ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ມິຖຸນາ 2025

  

ກອງພົນທີ 1 ເປີດຂະບວນການກິລາມວນຊົນ ແລະ ຂະບວນການແຂ່ງຂັນ ພາຍໃຕ້ຫົວຂໍ້ຮັກຊາດ ແລະ ພັດທະນາ
ເວລາອອກຂ່າວ: 2024-10-07 14:50:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1474 | ຄວາມນິຍົມ:



ວັນທີ 4 ຕຸລາ 2024 ນີ້, ກອງພົນທີ 1 ໄດ້ເປີດຂະບວນການແຂ່ງຂັນກິລາມວນຊົນ ແລະ ຂະບວນການແຂ່ງຂັນ ພາຍໃຕ້ຫົວຂໍ້ ຮັກຊາດ ແລະ ພັດທະນາ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ກອງພົນທີ 1 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຫົວໜ້າການທະຫານ ກອງພົນທີ 1, ມີຄະນະພັກ-ຄະນະບັນຊາ, ອົງການກົມກອງ ແລະ ຕົວແທນນັກກິລາ ເຂົ້າຮ່ວມ. ສະຫາຍ ພັນໂທ ທອງຈັນ ເຍ່ຍຕູ້ ຮອງຫົວໜ້າຫ້ອງເສນາທິການ ໄດ້ຜ່ານແຜນການຈັດຕັ້ງຂະບວນການແຂ່ງຂັນກິລາ ເພື່ອເປັນການຍູ້ແຮງຂະບວນການດ້ານຕ່າງໆ ເພື່ອຂໍ່ນັບຮັບຕ້ອນກອງປະຊຸມໃຫຍ່ຂອງອົງຄະນະພັກ ກອງພົນທີ 1 ຄັ້ງທີ VII ໃຫ້ມີບັນຍາກາດຟົດຟື້ນ ທັງເປັນການຢັ້ງຢືນຄຸນນະພາບຂອງການຈັດຕັ້ງອົບຮົມຫັດ-ແອບ, ປັບປຸງລະບຽບແບບແຜນ, ເຝິກຝົນກຳລັງແຮງກາຍ ຂອງນາຍ ແລະ ພົນທະຫານ ໃນທົ່ວກອງພົນໃຫ້ມີສຸຂະພາບແຂງແຮງ, ເຂັ້ມແຂງ ຮັບປະກັນໃຫ້ແກ່ວຽກງານກຽມພ້ອມສູ້ຮົບ ແລະ ເຄື່ອນໄຫວສູ້ຮົບ, ເປັນການເປີດກວ້າງໂອກາດໃຫ້ນາຍ ແລະ ພົນທະຫານເຂົ້າຮ່ວມແຂ່ງຂັນ, ໄດ້ສະແດງທັກສະຄວາມສາມາດບຸກຄົນ, ລວມໝູ່ ທີ່ໄດ້ຜ່ານການເຝິກຊ້ອມຫັດແອບໃນໄລຍະຜ່ານມາ ທັງເປັນການຮັດແໜ້ນຄວາມສາມັກຄີ, ໄມຕີຈິດ, ມິດຕະພາບ, ແລກປ່ຽນຖອດຖອນບົດຮຽນທາງດ້ານເຕັກນິກການຫຼິ້ນກິລາ ຂອງແຕ່ລະກົມກອງຢູ່ພາຍໃນກອງພົນ ໃຫ້ມີຄວາມຊຳນິຊຳນານ. ກິລາມວນຊົນທີນໍາມາແຂ່ງມີ: ກິລາບານເຕະຊາຍ, ກິລາບານສົ່ງຊາຍ, ກິລາບານສົ່ງຍິງ, ກິລາກະຕໍ້ຊາຍ, ກິລາເປຕັງທີມປະສົມ ຊາຍ-ຍິງ. ຈາກນັ້ນ, ສະຫາຍ ພັນໂທ ສຸນິຄອນ ພາບມີໄຊ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານແຜນການເປີດຂະບວນການແຂ່ງຂັນ ພາຍໃຕ້ຄຳຂວັນ ຮັກຊາດ ແລະ ພັດທະນາ ໂດຍແນ່ໃສ່ ສຶກສາອົບຮົມໃຫ້ພະນັກງານ-ນັກຮົບມີຈິດໃຈຮັກຊາດ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ, ຍົກສູງສະຕິລະວັງຕົວ ຕໍ່ການປະຕິວັດ, ຕໍ່ກົນອຸບາຍທຳລາຍມ້າງເພຂອງອິດທິກຳລັງປໍລະປັກ, ມີສະຕິຕໍ່ການຈັດຕັ້ງ ປະຕິບັດລະບຽບວິໄນໃຫ້ເຂັ້ມງວດ, ສາມາດເຮັດສໍາເລັດໜ້າທີ່ໃນທຸກກໍລະນີ, ຖືເອົາບັ້ນແຂ່ງຂັນນີ້ ເປັນການຊຸກຍູ້ຂະບວນການປັບປຸງກໍ່ສ້າງກົມກອງໃຫ້ເຂັ້ມແຂງຮອບດ້ານ ຕິດພັນກັບການສ້າງໜ່ວຍພັກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຂະບວນສ້າງກອງປອດໃສ, ປອດໄພ ປອດຄະດີ, ຂະບວນການກໍ່ສ້າງນັກຮົບວັດທະນະທຳ, ຂະບວນການ 4 ປູກ 4 ລ້ຽງ, ຂະບວນການ 4 ບຸກ ຂອງຊາວໜຸ່ມ, ຂະບວນການ 3 ດີ ຂອງສະຫະພັນແມ່ຍິງ ແລະ ຂະບວນການຈັດຕັ້ງປະຕິບັດ 7 ລະບອບ 18 ວຽກຂອງກອງທັບ. ສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ໄດ້ນັ້ນໜັກໃຫ້ຄະນະຮັບຜິດຊອບຂະບວນການແຂ່ງຂັນກິລາຕ້ອງເພີ່ມທະວີຄວາມຮັບຜິດຊອບຊີ້ນຳ, ຄຸມການແຂ່ງຂັນ ໃຫ້ດຳເນີນຕາມແຜນການ, ຮັບປະກັນຄວາມສາມັກຄີ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຮອບດ້ານ, ກຳມະການຕັດສິນຕ້ອງປະຕິ ບັດຕາມກະຕິກາວາງອອກຢ່າງເຂັ້ມງວດ, ມີຄວາມສັດຊື່ບໍລິສຸດໃນການຕັດສິນ ທັງຖືເອົາບັນຍາກາດຂະບວນການນີ້ເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ພ້ອມກັນຈັດຕັ້ງປະຕິບັດດໍາເນີນໃຫ້ເປັນຂະບວນການຟົດຟື້ນ ແລະ ດຳເນີນໄປຢ່າງມີຜົນສຳເລັດຢ່າງຈົບງາມ. ໂດຍ: ຄຳພຸດ ພານຸວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ