
ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານພັກ ທະຫານແຂວງຈໍາປາສັກ
ເວລາອອກຂ່າວ: 2024-10-10 11:20:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1617 | ຄວາມນິຍົມ:
ກອງປະຊຸມທາບທາມເອົາບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງຈໍາປາສັກ ສະໄໝທີ VI ຮອບທີ 2 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 9 - 10 ຕຸລາ 2024 ນີ້, ໂດຍການເປັນປະທານຮ່ວມຂອງ ສະຫາຍ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຫົວໜ້າອະນຸກຳມະການເນື້ອໃນຂັ້ນແຂວງຈຳປາສັກ, ສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ທັງເປັນຫົວໜ້າອະນຸກໍາມະການບຸກຄະລາກອນຂັ້ນແຂວງຈໍາປາສັກ, ມີສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຮັກສາການເລຂາອົງຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງຈໍາປາສັກ, ມີຄະນະຮັບຜິດຊອບອະນຸກໍາມະການຈາກສະພາປະຊາຊົນແຂວງ, ຄະນະຈັດຕັ້ງແຂວງ, ພະແນກພາຍໃນແຂວງ, ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານຫຼັກແຫຼ່ງພາຍໃນກົມກອງທີ່ຂຶ້ນກັບເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການຜ່ານບົດລາຍງານການເມືອງທັງສອງພາກ ແລະ ຜ່ານຮ່າງບົດສໍາຫຼວດການນໍາພາລວມຂອງອົງຄະນະພັກ ກອງບັນຊາການທະຫານແຂວງຈໍາປາສັກ ສະໄໝທີ V ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດການຈັດຕັ້ງປະຕິບັດໜ້າທີ່ວຽກງານຮອບດ້ານໃນໄລຍະຜ່ານມາ, ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໃນນີ້, ອັນພົ້ນເດັ່ນແມ່ນວຽກງານປັບປຸງກໍ່ສ້າງພັກ, ກໍ່ສ້າງກໍາລັງ, ເຊິ່ງໄດ້ຕັ້ງໜ້າສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານສະມາຊິກພັກ ມີຄວາມເຂັ້ມແຂງ, ໜັກແໜ້ນ, ເປັນເຈົ້າການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ພາຍໃນພັກ, ເສີມຂະຫຍາຍຄວາມສາມັກຄີພາຍໃນເປັນປຶກແຜ່ນແໜ້ນໜາ, ຫ້າວຫັນເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ. ນອກນີ້, ຍັງໄດ້ເອົາໃຈໃສ່ກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາ ຂອງພັກ, ແນໃສ່ເຮັດໃຫ້ການຈັດຕັ້ງພັກມີຄວາມເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ຕິດພັນກັບການປັບປຸງກໍ່ສ້າງພື້ນຖານໂຄງລ່າງປູກຝັງ-ລ້ຽງສັດ ສາມາດຮັບປະກັນແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບນັບມື້ດີຂຶ້ນເປັນກ້າວໆ, ພ້ອມດຽວກັນນີ້, ປະທານກອງປະຊຸມ ກໍໄດ້ຊີ້ນໍາ ແລະ ມີຄຳເຫັນໂອ້ລົມ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມໝາຍ, ຄວາມສຳຄັນຢ່າງຍິ່ງ ເພາະເປັນການປະຕິບັດຕາມລະບຽບຫຼັກການຈັດຕັ້ງນຳພາຂອງພັກ, ແນໃສ່ປັບປຸງກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນການນຳພາ, ແບບແຜນວິທີເຮັດວຽກ, ທັງເປັນບັ້ນດຳເນີນຊີວິດການເມືອງພາຍໃນພັກ, ເພື່ອສຳຫຼວດກວດກາຄືນການຈັດຕັ້ງປະຕິບັດມະຕິຕ່າງໆຂອງຄະນະພັກຂັ້ນເທິງ ກໍຄືມະຕິຂອງຄະນະພັກຂັ້ນຕົນ ພ້ອມນັ້ນ, ຍັງເປັນການຍົກສູງຄຸນນະພາບ, ບົດບາດ, ຄວາມສາມາດການນຳພາຂອງຄະນະພັກ, ເປັນການປົວແປງພາຍໃນພັກ, ປັບປຸງທັດສະນະຫຼັກໝັ້ນຂອງພັກ, ຕິດພັນກັບຂະບວນການດຳເນີນການທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບຕາມຂັ້ນຕອນຢ່າງມີປະຊາທິປະໄຕ ແລະ ຖືກຕ້ອງຕາມລະບຽບຫຼັກການຂອງພັກ. ຈາກນັ້ນ, ຜູ້ແທນສົມບູນກໍໄດ້ພ້ອມກັນໃຊ້ຊິດປະຊາທິປະໄຕປ່ອນບັດທາບທາມຄັດເລືອກເອົາບຸກຄະລາກອນເຂົ້າໃສ່ໂຄງປະກອບຄະນະບໍລິຫານງານພັກກອງບັນຊາການ ແລະ ທາບທາບເອົາ ຄະນະປະຈຳພັກ, ເລຂາ-ຮອງເລຂາຄະນະພັກ, ປະທານ-ຮອງປະທານຄະນະກວດກາພັກ ກອງບັນຊາການທະຫານແຂວງຈໍາປາສັກ ສະໄໝທີ VI ໄດ້ສຳເລັດ ແລະ ຖືກຕ້ອງຕາມລະບຽບຫຼັກການຂອງພັກວາງອອກ.
ຂ່າວ: ດາວົງ ບຸດຕະວົງ
ພາບ: ນາງ ສີລິຄານ ສີດາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ