ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ພຶດສະພາ 2025

  

ເມືອງ​ເລົ່າ​ງາມ​ວິລະ​ຊົນ ເອ​​ັຟ​ຊີ ໄດ້​ແຊັມ ລາຊາ ສະປອດ ສາລະ​ວັນ ລາວ​ລີກ 2 ປະຈຳ​ປີ 2024
ເວລາອອກຂ່າວ: 2024-10-08 09:07:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 593 | ຄວາມນິຍົມ:



ການ​ແຂ່ງຂັນ​ບານເຕະ ສາລະ​ວັນ ລາວ​ລີກ 2 ຫຼື ລາຊາ ສະປອດ ສາລະ​ວັນ ລາວ​ລີກ 2 (lazasport_salavan_league2) ປະຈຳ​ປີ 2024 ທີ່ເດີ່ນ​ບານເຕະ ​ມສ ຊົນເຜົ່າ ໂດຍມີ 6 ທີມ​ເຂົ້າ​ຮ່ວມ ປະກອບ​ມີ: ສະໂມສອນ​ບານເຕະ ທະຫານແຂວງ​ ສາລະ​ວັນ ແຊັມ​ເກົ່າ, ສະໂມສອນ​ບານເຕະ ສະຫະກອນ​ສິນເຊື່ອ ແລະ ເງິນ​ຝາກ​ປະຢັດ​ວັນ​ໃໝ່ ເອ​​ັຟ​ຊີ (ສ.ສ.ງ. ວັນ​ໃໝ່), ສະໂມສອນ​ບານເຕະ ສາລະ​ວັນ ເອ​​ັຟ​ຊີ, ສະໂມສອນ​ບານເຕະ ເມືອງ​ເລົ່າ​ງາມ​ວິລະ​ຊົນ ເອ​​ັຟ​ຊີ, ສະໂມສອນ​ບານເຕະ ໂຮງໝໍ​ແຂວງ​ສາລະ​ວັນ ແລະ ສະໂມສອນ ບານເຕະໃຫຍ່ ໂຕ​ໂຢ​ຕ້າ ເອ​​ັຟ​ຊີ, ຮູບ​ແບບ​ການ​ແຂ່ງຂັນ​ແມ່ນ​ພົບ​ກັນ​ໝົດ 2 ຮອບ​ໄປ-ກັບ. ຜົນ​ການ​ແຂ່ງຂັນ​ອາທິດ​ສຸດ​ທ້າຍ ວັນ​ທີ 4 ຕຸລາ 2024, ເມືອງ​ເລົ່າ​ງາມ​ວິລະ​ຊົນ ເອ​​ັຟ​ຊີເອົາ​ຊະນະ ສ.ສ.ງ. ວັນ​ໃໝ່ 2-1 ປະຕູ, ທະຫານ​ແຂວງ​ສາລະວັນເອົາ​ຊະນະ ໂຮງໝໍ​ແຂວງ​ສາລະ​ວັນ 2-0 ປະຕູ, ສາລະ​ວັນ ເອ​​ັຟ​ຊີ ສະເໝີ​ກັບ ໃຫຍ່ ໂຕ​ໂຢ​ຕ້າ. ສະຫຼຸບ​ຕາຕະລາງ​ຄະແນນ ອັນ​ດັບ 1 ໄດ້ແກ່: ເມືອງ​ເລົ່າ​ງາມ​ວິລະ​ຊົນ ເອ​​ັຟ​ຊີ ແຂ່ງ 10 ນັດ ບໍ່​ເສຍ​ໃຫ້​ທີມ​ໃດ ຊະນະ 6 ສະເໝີ 4 ມີ 22 ຄະແນນ ໄດ້​ແຊັມ​ໄປ​ຄອງ, ອັນ​ດັບ 2 ໄດ້ແກ່: ທະຫານ​ແຂວງ ແຂ່ງຂັນ 10 ນັດ ຊະນະ 6 ສະເໝີ 3 ເສຍ 1 ມີ 21 ຄະແນນ, ອັນ​ດັບ 3 ໄດ້ແກ່: ສ.ສ.ງ. ວັນ​ໃໝ່ ແຂ່ງຂັນ 10 ນັດ ຊະນະ 6 ສະເໝີ 2 ເສຍ 2 ມີ 20 ຄະແນນ, ອັນ​ດັບ 4 ໄດ້ແກ່: ໂຮງໝໍ​ແຂວງ ແຂ່ງຂັນ 10 ນັດ ຊະນະ 1 ສະເໝີ 4 ເສຍ 5 ມີ 7 ຄະແນນ, ອັນ​ດັບ 5 ໄດ້ແກ່: ສາລະ​ວັນ ແຂ່ງຂັນ 10 ນັດ ສະເໝີ 5 ນັດ ເສຍ 5 ນັດ ມີ 5 ຄະແນນ ແລະ ອັນ​ດັບ 6 ໄດ້ແກ່: ໃຫຍ່ ໂຕ​ໂຢ​ຕ້າ ແຂ່ງ 10 ນັດ ສະ ເໝີ 5 ເສຍ 5 ມີ 5 ຄະແນນ. ສະໂມສອນ​ບານເຕະ ເມືອງ​ເລົ່າ​ງາມ​ວິລະ​ຊົນ ເອ​​ັຟ​ຊີ ແຊັມ ລາຊາ ສະປອດ ສາລະ​ວັນ ລາວ​ລີກ 2 ປະຈຳ​ປີ 2024 ຈະ​ໄດ້​ຮັບ​ສິດ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ ຊີງ​ຂັນ​ພະນະ​ທ່ານນາຍົກ​ລັດຖະ​ມົນຕີ ແຫ່ງ ​ສປປ ລາວ ລະດູການ 2024-2025 ໃນ​ຖານະ​ສະໂມສອນ​ຊະ ນະ​ເລີດ ລາວ​ລີກ 2 ຂອງແຕ່ລະ​ແຂວງ, ນະຄອນຫຼວງ ເຊິ່ງຈະເລີ່ມການແຂ່ງຂັນໃນທ້າຍ​ປີ 2024 ນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ