ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ພຶດສະພາ 2025

  

ລີ​ເວີ​ພູ​​ລ ສືບຕໍ່​ເປັນ​ທີມ​ນຳ ພຣີ​ເມຍ​ລີກ ພາຍຫຼັງ​ບຸກ​ເອົາ​ຊະນະ ຄຣີ​​ສ​ຕັນ ພາ​ເລດ 1-0 ປະຕູ
ເວລາອອກຂ່າວ: 2024-10-09 11:01:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 600 | ຄວາມນິຍົມ:



ອາ​​ຣ​ເນ່ ສະ​ລັອດ ພາ ຫົງ​ແດງ ສ້າງ​ປະຫວັດສາດ​ໃໝ່​ໃຫ້​ສະໂມສອນ ເອົາ​ຊະນະ​ເກມ​ລີກ​ນອກ​ບ້ານ 4 ນັດ​ຕິດຕໍ່​ກັນ. ຂະນະ​ທີ່ ແມນ​ຊິ​ຕີ້ ແຊັມ​ເກົ່າ ເປີດ​ບ້ານ​ເອົາ​ຊະນະ ຟູ​ແລມ ຫວຸດ​ວິດ 3-2 ປະຕູ, ອາ​​ຣ​ເຊ​ນໍ​​ລ ເປີດ​ບ້ານ​ແຊງ​ເອົາ​ຊະນະ ເຊົາ​ແທມ​ຕັນ 3-1 ປະຕູ, ແອ​​ັສ​ຕັນ ວິນ​ລ້າ ສະເໝີ​ກັບ ແມນ​ຢູ 0-0 ປະຕູ, ເຊວ​ຊີ ສະເໝີ​ກັບ ນັອດ​ຕິ້ງ​ແຮມ ຟໍ​ເຣ​​ັສ 1-1 ປະຕູ, ໄບຣ​ຕັ້ນ ແຊງ​ເອົາ​ຊະນະ ສະ​ເປີ 3-2 ປະຕູ ແລະ ເອ​​ັຟ​ເວີ​ຕັນ ສະເໝີ​ກັບ ນິວ​ຄາ​​ສ​ເຊິນ 0-0 ປະຕູ. ຕາຕະລາງ​ຄະແນນ​ຫຼັງ​ຈົບ​ນັດ​ທີ 7 ລີ​ເວີ​ພູ​​ລ ເປັນ​ທີມ​ນຳ ມີ 18 ຄະແນນ, ຮອງ​ລົງ​ມາ ແມນ​ຊິ​ຕີ້ ແລະ ອາ​​ຣ​ເຊ​ນໍ​​ລ ມີ 17 ຄະແນນ, ເຊວ​ຊີ, ແອ​​ັສ​ຕັນ ວິນ​ລ້າ ມີ 14 ຄະແນນ, ໄບຣ​ຕັ້ນ, ນິວ​ຄາ​​ສ​ເຊິນ 12 ຄະແນນ, ຟູ​ແລ່ມ 11 ຄະແນນ, ສະ​ເປີ, ນັອດ​ຕິ້ງ​ແຮມ ແລະ ເບັນ​ຟອດ ມີ 10 ຄະແນນ, ສ່ວນ ແມນ​ຢູ ມີ 8 ຄະແນນ. ພຣີ​ເມຍ​ລີກ ນັດ​ທີ 8 ຈະ​ກັບ​ມາ​ແຂ່ງຂັນ ໃນ​ວັນ​ທີ 19, 20 ແລະ 21 ຕຸລາ 2024 ຫຼັງ​ເກມ​ທີມ​ຊາດ ຄູ່​ເດັ່ນ: ລີ​ເວີ​ພູ​​ລ ພົບ​ກັບ ເຊວ​ຊີ, ນິວ​ຄາ​​ສ​ເຊິນ ພົບ​ກັບ ໄບຣ​ຕັ້ນ ແລະ ສະ​ເປີ ພົບ​ກັບເວ​​ັສ​ແຮມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ