
ກອງພົນທີ 2 ດໍາເນີນຊີວິດການເມືືອງ
ເວລາອອກຂ່າວ: 2024-10-08 13:46:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1055 | ຄວາມນິຍົມ:
ຕົ້ນເດືອນ ຕຸລາ 2024 ນີ້, ກອງພົນທີ 2 ໄດ້ຈັດຕັ້ງກອງປະຊຸມດໍາເນີນຊີວິດການເມືອງ ເພື່ອຮັບປະກັນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກກອງພົນ ຄັ້ງທີ VII ມີຜົນສໍາເລັດຕາມຄາດໝາຍ ໃຫ້ພະນັກງານ, ສະມາຊິກພັກ ຢູ່ອົງການ ແລະ ບັນດາກົມກອງທີ່ຂຶ້ນກັບກອງພົນທີ 2 ໂດຍການຊີ້ນໍາຂອງ ສະຫາຍພົນຈັດຕະວາ ວຽງແກ້ວ ສີສຸລາດ ເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະ.
ຈຸດປະສົງໃນການລົງເຄື່ອນໄຫວ ພົບປະພະນັກງານ, ສະມາຊິກພັກໃນຄັ້ງນີ້ ກໍເພື່ອດໍາເນີນຊີວິດການເມືອງປົວແປງພາຍໃນພັກ ໃຫ້ພະນັກງານ, ສະມາຊິກພັກ ແຕ່ລະສະຫາຍ ມີຄຸນທາດການເມືອງໜັກແໜ້ນ, ເປັນການປັບປຸງຄວາມສາມັກຄີ, ຄວາມເປັນປຶກແຜ່ນ, ສ້າງຄວາມເປັນເອກະພາບ, ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນນໍາພາ, ວິທີເຮັດວຽກຂອງຄະນະພັກ, ສະມາຊິກພັກ, ທັງເປັນການຕີລາຄາຄວາມຮັບຜິດຊອບ, ການເປັນແບບຢ່າງຂອງຄະນະພັກແຕ່ລະຂັ້ນ, ສະມາຊິກພັກແຕ່ລະສະຫາຍ ໃຫ້ມີຄວາມປອດໃສ, ໜັກແໜ້ນ ເພື່ອເລືອກເຟັ້ນເອົາບຸກຄະລາກອນດີເດັ່ນ, ຄົບມາດຖານ, ເງື່ອນໄຂເຂົ້າໃນຄະນະພັກແຕ່ລະຂັ້ນ ໂດຍສະເພາະແມ່ນການຕັ້ງເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ, ມີຄວາມເຂົ້າໃຈ ຢ່າງເລິກເຊິ່ງຕໍ່ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ຂອງພະນັກງານ, ສະມາຊິກພັກ, ເດັດດຽວແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ, ສະມາຊິກພັກ ບົນພື້ນຖານຄວາມຮັບຮູ້, ເຂົ້າໃຈດັ່ງກ້າວ ເພື່ອປັບປຸງກໍ່ສ້າງພັກໃຫ້ໜັກແໜ້ນ, ເຂັ້ມແຂງ, ຮັກສາໄດ້ບົດບາດ ແລະ ຄວາມສາມາດກໍາອໍານາດຂອງພັກ, ເຮັດໃຫ້ພັກມີຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການກະທໍາຂອງພັກ, ຮັບປະກັນໃຫ້ພັກສຶບຕໍ່ນໍາພາ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ເດີນຕາມທິດທີ່ພັກກໍານົດໄວ້ ເພື່ອຮັບປະກັນໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກກອງພົນ ຄັ້ງທີ VII ທີ່ຈະມາເຖິງນີ້, ໄດ້ມີຜົນສໍາເລັດຕາມຄາດໝາຍ.
ພ້ອມນັ້ນ, ຍັງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນຕ້ອງຮັບຮູ້ ແລະ ກຳແໜ້ນແນວທາງແຜນນະໂຍບາຍຂອງພັກ, ເພີ່ມທະວີວຽກງານການເມືອງແນວຄິດ, ກຳແໜ້ນສະພາບການພາຍໃນກົມກອງຢ່າງຮອບດ້ານ, ທັນເວລາ ແລະ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງ ທີ່ໄດ້ຮັບການມອບໝາຍ.
ໂດຍ: ຄໍາຮັກ ໄຊວັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ