
ແຂວງໄຊຍະບູລີ ຈັດງານບຸນອອກພັນສາ ແລະ ບຸນຊ່ວງເຮືອປະຈຳປີ ພສ 2567
ເວລາອອກຂ່າວ: 2024-10-22 09:53:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 307 | ຄວາມນິຍົມ:
ງານເທສະການບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະຈຳປີ 2024 ຕິດພັນກັບການເປີດປີທ່ອງທ່ຽວລາວ 2024. ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 17-18 ຕຸລານີ້ ທີ່ຜາມໄຊບ້ານປົ່ງ ໂດຍມີ ທ່ານ ພົງສະຫັວນ ສິດທະວົງ ເຈົ້າແຂວງ ແຂວງໄຊຍະບູລີ ພ້ອມດ້ວຍພັນລະຍາ, ທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກຳມະບານ, ມີແຂກຖືກເຊີນ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດປະຊາຊົນບັນດາເຜົ່າຊາວແຂວງໄຊຍະບູລີ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ເສນ ພັນລັກ ຮັກສາການເຈົ້າເມືອງ ເມືອງໄຊຍະບູລີ ໃຫ້ຮູ້ວ່າ: ງານເທສະການບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະຈຳປີ ພສ 2567 ເປັນການຍູ້ຂະບວນການຮອບດ້ານ ທັງເປັນການສ້າງແລວທາງທ່ອງທ່ຽວເຊື່ອມຕໍ່ ເຊື່ອມຈອດກັບບັນດາເມືອງ, ບັນດາແຂວງໃກ້ຄຽງ ແລະ ພາກພື້ນ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວແຂວງໄຊຍະບູລີ ກໍຄືເມືອງໄຊຍະບູລີໃຫ້ນັບມື້ນັບຫຼາຍຂຶ້ນ.
ການແຂ່ງຂັນກິລາເຮືອຊ່ວງປີນີ້, ມີເຮືອເຂົ້າຮ່ວມແຂ່ງຂັນເພດຊາຍ 22 ລຳ ແລະ ເຮືອຊ່ວງເພດຍິງ 13 ລຳ ທີ່ມາຈາກບັນດາບ້ານພາຍໃນເມືອງ ເພື່ອຊີງຂັນລາງວັນຂອງທ່ານເຈົ້າແຂວງ. ນອກຈາກນັ້ນ, ຍັງມີບັນດາກິດຈະກຳທີ່ປິ່ນອ້ອມໃນງານເທສະການເປັນຕົ້ນ ກິດຈະກຳປະກວດສິລະປະ-ວັນນະຄະດີ, ກິດຈະກຳປະກວດນາງສາວງາມ ຫຼື ນາງງາມເຮືອຊ່ວງ, ກິດຈະກຳແຂ່ງຂັນຕີກອງຫາງສຽງດັງສຽງມ່ວນ, ກິດຈະກຳໄຫຼເຮືອໄຟທຳມະຊາດ, ລອຍເຮືອໄຟນ້ອຍບູຊາເຈົ້ານ້ຳເຈົ້າທ່າ,
ກິດຈະກຳຈູດບັ້ງໄຟດອກຂຶ້ນສູງສວຍງາມ ແລະ ກິດຈະກຳຕະຫຼາດ
ນັດວາງສະແດງຂາຍສິນຄ້າຜະລິດຕະພັນໂອດັອບ.
ຜົນການແຂ່ງຂັນເຮືອຊ່ວງ ມີດັ່ງນີ້: ເຮືອຊ່ວງເພດຍິງ ທີ I ເຮືອບ້ານວັງຂາມ ໄດ້ຮັບລາງວັນຂັນເງິນ 1 ໜ່ວຍ ນ້ຳໜັກ 1 ກິໂລກຣາມ ພ້ອມເງິນສົດ 16 ລ້ານກີບ, ທີ II ເຮືອບ້ານນາໄຮ ໄດ້ຮັບລາງວັນຂັນເງິນ 1 ໜ່ວຍ ນ້ຳໜັກ 0,5 ກິໂລກຣາມ ພ້ອມເງິນສົດ 14 ລ້ານກີບ, ທີ III ເຮືອບ້ານທ່ານາ ໄດ້ຮັບຂັນເງິນ 1 ໜ່ວຍ ນ້ຳໜັກ 0,5 ກິໂລກຣາມ ພ້ອມເງິນສົດ 11 ລ້ານກີບ; ເຮືອ
ເພດຊາຍ ທີ I ເຮືອບ້ານແກ້ງ ໄດ້ຮັບລາງວັນຂັນເງິນ 1 ໜ່ວຍ ນ້ຳໜັກ 1 ກິໂລກຣາມ ພ້ອມເງິນສົດ 16 ລ້ານກີບ, ທີ II ເຮືອບ້ານບຸ່ງ ໄດ້ຮັບຂັນເງິນ 1 ໜ່ວຍ ນ້ຳໜັກ 0,5 ກິໂລກຣາມ ພ້ອມເງິນສົດ 14 ລ້ານກີບ, ທີ III ເຮືອບ້ານ ນາຕໍນ້ອຍ ໄດ້ຮັບຂັນເງິນ 1 ໜ່ວຍ ນ້ຳໜັກ 0,5 ກິໂລກຣາມ ພ້ອມເງິນສົດ ລ້ານ 11 ລ້ານກີບ ໂດຍການມອບລາງວັນເຮືອເພດຍິງ ທ່ານ ດວງຕາ ໄຊວຸດ ຮອງເຈົ້າແຂວງແຂວງໄຊຍະບູລີ ແລະ ເຮືອເພດຊາຍໂດຍທ່ານ ເຈົ້າແຂວງ ແຂວງໄຊຍະບູລີ.
ໂດຍ: ຄຳໝັ້ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ