ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ມິຖຸນາ 2025

  

ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 35
ເວລາອອກຂ່າວ: 2024-10-08 15:02:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1184 | ຄວາມນິຍົມ:



ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ເປັນປະທານກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 35 ພາຍໃຕ້ຄຳຂັວນ “ເພິ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ກອງປະຊຸມໄດ້ປຶກສາຫາລື ແລະ ຮັບຊາບຄວາມຄືບໜ້າ ກ່ຽວກັບ ການກະກຽມເຂົ້າເປັນສະມາຊິກອາຊຽນສົມບູນຂອງ ຕີມໍແລັດສະເຕ, ໂດຍສະເພາະຄວາມຄືບໜ້າການຈັດຕັ້ງປະຕິບັດແຜນດໍາເນີນງານການເຂົ້າເປັນສະມາ ຊິກອາຊຽນສົມບູນຂອງ ຕີມໍແລັດສະເຕ ກໍຄື ການກະກຽມບັນດາຮ່າງເອກະສານທາງດ້ານກົດໝາຍສໍາລັບການເຂົ້າເປັນສະມາຊິກອາຊຽນຂອງ ຕີມໍແລັດສະເຕ. ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງບັນດາບົດລາຍງານພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ, ລວມທັງ ບົດລາຍງານຂອງເລຂາທິການໃຫຍ່ອາຊຽນກ່ຽວກັບ ການປະຕິບັດໜ້າທີ່ວຽກງານຂອງກອງເລຂາອາຊຽນ, ບົດລາຍງານຂອງຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ, ບົດລາຍງານຂອງປະທານຄະນະສະເພາະກິດຮັບຜິດຊອບຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ, ບົດລາຍງານຂອງຄະນະກໍາມະການປະສານງານການເຊື່ອມຈອດອາຊຽນ ແລະ ບົດລາຍງານຄວາມຄືບໜ້າປະຈໍາປີ 2024 ຂອງເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ ລວມທັງຫມົດ 13 ບົດລາຍງານ. ນອກຈາກນີ້, ກອງປະຊຸມ ກໍໄດ້ທົບທວນບັນດາເອກະສານຜົນຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45. ອັນສຳຄັນກອງປະຊຸມ ໄດ້ຮັບຮອງເອົາການແຕ່ງຕັ້ງຮອງເລຂາທິການອາຊຽນຂອງເສົາຄໍ້າປະຊາຄົມວັດ ທະນະທຳ-ສັງຄົມອາຊຽນຄົນໃໝ່ຕາມຮອບວຽນຕົວອັກສອນ, ຊື່ງແມ່ນທ່ານ San Lwin, ຈາກ ມຽນມາ ໂດຍຈະປະຕິບັດໜ້າທີ່ແຕ່ປີ 2024-2027.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ