
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ
ເວລາອອກຂ່າວ: 2024-10-07 14:59:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1424 | ຄວາມນິຍົມ:
ວັນທີ 7 ຕຸລາ 2024 ນີ້, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໂດຍມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຕີມໍແລັດສະເຕ, ຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຜູ້ແທນ ເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ທົບທວນຄືນ ແລະ ຕີລາຄາສູງ ຕໍ່ຄວາມຄືບໜ້າຂອງການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ໂດຍຜ່ານການຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2025 ແລະ ຜົນສໍາເລັດຂອງການຈັດຕັ້ງປະຕິບັດ 9 ບູລິມະສິດສໍາລັບການເປັນປະທານອາຊຽນ 2024 ຂອງ ສປປ ລາວ, ລວມທັງການສ້າງບັນດາແຜນຍຸດທະສາດ ເພື່ອຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045.
ພ້ອມນີ້, ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບການກະກຽມດ້ານຕ່າງໆສຳລັບການເຂົ້າເປັນສະມາຊິກສົມບູນອາຊຽນຂອງ ຕີມໍແລດສະເຕ. ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບ ການສະໝັກເຂົ້າເປັນພາຄີສົນທິສັນ ຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC) ຂອງບັນດາປະເທດນອກພາກພື້ນ ແລະ ການກະກຽມໃຫ້ແກ່ການລົງນາມເຂົ້າເປັນພາຄີ TAC ໂດຍລຸກຊຳບວກ ໃນວັນທີ 10 ຕຸລາ 2024 ນີ້.
ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການພົວພັນຮ່ວມມືກັບຄູ່ຮ່ວມມືພາຍນອກຂອງອາຊຽນ ໂດຍເນັ້ນ ຢໍ້າຄວາມສໍາຄັນ ໃນການຮັດແໜ້ນຄວາມເປັນເອກະພາບ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການຮ່ວມມືກັບພາຍນອກ ໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ນຳພາ. ອັນສຳຄັນ, ບັນດາເຈົ້າໜ້າທີ່ອາວຸໂສອາຊຽນໄດ້ປຶກສາຫາລືກ່ຽວກັບຫຼາຍໆບັນຫາ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນ ວັນທີ 9-11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ, ໂດຍສະເພາະແຜນການເຄື່ອນໄຫວຂອງຜູ້ນຳ ແລະ ເອກະສານຜົນຂອງບັນດາກອງປະຊຸມສຸດຍອດ ເພື່ອພິຈາລະນາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນໄລຍະ 1 ອາທິດ ນີ້, ເຊິ່ງມີທັງໝົດ 16 ກອງປະຊຸມສຸດຍອດ ແລະ ມີຫລາຍກວ່າ 20 ປະມຸກລັດ, ຫົວໜ້າລັດຖະບານຈາກປະເທດສະມາຊິກອາຊຽນ, ຄູ່ຮ່ວມມືພາຍນອກຂອງອາຊຽນ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ເຂົ້າຮ່ວມ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ