
ຄະນະເຝິກອົບຮົມ ພິພິທະພັນປະຫວັດສາດກອງທັບ ຢ້ຽມຢາມ ພິພິທະພັນທະພັນປະຫວັດສາດການທະຫານກອງທັບປະຊາຊົນ ຫວຽດນາມ
ເວລາອອກຂ່າວ: 2024-10-08 16:00:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1388 | ຄວາມນິຍົມ:
ໃນວັນທີ 3-4 ຕຸລາ 2024, ຄະນະເຝິກອົບຮົມວຽກງານຫໍພິພິທະພັນປະຫວັດສາດກອງທັບປະຊາຊົນລາວ ນໍາພາໂດຍ ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຫໍພິພິທະພັນປະຫວັດສາດການທະຫານກອງທັບປະຊາຊົນຫວຽດນາມ ໂດຍການຕ້ອນຮັບ ຂອງ ສະຫາຍ ພັນເອກ ຫງວຽນ ແທ່ງ ເລ ຮອງຜູ້ອໍານວຍການ ພ້ອມດ້ວຍຄະນະ ແລະ ໄດ້ນໍາພາທ່ຽວຊົມການຈັດວາງສະແດງ ພິພິທະພັນປະຫວັດສາດການທະຫານຂອງກອງທັບປະຊາຊົນຫວຽດນາມ ໃນສະຖານທີ່ອາຄານຫຼັງໃໝ່ທີ່ໄດ້ຈັດຕັ້ງເປີດນໍາໃຊ້ເປັນທາງການ ໃນວັນທີ 01 ຕຸລາ 2024.
ໃນໂອກາດນີ້, ຍັງໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບສິດໜ້າທີ່, ພາລະບົດບາດການເຄື່ອນໄຫວ ແລະ ທີ່ຕັ້ງມູນເຊື້ອຂອງຫໍພິພິທະພັນປະຫວັດສາດການທະຫານກອງທັບປະຊາຊົນຫວຽດນາມ ເຊິ່ງໄດ້ມີການເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ການນໍາພາຂອງພັກ ແລະ ຄະນະພັກສູນກາງກະຊວງປ້ອງກັນປະເທດຫວຽດນາມ ຕະຫຼອດໄລຍະຜ່ານມາເຫັນໄດ້ວຽກງານໂຄສະນາສຶກສາແນວຄິດແມ່ນມີປະສິດທິຜົນສູງ, ໃນພາລະກິດປະຕິວັດກໍ່ມີການເສຍສະຫຼະເພື່ອຊາດ ແລະ ການປົກປັກຮັກສາມູນເຊື້ອອັນໂດດເດັ່ນນີ້ ກໍແມ່ນໜ້າທີ່ອັນຕົ້ນຕໍຂອງຫໍພິພິທະພັນ.
ນອກຈາກນີ້, ຄະນະເຝິກອົບຮົມວຽກງານດັ່ງກ່າວຍັງໄດ້ໄປເຄື່ອນໄຫວຢ້ຽມຢາມ ຫໍພິພິທະພັນທະຫານເຮືອ ແລະ ຫໍພິພິທະພັນອະນຸລັກພືດທໍາມະຊາດສັດນໍ້າທະເລ ແລະ ວັດທະນະທໍາ ຮາລອງເບ. ໂດຍການຕ້ອນຮັບຂອງຫົວໜ້າອໍານວຍການຫໍພິພິທະພັນ ພ້ອມດ້ວຍຄະນະທັງ 2 ແຫ່ງ. ພ້ອມນີ້ຍັງໄດ້ພົບປະສົນທະນາແລກປ່ຽນວຽກງານດ້ານວິຊາການ, ວິຊາສະເພາະ ເພື່ອນໍາເອົາບົດຮຽນໄປປັບປຸງຢູ່ກົມກອງຂອງຕົນໃຫ້ຄຸນນະພາບໃຫ້ດີຂຶ້ນກວ່າເກົ່າ.
ໂດຍ: ຮ້ອຍເອກ. ອໍານາຍ ເພັດລາວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ