
ຍິນດີກັບນັກກິລາເຕະບານເຍົາວະຊົນລາວ WIG NAGA ຍາດໄດ້ແຊັມເຕະບານ ລາຍການ The Flying Sports Elite ທີ່ ສປ ຈີນ
ເວລາອອກຂ່າວ: 2024-10-09 11:02:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 542 | ຄວາມນິຍົມ:
ການແຂ່ງຂັນໃນລະຫວ່າງວັນທີ 1-7 ຕຸລາ 2024 ດ້ວຍຜົນງານຊະນະ 10 ນັດລວດ, ໃນຮອບທຳອິດ ຊະນະ 5 ນັດລວດ ໄດ້ອັນດັບທີ 1 ຂອງກຸ່ມ ຜ່ານເຂົ້າຮອບສຸດທ້າຍ ຊະນະ 5 ນັດລວດ, ໄດ້ແຊັມມາຄອງຢ່າງສະຫງ່າງາມ.
ອານຸສັກ ວິໄລກຸນ (ບຽວເກດ) ໄດ້ລາງວັນດາວຍິງສູງສຸດ 17 ປະຕູ, ຂະນະທີ່ ສຸກສະຫວັນ ແກ້ວພິລາ (ເຈົ້າຂຸນ) ໄດ້ລາງວັນຜູ້ຮັກສາປະຕູດີເດັ່ນ 10 ນັດ ບໍ່ເສຍປະຕູ 7 ນັດ.
ດັບເບິ້ນຢູໄອຈີ ນາຄາ (WIG Naga) ຖືກເຊີນເຂົ້າຮ່ວມໃນນາມທີມແຊັມທະວີບອາຊີ ລາຍການ TAR ປີຜ່ານມາ, ເຊິ່ງລາຍການນີ້ມີທີມຊັ້ນນຳລະດັບແຊັມເຂົ້າຮ່ວມທີ່ມາຈາກເຈົ້າພາບ ສປ ຈີນ, ຍີ່ປຸ່ນ, ສາທາລະນະລັດເກົາຫຼີ ແລະ ຣັດເຊຍ ລວມທັງໝົດ 36 ທີມ ແບ່ງເປັນ 6 ກຸ່ມ ຄັດເອົາທີ 1 ຂອງກຸ່ມ ເຂົ້າຮອບສຸດທ້າຍ ເຕະແບບລີກ ພົບກັນທຸກທີມແລ້ວເອົາທີມທີ່ມີຄະແນນຫຼາຍທີ່ສຸດເປັນແຊັມ.
WIG Naga ເປັນທີມດຽວທີ່ມາຈາກຕ່າງປະເທດຜ່ານເຂົ້າຮອບສຸດທ້າຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ