
ປະກາດຮັບຮອງຜົນສຳເລັດ ກອງປະຊຸມໃຫຍ່ຄັ້ງທີ VII ຄະນະພັກຮາກຖານໂຮງຮຽນເຫຼົ່າຮົບສື່ສານ 205
ເວລາອອກຂ່າວ: 2024-10-08 14:51:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1257 | ຄວາມນິຍົມ:
ວັນທີ 2 ຕຸລາ 2024 ໂຮງຮຽນເຫຼົ່າຮົບສື່ສານ 205 ໄດ້ເປີດກອງປະຊຸມປະກາດຮັບຮອງເອົາຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະພັກຮາກຖານ ໂຮງຮຽນເຫຼົ່າຮົບສື່ສານ 205, ຮັບຮອງເອົາຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກກອງສ້ອມແປງ 704 ຂຶ້ນກັບຄະນະພັກຮາກຖານໂຮງຮຽນເຫຼົ່ຮົບສື່ສານ 205, ບົ່ງຕົວແຕ່ງຕັ້ງກໍາມະການໜ່ວຍພັກພະແນກອົບຮົບ ຂຶ້ນກັບຄະນະພັກຮາກຖານ 205, ບົ່ງຕົວແຕ່ງຕັ້ງເລຂາ - ຮອງເລຂາໜ່ວຍພັກພະແນກບໍລິຫານ ຂຶ້ນກັບຄະນະພັກຮາກຖານໂຮງຮຽນເຫຼົ່າຮົບສື່ສານ 205, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສົມພອນ ມິດຕະພອນ ຄະນະພັກກະຊວງປ້ອງກັນປະເທດ ຄະນະປະຈຳພັກອົງການກົມໃຫຍ່ເສນາທິການກອງທັບ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ -ຄະນະບັນຊາ, ແຂກທີ່ຖືກເຊີນ, ໜ່ວຍພັກພະແນກການ, ກອງພັນ ແລະ ສໍາມະຊິກພັກທົ່ວໂຮງຮຽນເຂົ້າຮ່ວມ.
ສະຫາຍ ພັນໂທ ທອງວັນ ສີງວັນທາ ຫົວໜ້າພະແນກຈັດຕັ້ງພັກ ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກກົມໃຫຍ່ເສນາທິການ ວ່າດ້ວຍການຮອງເອົາຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະພັກຮາກຖານໂຮງຮຽນເຫຼົ່ຮົບສື່ສານ 205, ຊຸດໃໝ່ ຄັ້ງທີ VII ມີລາຍຊື່ ແລະ ຕໍາແໜ່ງພັກດັ່ງຕໍ່ນີ້ ສະຫາຍ ພັນເອກ ແກ ນາວາ ເປັນເລຂາ, ສະຫາຍ ພັນໂທ ສົມບຸນ ຈັນທະວົງ ເປັນຮອງເລຂາ, ສະຫາຍ ພັນໂທ ແຫວນເພັດ ກຸລະວົງ ກຳມະການກວດກາ, ສະຫາຍ ພັນໂທ ວຽງພອນ ສົມແພງຄຳ ເປັນກຳມະການຈັດຕັ້ງ, ສະຫາຍ ພັນໂທ ສີສະຫວາດ ພີມມະສອນ ເປັນກຳມະການໂຄສະນາ - ຂະບວນການ, ສະຫາຍ ພັນໂທ ຈັນມະນີ ສີວົງພະຈັນ ເປັນກໍາມະການ - ການຄັງ ແລະ ຮັບຮອງເອົາປະທານກວດກາ 2 ສະຫາຍ ຄື: ພັນໂທ ໝອນທອງ ແພງມາລີ ເປັນຮອງປະທານກວດກາ ຜູ້ທີ 1, ສະຫາຍ ພັນໂທ ອານົງ ວັນນະຈັກ ເປັນຮອງກວດກາຜູ້ທີ 2 ແລະ ຜ່ານມະຕິຕົກລົງຄະນະປະຈຳພັກກົມໃຫຍ່ເສນາທິການກອງທັບ ຕົກລົົງຮັບຮອງເອົາຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ V ຂອງພັກກອງສ້ອມແປງ 704 ທີ່ຂຶ້ນກັບຄະນະພັກຮາກຖານໂຮງຮຽນເຫຼົ່າຮົບສື່ສານ 205, ມີລາຍຊື່ ແລະ ຕໍາແໜ່ງພັກດັ່ງນີ້: ສະຫາຍ ພັນໂທ ສີສະຫວາດ ພິມມະສອນ ເປັນເລາຂາ, ສະຫາຍ ພັນໂທ ທະນູສອນ ສຸດສະດີ ເປັນຮອງເລາຂາ, ພັນຕີ ຈັນຜິວ ອົມດາລາ ເປັນກໍາມະການກວດກາ - ປ້ອງກັນ, ສະຫາຍ ພັນໂທ ຂັນທອງ ພີມພາວົງ ເປັນກໍາມະການຈັດຕັ້ງ ໂຄສະນາ-ຂະບວນການ, ສະຫາຍ ພັນໂທ ພັນທະມາດ ບຸນທະວົງ ເປັນກໍາມະການ - ການຄັ້ງ, ຜ່ານມະຕິຕົກລົງຂອງຄະນະປະຈໍາພັກກົມໃຫຍ່ເສນາທິການ ວ່າດ້ວຍການບົ່ງຕົວແຕ່ງຕັ້ງປ່ຽນແທນກໍາມະການໜ່ວຍພັກພະແນກອົບຮົບ ຂຶ້ນກັບຄະນະພັກຮາກຖານໂຮງຮຽນເຫຼົ່າຮົບສື່ສານ 205, ຄະນະປະຈໍາພັກກົມໃຫຍ່ເສນາທິການຕົກລົງ, ບົ່ງຕົວແຕ່ງຕັ້ງກໍາມະການ ໜ່ວຍພັກພະແນກອົບຮົມ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ຍາງຄຳ ເຟື້ອງຄໍາສີ ເປັນກຳມະການໜ່ວຍພັກປ່ຽນແທນສະຫາຍ ພັນໂທ ສົມແພງ ພົມມີໄຊ ທີ່ໄປສຶກສາຕໍ່ທີ່ປະເທດຫວຽດນາມ, ມະຕິຕົກລົງຂອງຄະນະປະຈໍາພັກກົມໃຫຍ່ເສນາທິການວ່າດ້ວຍການບົ່ງຕົວແຕ່ງຕັ້ງປ່ຽນແທນເລຂາ-ຮັບຮອງເລຂາໜ່ວຍພັກພະແນກບໍລິຫານ ຂຶ້ນກັັບຄະນະພັກຮາກຖານໂຮງຮຽນເຫຼົ່າຮົບສື່ສານ 205 ຄະນະປະຈຳພັກກົມໃຫຍ່ເສນາທິການຕົກລົງແຕ່ງຕັ້ງເລຂາ - ຮັບຮອງເລຂາ ໜ່ວຍພັກພະແນກບໍລິຫານ, ແຕ່ງຕັ້ງ ສະຫາຍ ພັນໂທ ຄຳແກ້ວ ລຸນໄທສານ ເປັນເລຂາໜ່ວຍພັກ ແທນສະຫາຍ ພັນໂທ ຄຳເພັງ ວັນດີທຳ ທີ່ພັກການຮັບເບ້ຍບຳນານ, ແຕ່ງຕັ້ງສະຫາຍ ພັນໂທ ແກ່ນຈັນ ທະລາ ເປັນຮອງເລຂາໜ່ວຍພັກປ່ຽນແທນສະຫາຍ ພັນໂທ ພອນໄຊ ສຸວັນໄຊ ທີ່ຍ້າຍໜ້າທີ່ໃໝ່ຢູ່ພະແນກພາລາ.
ສະຫາຍ ພົນຕີ ສົມພອນ ມິດຕະພອນ ໄດ້ເນັ້ນໜັກຜູ້ໄດ້ຮັບການແຕ່ງຕັ້ງ ແລະ ຮັບໜ້າທີ່ໃໝ່ຍົກສູງບົດບາດການນຳພາໃຫ້ສູງຂຶ້ນ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໝັກແໜ້ນ, ເຮັດວຽກເປັນໝູ່ຄະນະແບ່ງບຸກຄົນຮັບຜິດຊອບ, ເປັນແບບຢ່າງນຳໜ້າທຸກຂົງເຂດວຽກງານເຮັດສຳເລັດໜ້າທີ່ການເມືອງຂອງຕົນທີ່ການຈັດຕັ້ງມອບໝາຍໃຫ້.
ໂດຍ: ພັນຕີ ນາງ ໄຂນະພາ ບົວຍາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ