ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ສື່ມວນຊົນທັງພາຍໃນ-ຕ່າງປະເທດ ປະຕິບັດໜ້າທີ່ ຮັບໃຊ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45
ເວລາອອກຂ່າວ: 2024-10-09 12:01:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1395 | ຄວາມນິຍົມ:



ບັນດາສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາຮັບໃຊ້ກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດກ່ຽວຂ້ອງອື່ນໆ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 8-11 ຕຸລາ 2024, ບັນດາສື່ມວນຊົນຈາກສໍານັກຂ່າວ ຕ່າງກໍມີຄວາມພາກພູມໃຈ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າໃນການເຮັດໜ້າທີ່ຂອງຕົນເປັນຢ່າງດີ ເພື່ອເປັນຕົວແທນ, ເປັນກະບອກສຽງໂຄສະນາ ໃຫ້ໃຫ້ປະຊາຊົນລາວ ແລະ ຊາວຕ່າງປະເທດ ໄດ້ຮັບຮູ້ຂ່າວສານເຫດການສຳຄັນຕ່າງໆ ໃນໄລຍະການດໍາເນີນກອງປະຊຸມດັ່ງກ່າວ. ການດຳເນີນກອງປະຊຸມສຸດຍອດອາຊ່ຽນໃນຄັ້ງນີ້, ປະກອບມີ ກອງປະຊຸມຄະນະຜູ້ຕາງໜ້າຖາວອນອາຊຽນ (CPR), ກອງປະຊຸມເຈົ້າໜ້າທີອາວຸໂສອາຊຽນ (SOM), ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ (AMM), ກອງປະຊຸມສະພາປະຊາຄົມການເມືອງ-ຄວາມ ໝັ້ນຄົງອາຊຽນ (APSC) ຄັ້ງທີ 28, ກອງປະຊຸມສະພາປະສານງານອາຊຽນ (ACC). ໃນນັ້ນ, ຍັງມີກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດກ່ຽວຂ້ອງອື່ນໆ, ໂດຍສະເພາະການປຶກສາຫາລື ຂອງຜູ້ນໍາອາຊຽນກັບຜູ້ແທນອາຊຽນສະພາທີ່ປຶກສາທຸລະກິດ, ການປຶກສາຫາລື ຂອງຜູ້ນໍາອາຊຽນກັບຜູ້ຕາງໜ້າຊາວໜຸ່ມອາຊຽນ, ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 27, ກອງປະຊຸມສຸດຍອດອາຊຽນ-ສ ເກົາຫຼີ ຄັ້ງທີ 25, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 27, ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 27, ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ, ກອງປະຊຸມສຸດຍອດອາຊຽນ-ອິນເດຍຄັ້ງທີ 21, ກອງປະຊຸມສຸດຍອດພິເສດອາຊຽນ-ການາດາ ກ່ຽວກັບການເພີ່ມທະວີການເຊື່ອມຕໍ່ອາຊຽນ ແລະ ຄວາມຢຶດຍຸ່ນ, ພິທີເຊັນສັນຍາການເຂົ້າເປັນສະມາຊິກຂອງສົນທິສັນຍາຂອງຄວາມສາມັກຄີ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້, ກອງປະຊຸມສຸດຍອດອາຊຽນ-ອາເມຣິກາ ຄັ້ງທີ 12, ກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 19, ກອງປະຊຸມສຸດຍອດອາຊຽນ-ອົງການສະຫະປະຊາຊາດ (ສປຊ) ຄັ້ງທີ 14, ກອງປະຊຸມຜູ້ນໍາຊຸມຊົນ, ນອກນີ້ ຍັງມີການຢ້ຽມຢາມທາງການ ແລະ ພົບປະສອງຝ່າຍ ແລະ ອື່ນໆອີກ. ຕາມການລາຍງານຂອງໜ່ວຍງານຮັບຜິດຊອບການລົງທະບຽນນັກຂ່າວທັງພາຍໃນ ແລະ ຕ່າງປະເທດມາຮອດວັນທີ 8 ຕຸລາ 2024 ໃຫ້ຮູ້ວ່າ: ໄດ້ມີນັກຂ່າວຕ່າງປະເທດລົງທະບຽນເຂົ້າຮ່ວມລາຍງານຂ່າວໃນກອງປະຊຸມສຸດຍອດອາຊຽນໃນຄັ້ງນີ້ມີ ເກືອບ 1.000 ຄົນ. ໃນນີ້, ມີສື່ມວນຊົນລາວ 200 ກວ່າຄົນ ຈາກສໍານັກຂ່າວຕ່າງໆ ເຂົ້າຮ່ວມເກັບກໍາ ແລະ ລາຍງານຂ່າວໃນແຕ່ລະວັນຕະຫຼອດໄລຍະການດໍາເນີນກອງປະຊຸມ. ຂ່າວ: ວັນເພັງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ