ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ພົບປະແລກປ່ຽນມິດຕະພາບຊາຍແດນ ລະຫວ່າງກອງທັບ ລາວ-ຈີນ ຄັ້ງທີ 2
ເວລາອອກຂ່າວ: 2019-06-07 08:37:07 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 379585716 | ຄວາມນິຍົມ:



ກອງປະຊຸມພົບປະມິດຕະ ພາບຊາຍແດນລະຫວ່າງກອງທັບ ປະຊາຊົນລາວ ກັບ ກອງທັບ ປົດປ່ອຍປະຊາຊົນຈີນ ຈັດຂຶ້ນ ໃນລະຫວ່າງວັນທີ 5-6 ມິຖຸນາ 2019 ທີ່ເມືອງນໍ້າທາແຂວງ ຫຼວງນ້ຳທາ ສປປ ລາວ ແລະ ເມືອງຫຼ້າ ແຂວງຢຸນນານ ສປ ຈີນ ໂດຍການເປັນປະທານຮ່ວມຂອງ ສະຫາຍ ພົນຕີ ສີດາລໍ່ ຈົງເຕັງ ເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສ ນາທິການກອງທັບປະຊາຊົນ ລາວ ແລະ ສະຫາຍ ພົນເຮືອໂທ ຢວນ ຢູປາຍ ຜູ້ບັນຊາການເຂດ ສູ້ຮົບພາກໃຕ້ກອງທັບປົດປ່ອຍ ປະຊາຊົນຈີນ, ມີຄະນະຮັບຜິດ ຊອບວຽກງານຊາຍແດນ, ຄະນະ ນໍາແຂວງ, ເມືອງ, ກອງບັນຊາ ການສອງຝ່າຍເຂົ້າຮ່ວມ. ໃນການພົບປະມິດຕະພາບ ຊາຍແດນຄັ້ງນີ້, ສະຫາຍ ພົນຕີ ສີ ດາລໍ່ ຈົງເຕັງເຈ້ຍຊ້າ ໄດ້ຕີລາ ຄາສູງຕໍ່ການພົວພັນຮ່ວມມືລະ ຫວ່າງລັດຖະບານລາວ-ຈີນ ກໍ ຄືກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ ທີ່ເປັນມູນເຊື້ອ ແລະ ມີການຂະຫຍາຍຕົວຢ່າງມີປະສິດທິຜົນ ສູງ, ການຮ່ວມມືຊ່ວຍເຫຼືອ ເຊິ່ງກັນ ແລະ ກັນແມ່ນບົນຈິດ ໃຈບ້ານໃກ້ເຮືອນຄຽງທີ່ດີ, ຄູ່ ຮ່ວມມືທີ່ດີ, ການພົວພັນຮ່ວມື ຂອງສອງພັກ, ສອງລັດ, ສອງ ກອງທັບ ແລະ ປະຊາຊົນສອງ ຊາດໄປມາຫາສູ່ກັນຢ່າງເປັນ ປົກກະຕິ ໂດຍຜູ້ນໍາທັງສອງປະ ເທດໄດ້ລົງນາມແຜນແມ່ບົດວ່າ ດ້ວຍການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ທີ່ມີຄວາມຫມາຍດ້ານ ຍຸດທະສາດເຊິ່ງກວມເອົາທຸກຂົງ ເຂດການຮ່ວມມືສອງຝ່າຍຢ່າງ ກວ້າງຂວາງ ໃນນັ້ນມີວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ການຮ່ວມມືວຽກງານ ຄວາມຫມັ້ນຄົງຊາຍແດນ ແລະ ອື່ນໆ. ການພົບປະຊາຍແດນຄັ້ງ ປະຖົມມະລຶກໃນປີ 2017 ນໍາ ໂດຍສອງລັດຖະມົນຕີກະຊວງ ປ້ອງກັນປະເທດ ລາວ-ຈີນ ໄດ້ ເຮັດໃຫ້ການຮ່ວມມືສອງຝ່າຍໄດ້ ເຂົ້າສູ່ລວງກວ້າງ ແລະ ລວງເລິກ ເຮັດໃຫ້ກົນໄກການຮ່ວມມືວຽກ ງານຊາຍແດນມີປະສິດທິພາບ ສູງຂຶ້ນກວ່າເກົ່າ. ສໍາລັບການພົບ ປະຊາຍແດນຄັ້ງທີ 2 ນີ້, ກໍຖືວ່າ ເປັນການລິເລີ່ມໃນການຈັດຕັ້ງ ຜັນຂະຫຍາຍວຽກງານດັ່ງກ່າວ ທີ່ສອງຝ່າຍຕົກລົງເຫັນດີເປັນເອ ກະພາບກັນໃຫ້ໄດ້ຮັບຫມາກຜົນ ຢ່າງສູງ. ພ້ອມດຽວກັນນັ້ນ, ສະ ຫາຍ ພົນຕີ ສີດາລໍ ຈົງເຕັງເຈ້ຍຊ້າ ໄດ້ສະແດງຄວາມຂອບໃຈຕໍ່ ກອງທັບປົດປ່ອຍປະຊາຊົນ ຈີນທີ່ໃຫ້ການຊ່ວຍເຫຼືອແກ່ ກອງທັບປະຊາຊົນລາວ ໃນ ໄລຍະຜ່ານມາຢ່າງຈິງໃຈ ທາງ ດ້ານວັດຖຸ ແລະ ຈິດໃຈ ເປັນ ຕົ້ນ: ດ້ານວຽກງານວິຊາສະ ເພາະ, ເຕັກນິກຍຸດໂທປະກອບ, ດ້ານການແພດ, ດ້ານການສຶກສາ ແລະ ດ້ານອື່ນໆອີກທີ່ສະແດງໃຫ້ ເຫັນເຖິງຫມາກຜົນແຫ່ງການ ຮ່ວມມືຕົວຈິງຂອງສອງກອງທັບ ລາວ-ຈີນ ເວົ້າລວມ, ເວົ້າສະເພາະ ລະຫວ່າງເຂດສູ້ຮົບພາກໃຕ້ກອງ ທັບປົດປ່ອຍປະຊາຊົນຈີນ ກັບ ກົມໃຫຍ່ເສນາທິການກອງທັບ ປະຊາຊົນລາວ. ໃນກອງປະຊຸມ ສອງຝ່າຍໄດ້ ລົງນາມສືບຕໍ່ການແລກປ່ຽນຄະ ນະຜູ້ແທນຂັ້ນຕ່າງໆຂອງສອງ ຝ່າຍ, ສືບຕໍ່ຈັດຕັ້ງປະຕິບັດການ ພົບປະຊາຍແດນຄັ້ງທີ 3 ໃນປີ 2020, ແລກປ່ຽນການໄປມາ ຫາສູ່ກັນລະຫວ່າງກໍາລັງທ້ອງ ຖິ່ນຂອງສອງຝ່າຍໃຫ້ເປັນປົກ ກະຕິ ເຮັດໃຫ້ຊາຍແດນຂອງ ສອງປະເທດມີຄວາມສະຫງົບ ປອດໄພ ແລະ ມີຄວາມຫມັ້ນຄົງ ຢ່າງຍືນຍົງ, ສ້າງເງື່ອນໄຂອັນ ດີໃຫ້ປະຊາຊົນສອງຊາດສາມາດ ໄປມາຫາສູ່ກັນເປັນປົກກະຕິ ແລະ ກາຍເປັນຊາຍແດນແບບຢ່າງທີ່ ດີທີ່ສຸດຢູ່ຂົງເຂດພາກພື້ນຕາມ ທິດຊາຍແດນແຫ່ງມິດຕະພາບ, ສັນຕິພາບ ແລະ ການຮ່ວມມືຢ່າງ ຈິງໃຈ. ການພົບປະແລກປ່ຽນປ້ອງກັນ ຊາຍແດນກອງທັບປະຊາຊົນລາວ ແລະ ກອງທັບປະຊາຊົນຈີນ ຄັ້ງທີ 2 , ຄະນະສອງຝ່າຍໄດ້ລົງເຄື່ອນ ໄຫວຢ້ຽມຢາມກອງຮ້ອຍຊາຍ ແດນເຊິ່ງກັນ ແລະ ກັນຕາມຊາຍ ແດນ ເມືອງນ້ໍາທາ ແຂວງຫລວງ ນ້ໍາທາ ສປປ ລາວ ແລະ ເມືອງ ຫລ້າ ແຂວງ ຢຸນນານ ສປ ຈີນ ແລະ ຮ່ວມກັນປູກຕົ້ນໄມ້ມິດຕະພາບ. ພ້ອມດຽວກັນ, ຄະນະທັງສອງ ຝ່າຍຍັງໄດ້ລົງຢ້ຽມຢາມ ແລະ ນໍາເອົາອຸປະກອນການຮຽນ, ການສອນ ແລະ ອຸປະກອນການ ກີລາມອບໃຫ້ໂຮງຮຽນປະຖົມ ສົມບູນເມືອງນ້ໍາທາ ແລະ ໂຮງ ຮຽນປະຖົມສົມບູນເມືອງຫລ້າ ເພື່ອຊຸກຍູ້ສົ່ງເສີມໃຫ້ນ້ອງນ້ອຍ ນັກຮຽນໄດ້ມີອຸປະກອນການຮຽນທີ່ທັນສະໄໝກາຍເປັນອະ ນາຄົດຂອງຊາດໃນຕໍ່ຫນ້າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ