີ້ນໍາສຶກສາອົມຮົມການເມືອງ-ແນວຄິດໃຫ້ນາຍ ແລະ ພົນທະຫານ ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໜັ້ນຕໍ່ການນໍາພາຂອງພັກ, ເຊື່ອມຊຶມແນວທາງປ່ຽນແປງໃໝ່ຂອງພັກ, ມີຄວາມກະຕືລືລົ້ນໃນການປະຕິບັດໜ້າທີ່ການເມືອງ, ຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນໃນການເຮັດວຽກງານກໍ່ສ້າງຮາກຖານການເມືອງ ຕາມຂອບເຂດກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພດີ, ປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມເຂັ້ມແຂງຮອບດ້ານ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດປະຕິບັດຫຼັກການນໍາຂອງພັກ ເຮັດວຽກແບບລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງວຽກບຸກຄົນຮັບຜິດຊອບ, ມີຄວາມສາມັກຄີເປັນເອກະພາບ, ປັບປຸງກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ກົມກອງ 3 ປອດ, ກົມກອງວັດທະນະທໍາ-ນັກຮົບວັດທະນະທໍາ, ຍົກສູງຄວາມຮັບຜິດຊອບປະຕິບັດໜ້າທີ່ການເມືອງຂອງກົມກອງ, ສູ້ຊົນແກ້ໄຂຊີວິດການເປັນຢູ່ຂອງກົມກອງ, ພະນັກງານ-ນັກຮົບ ຕາມທ່າແຮງບົ່ມຊ້ອນ ສຸມໃສ່ການປູກ, ການລ້ຽງ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງກົມກອງດີຂຶ້ນ, ໂອກາດລົງມາຢ້ຽມຢາມ ແລະ ພົບປະໂອ້ລົມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຮັບຊົມພາຫະນະເຕັກນິກ, ອາວຸດ-ກະສູນ ການທະຫານຂອງກົມກອງອີກດ້ວຍ.
ຂ່າວ: ນາງໜູແດງ ລາດສະແກ້ວ
ພາບ: ເພັງ ມະນີລະສິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















