
ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ເປີດຂຶ້ນຢ່າງເປັນທາງການ
ເວລາອອກຂ່າວ: 2024-10-09 12:35:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1188 | ຄວາມນິຍົມ:
ວັນທີ 9 ຕຸລາ 2024 ນີ້, ຢູ່ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໂດຍມີ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາປະມຸກລັດ, ຫົວໜ້າລັດຖະບານປະເທດສະມາຊິກອາຊຽນ ແລະ ຕີມໍແລັດສະເຕ ພ້ອມດ້ວຍພັນລະຍາ, ບັນດາລັດຖະມົນຕີ ແລະ ເຈົ້າໜ້າທີ່ອາວຸໂສຂອງສາມເສົາຄໍ້າປະຊາຄົມອາຊຽນ, ລັດຖະມົນຕີຕ່າງປະເທດ ແລະ ເຈົ້າໜ້າທີ່ອາວຸໂສຕີມໍແລັດສະເຕ, ເລຂາທິການໃຫຍ່ ແລະ ຮອງເລຂາທິການໃຫຍ່ອາຊຽນ, ບັນດາຜູ້ຕາງໜ້າຖາວອນປະຈຳອາຊຽນ, ຫົວໜ້າກົມ, ບັນດາແຂກ ແລະ ບັນດາຜູ້ແທນ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນຕໍ່ບັນດາປະມຸກລັດ ແລະ ຫົວໜ້າລັດຖະບານປະເທດສະມາຊິກອາຊຽນ, ຕີມໍແລັດສະເຕ ແລະ ບັນດາຄະນະຜູ້ແທນສູ່ ນະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ. ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງອາຊຽນຕະຫຼອດໄລຍະ 57 ປີ ຜ່ານມາ, ໂດຍສະເພາະໃນຂະບວນການສ້າງປະຊາຄົມອາຊຽນ ກໍຄື: ການປະກອບສ່ວນອັນສໍາຄັນໃນພາລະກິດປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ໃນໂລກ. ຜົນສໍາເລັດທີ່ກ່າວມານັ້ນ ເປັນການສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດສະມາຊິກອາຊຽນຕະຫຼອດມາ. ທ່ານ ທອງລຸນ ສີສຸລິດ ໄດ້ຖືໂອກາດນີ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງບັນດາປະເທດສະມາຊິກອາຊຽນ, ບັນດາຄູ່ເຈລະຈາ, ບັນດາຄູ່ຮ່ວມມືພາຍນອກຂອງອາຊຽນ ແລະ ກອງເລຂາອາຊຽນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືຢ່າງຕໍ່ເນື່ອງແກ່ ສປປ ລາວ ໃນການເຄື່ອນໄຫວວຽກງານອາຊຽນ ກໍຄື: ການເປັນປະທານອາຊຽນ ໃນໄລຍະຜ່ານມາ, ໂດຍສະເພາະການເປັນປະທານອາຊຽນຄັ້ງທີ 3 ໃນປີ 2024 ນີ້ ແລະ ໄດ້ອວຍພອນໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງໃນຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ.
ໃນພິທີເປິດຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນນາມປະທານອາຊຽນ ກໍໄດ້ຢໍ້າເຖິງຄວາມສຳຄັນຂອງການເພິ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອເສີມສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ໄດ້ໃຫ້ກຽດມອບລາງວັນອາຊຽນໃຫ້ແກ່ອົງການຊາວໜຸ່ມອາຊຽນ (ASEAN Youth Organization), ເຊິ່ງເປັນອົງການຊາວໜຸ່ມພາກພື້ນທີ່ມີໜ່ວຍງານຕັ້ງຢູ່ປະເທດອິນໂດເນເຊຍ, ເຊິ່ງໄດ້ມີຜົນງານໃນການປະກອບສ່ວນສົ່ງເສີມການຮ່ວມມືທີ່ມີຄວາມຫຼາກຫຼາຍທາງດ້ານວັດທະນະທຳຂອງບັນດາຊາວໜຸ່ມອາຊຽນ ແລະ ເສີມຂະຫຍາຍຄວາມເປັນເອກະລັກຂອງອາຊຽນໃຫ້ແກ່ຊາວໜຸ່ມພາກພື້ນ.
ສປປ ລາວ ເປັນປະທານອາຊຽນ ຄັ້ງທີ 3 ໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງເປັນເຫດການທີ່ມີຄວາມໝາຍສຳຄັນ ແລະ ໃຫຍ່ທີ່ສຸດໃນປີ 2024, ຊຶ່ງກອງປະຊຸມສຸດຍອດຄັ້ງນີ້ຈະດຳເນີນໄປເປັນເວລາ 3 ວັນ ແຕ່ວັນທີ 9-11 ຕຸລາ 2024.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ