
ກອງພັນໃຫຍ່ 11 ເປັນເຈົ້າການປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45
ເວລາອອກຂ່າວ: 2024-10-07 15:01:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1581 | ຄວາມນິຍົມ:
ສະຫາຍ ພັນໂທ ໂພທາເລ ທຳມະວົງສາ ຮອງຫົວໜ້າພະແນກເສນາ ທັງເປັນຫົວໜ້າຄະນະຮັບຜິດຊອບສູນບັນຊາພາກສະໜາມ ກອງພັນໃຫຍ່ 11 ໃຫ້ສໍາພາດວ່າ: ພາຍຫຼັງກົມໃຫຍ່ເສນາທິການກອງທັບ ໄດ້ມີຄຳສັ່ງກ່ຽວກັບການເພີ່ມທະວີວຽກງານປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດ ອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 6-11 ຕຸລາ 2024 ນີ້ ທີ່ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຮັບປະກັນໃຫ້ສະພາບມີຄວາມສະຫງົບ ປອດໄພ. ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 11 ກໍ່ໄດ້ຈັດຕັ້ງເຊື່ອມຊຶມແຜນການດັ່ງກ່າວ ສ້າງເປັນແຜນການເຄື່ອນໄຫວ, ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ມອບໝາຍໜ້າທີ່, ຈັດຕັ້ງກຳລັງ ແລະ ພາຫະນະ ເພື່ອເຄື່ອນໄຫວກວດກາ ສາລະເວ, ຕິດຕາມສະພາບ ຕະຫຼອດ 24 ຊົ່ວໂມງ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກໍາລັງ ປກສ, ອຳນາດການປົກຄອງບ້ານ. ໃນນີ້ ກອງພັນໃຫຍ່ 11 ຮັບຜິດຊອບທັງໝົດ 17 ຈຸດ, ນຳໃຊ້ກຳລັງທັງໝົດ 370 ກວ່າສະຫາຍ, ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 4 ຕຸລາ ເປັນຕົ້ນມາ, ຜ່ານການເຄື່ອນໄຫວປ້ອງກັນໄລຍະຜ່ານມາ ສາມາດຮັບປະກັນເຮັດໃຫ້ສະພາບຂອບເຂດຮັບຜິດຊອບມີຄວາມສະຫງົບ ໂດຍພື້ນຖານ.
ສະຫາຍ ຮ້ອຍເອກ ສົມຈິດ ແກ້ວອິນທຸມ ຮອງຫົວໜ້າການທະຫານກອງຮ້ອຍ 2 ກອງພັນ 705 ກອງພັນໃຫຍ່ 11 ທັງເປັນຫົວໜ້າຈຸປ້ອງກັນສູນບັນຊາພາກສະໜາມ ໃຫ້ຮູ້ຕື່ມວ່າ: ພາຍຫຼັງໄດ້ຮັບ ມອບໝາຍໜ້າທີ່ ພວກເຮົາກໍ່ໄດ້ນຳພາກຳລັງລົງເຄື່ອນໄຫວປ້ອງກັນເວນຍາມ, ຕິດຕາມ, ກວດກາສາລະເວ ຕາມຂອບເຂດຮັບຜິດຊອບຢູ່ຕາມຈຸດຕ່າງໆຢ່າງເຂັ້ມງວດ, ໂດຍແບ່ງເປັນຈຸ ໃນການເຄື່ອນໄຫວ ປະສານສົມທົບກັບອຳນາດການປົກຄອງບ້ານ ໃນແຕ່ລະວັນ ຕະຫຼອດ 24 ຊົ່ວໂມງ ເພື່ອເກັບກໍາສະພາບການຕ່າງໆ ທີ່ອາດຈະເກີດຂຶ້ນ, ແນໃສ່ເຮັດໃຫ້ກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ທີ່ ສປປ ລາວ ເຮົາໄດ້ຮັບກຽດເປັນເຈົ້າພາບ ມີຜົນສໍາເລັດຕາມແຜນການ ແລະ ຮັບປະກັນຄວາມສະຫງົບປອດໄພ 100%.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ